Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກກອງບັນຊາການປ້ອງກັນທີ່ຕັ້ງ

ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກກອງບັນຊາການປ້ອງກັນທີ່ຕັ້ງ

ກົມສື່ມວນຊົນ 15/01/2025
472764949_585386647720999_982923678047585512_n copy

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງອົງຄະນະພັກກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນ ທີ 9 ມັງກອນ 2025, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົຕ ສົມວັນ ສາຍລ້ອງພາ ຄະນະປະຈຳພັກກະຊວງ ປະ ທານກວດກາພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີສະຫາຍເລຂາ-ຮອງເລຂາ, ຄະນະພັກ, ບັນດາສະຫາຍໜ່ວຍພັກ ແລະ ສະມາຊິກພັກສົມບູນເຂົ້າ ຮ່ວມ.

ກອງປະຊຸມ, ບັນດາຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິ ປະໄຕຂອງຕົນ ລົງຄະແນນສຽງປ່ອນບັດເລືອກເອົາຄະນະ ພັກກອງບັນ ຊາການປ້ອງກັນທີ່ຕັ້ງ ຊຸດໃໝ່ ໂດຍມີຜູ້ລົງສະໝັກ ຈໍານວນ 13 ສະຫາຍ, ເລືອກເອົາ 11 ສະຫາຍ ເພື່ອສືບຕໍ່ນຳພາ-ຊີ້ນຳວຽກງານຮອບດ້ານຂອງກອງບັນຊາ ການປ້ອງກັນທີ່ຕັ້ງ, ເຊິ່ງຜ່ານການລົງຄະແນນສຽງເລືອກໄດ້ ສະຫາຍ ພັອ ຈັນທອນ ແກ້ວມະນີວົງ ເປັນເລຂາຄະ ນະພັກ, ສະຫາຍ ພັອ ກິຕັນ ໄພໂລດ ເປັນຮອງເລຂາ, ສະ ຫາຍ ພັອ ກ໋ອງແກ້ວ ກຸສານົນ ເປັນປະທານກວດກາພັກ ແລະ ອີກ 8 ສະຫາຍເປັນຄະນະ.

ໂອກາດດັ່ງກ່າວ, ສະຫາຍ ພັອ ຈັນທອນ ແກ້ວມະນີວົງ ເລ ຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ຜ່ານຮ່າງບົດລາຍງານການເມືອງຂອງຄະນະບໍລິຫານພັກກອງບັນຊາການປ້ອງກັນທີ່ຕັ້ງ ສະໄໝທີ VI ໃຫ້ຮູ້ວ່າ: ຕະ ຫຼອດໄລຍະ 5 ປີຜ່ານມາ, ໄດ້ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ນາຍ-ພົນຕຳຫຼວດ ໂດຍຖືເອົາການຈັດຕັ້ງເຊື່ອມຊຶມແນວທາງນະໂຍ ບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດລະບຽບວິໄນ ແລະ ມູນເຊື້ອຂອງພັກ, ຂອງຊາດ ແລະ ຂອງກຳລັງປ້ອງກັນຄວາມສະຫງົບ ແລະ ເອກະສານສຳຄັນອື່ນໆລວມທັງໝົດ 77 ຄັ້ງ, ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງພັກຕາມ 5 ຫຼັກ ການ, 3 ທິດນໍາຂອງພັກ ຖືສໍາຄັນວຽກງານປັບປຸງ ແລະ ຂະຫຍາຍມະຫາ ຊົນກ້າວໜ້າເຂົ້າເປັນສະມາຊິກພັກຈໍານວນ 143 ສະຫາຍ ຍິງ 21 ສະຫາຍ ໂດຍຕິດພັນກັບຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ໃນລະຍະ 5 ປີຜ່ານມາສາ ມາດສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ໄດ້ 85%, ມີສະມາຊິກພັກ ໄດ້ປະເພດແຂງກວມເອົາ 90% ນອກນັ້ນ. ຍັງສາມາດສ້າງຕັ້ງໜ່ວຍພັກຮາກຖານໄດ້ 1 ໜ່ວຍ ແລະ ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 2 ໜ່ວຍ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ກໍ່ສ້າງ-ບຳລຸງພະນັກງານ ໃຫ້ຖືກຕ້ອງຕາມມາດຖານເງື່ອນໄຂສ້າງໃຫ້ໄດ້ພະນັກງານ 3 ຮຸ່ນ, ສຸມໃສ່ຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານການເມືອງ -ແນວຄິດ, ຄຸນສົມບັດ, ຄວາມຮູ້ທາງດ້ານວິຊາສະເພາະ, ທິດສະດີເພື່ອຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານ ແລະ ໃນໄລຍະຜ່ານມາສາມາດສ້າງກຳລັງໃໝ່ໄດ້ 4 ຮຸ່ນ ຈໍານວນ 784 ຄົນ, ປັດຈຸບັນກໍາລັງຮຽນ 237 ສະຫາຍ ແລະ ໃນ 5 ປີຜ່ານມາໄດ້ຈັດສົ່ງນາຍ-ພົນຕຳຫຼວດໄປກໍ່ສ້າງ ແລະ ບຳລຸງວິຊາສະເພາະຂັ້ນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ຈໍານວນ 239 ສະ ຫາຍ ຍິງ 40 ສະຫາຍ. ຄຽງຄູ່ດຽວກັນ ຍັງໄດ້ເອົາໃຈໃສ່ຊີ້ນໍາ ແລະ ປັບປຸງເນື້ອໃນຫຼັກສູດ, ຕໍາລາສິດສອນໃຫ້ສອດ ຄ່ອງກັບຄວາຈມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ສ່ວນຫຼາຍສະມາຊິກພັກ, ນາຍ-ພົນຕຳຫຼວດ ແມ່ນໄດ້ຮຽນຜ່ານລະບົບໂຮງຮຽນກວມເອົາຈໍານວນຫຼາຍຈຶ່ງ ເຮັດໃຫ້ມີລະບຽບ, ມີຄວາມເຂັ້ມແຂງ ແລະ ທັນສະ ໄໝ.

Continue Reading

Previous: ພິທີປິດບັ້ນດຳເນີນຊີວິການເມືອງ ປະຈຳປີ 2024 ແລະ ທາບທາມປະເມີນຜົນພະນັກງານນຳພາ-ບັນຊາ ຂອງຫ້ອງພະລາທິການ
Next: ປາຖະກະຖາວັນມູນເຊື້ອວັນສ້າງຕັ້ງກໍາລັງສື່ສານ ຄົບຮອບ 58 ປີ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.