Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງບັນຊາການ ປກສ ແຂວງຄໍາມ່ວນ ເປີດກອງປະຊຸມຜັນຂະຫຍາຍການໂອນຖ່າຍສໍາເນົາສໍາມະໂນຄົວ ເປັນເອກະສານເອເລັກໂຕຣນິກ

ກອງບັນຊາການ ປກສ ແຂວງຄໍາມ່ວນ ເປີດກອງປະຊຸມຜັນຂະຫຍາຍການໂອນຖ່າຍສໍາເນົາສໍາມະໂນຄົວ ເປັນເອກະສານເອເລັກໂຕຣນິກ

ກົມສື່ມວນຊົນ 19/11/2024
467302279_1112651777530746_5629408856065500632_n copy

ວັນທີ 18 ພະຈິກ 2024, ກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ເປີດກອງປະຊຸມຜັນຂະຫຍາຍການໂອນຖ່າຍສໍາເນົາສໍາມະໂນຄົວ ເປັນເອກະສານຂໍ້ມູນເອເລັກໂຕຣນິກ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ເຂົ້າຮ່ວມຂອງ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາທ່ານຕາງໜ້າທີມງານຈາກກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການປົກຄອງແຂວງ, ບັນດາຫ້ອງອ້ອມຂ້າງກອງບັນຊາການ, ປກສ 10 ເມືອງເຂົ້າ ຮ່ວມ.

ພັອ ຄຳສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມວນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ໂອນຖ່າຍສຳເນົາສໍາມະໂນຄົວ ເປັນເອກະສານຂໍ້ມູນເອເລັກໂຕຣນິກ ແຕ່ວັນທີ່ 18 ພະຈິກ 01ທັນວາ 2024, ຂໍ້ຕົກລົງຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໂອນຖ່າຍສຳເນົາສຳມະໂນຄົວ ເປັນເອກະສານຂໍ້ມູນ ເອເລັກໂຕຣນິກ ຂອງໂຄງການກໍ່ສ້າງລະບົບຄຸ້ມ ຄອງພົນ ລະເມືອງ ແລະ ບັດປະຈຳຕົວ ເພື່ອຈັດຕັ້ງຜັນຂະຫຍາຍແຜນກໍ່ສ້າງລະບົບຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວໃຫ້ແກ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ພະນັກງານ ປກສ ຂັ້ນແຂວງ ປກສ ຂັ້ນເມືອງ ໃນໄລຍະ 3 ປີ 2024 – 2026 ໃຫ້ເປັນຮູບປະທໍາໃນວຽກງານຕົວຈິງ, ເຮັດໃຫ້ພະນັກງານ ປກສ ຂັ້ນແຂວງ, ຂັ້ນເມືອງເຂົ້າໃຈແຈ້ງໃນການນໍາໃຊ້ລະບົບເຊື່ອມໂຍງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວກັບບັນດາກະຊວງອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາແຂວງ, ສ້າງພື້ນຖານໂຄງລ່າງຂໍ້ມູນຕົ້ນຕໍກ່ຽວກັບທີ່ຢູ່ອາໄສແຕ່ລະຂັ້ນຕອນເພື່ອກ້າວເຂົ້າສູ່ການຫັນເປັນດີຈີຕອນແຫ່ງຊາດ, ນອກຈາກນີ້, ຍັງເປັນບ່ອນອີງໃຫ້ຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ປະກອບສ່ວນເຮັດໃຫ້ການຈັດຕັ້ງປະຕິບັດແຜນເກັບກໍາ, ທົດລອງປ້ອນຂໍ້ມູນເຂົ້າໃນລະບົບໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກບາງບັນຫາເຊິ່ງທ່ານໄດ້ແນະນໍາໃຫ້ບັນດາທ່ານຜູ່ທີ່ຢູ່ໃນຂໍ້ຕົກລົງແຕ່ງຕັ້ງຮັບຜິບຊອບມອບໝາຍໜ້າທີ່ວຽກງານ, ນັບທັງ ປກສ ແຂວງ, ປກສ 10 ເມືອງ ແລະ ບັນດາພະແນກການອ້ອມຂ້າງແຂວງນໍາເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້, ໄປສືບຕໍ່ຜັນຂະຫຍາຍໃຫ້ບັນດາກົມກອງຂອງຕົນເພື່ອຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນມີຜົນສໍາເລັດຕາມລະດັບຄາດໝາຍ.

Continue Reading

Previous: ປະກາດແຕ່ງຕັ້ງ ຮອງປະທານ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແຂວງເຊກອງ
Next: ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ 6 ບັນຫາທີ່ມີຄວາມຄືບໜ້າຊ້າ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.