Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ປະກາດແຕ່ງຕັ້ງ ຮອງປະທານ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແຂວງເຊກອງ

ປະກາດແຕ່ງຕັ້ງ ຮອງປະທານ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແຂວງເຊກອງ

ກົມສື່ມວນຊົນ 19/11/2024
467531463_1112505647545359_4189803125212896367_n copy

ໃນວັນທີ 15 ພະຈິກ 2024 ທີ່ສະໂມສອນຫ້ອງວ່າການປົກຄອງ ແຂວງເຊກອງ ໄດ້ຈັດພິທີປະກາດແຕ່ງຕັ້ງ ຮອງປະທານ, ຜູ້ປະຈໍາການ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງເຊກອງ, ເປັນກຽດເຂົ້າຮ່ວມເປັນປະທານໂດຍທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ທ່ານຜູ້ຕາງໜ້າຫ້ອງການຄະນະກໍາມະການ ປກຊ-ປກສ ສູນກາງ, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ ປກຊ-ປກສ ແຂວງ ແລະ ພະແນກການກ່ຽວຂ້ອງອ້ອມຂ້າງ ແຂວງເຊກອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ພົຈວ ທຸມມາ ພົມມະທໍາ ຮອງຫົວໜ້າຫ້ອງການ, ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ ໄດ້ຜ່ານ ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຕົກລົງ ແຕ່ງຕັ້ງ ສະຫາຍ ພົຈວ ທອງສີ ກຸນສະນະ ເປັນຮອງປະທານ, ຜູ້ປະຈໍການ, ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງເຊກອງ.

ໂອກາດນີ້, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍໄດ້ຕາງໜ້າໃຫ້ພັກ-ລັດຖະບານ ກໍຄື ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ສູນກາງ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງ ເປັນຮອງປະທານ, ຜູ້ປະຈໍາການ ຄະນະກໍາມະການ ປກຊ-ປກສ ແຂວງໃນຄັ້ງນີ້ ເຊີ່ງເປັນຕໍາແໜ່ງໜື່ງທີ່ສໍາຄັນ ໃນການນໍາພາ-ຊີ້ນໍາຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ໃນຂັ້ນແຂວງ, ໂດຍສະເພາະກໍແມ່ນເຮັດໜ້າທີ່ ເປັນເສນາທິການໃຫ້ແກ່ຄະນະກໍາມະການ ປກຊ-ປກສ ສູນກາງ ເພື່ອຄົ້ນຄວ້າ, ກໍານົດບັນຫາຍຸດທະສາດ ກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງຂອງຊາດ, ຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຮັບປະກັນໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ພ້ອມນີ້, ທ່ານກໍໄດ້ເນັ້ນໜັກໃຫ້ການນໍາແຂວງ, ຄະນະພັກ-ຄະນະບັນຊາ ປກຊ-ປກສ ເພີ່ມທະວີຄວາມເປັນເຈົ້າການນໍາພາ-ຊີ້ນໍາຕໍ່ຂົງເຂດວຽກງານດັ່ງກ່າວໃຫ້ແຂງແຮງ, ມີຈຸດສຸມຕາມທິດຊີ້ນໍາຂອງຂັ້ນເທີງ, ເອົາໃຈໃສ່ຊີ້ນໍາກໍາຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງແຂງແຮງກວ່າເກົ່າ, ພະນັກງານແຕ່ລະຂັ້ນຕ້ອງເຊື່ອມຊຶມກໍາແໜ້ນໜ້າທີ່ພາລະບົດບາດຂອງຕົນ, ແກ້ໄຂຄວາມບໍ່ສະຫງົບໃຫ້ຂາດຕົວ, ສ້າງໃຫ້ເປັນກໍາລັງຫຼັກແຫຼ່ງທີ່ເຂັ້ມແຂງ, ຖືເອົາການສືກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ເອົາການພັດທະນາເສດຖະກິດ-ສັງຄົມ ເປັນໃຈກາງ ແລະ ເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນພື້ນຖານ ເພື່ອຮັບປະກັນໃນການປະຕິບັດວຽກງານໃຫ້ມີຄຸນນະພາບສູງສຸດຂຶ້ນກ່າວເກົ່າ.

Continue Reading

Previous: ພິທີໄຂກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX
Next: ກອງບັນຊາການ ປກສ ແຂວງຄໍາມ່ວນ ເປີດກອງປະຊຸມຜັນຂະຫຍາຍການໂອນຖ່າຍສໍາເນົາສໍາມະໂນຄົວ ເປັນເອກະສານເອເລັກໂຕຣນິກ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.