Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ສອງພາກສ່ວນເຂົ້າອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 63 ປີ

ສອງພາກສ່ວນເຂົ້າອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 63 ປີ

ກົມສື່ມວນຊົນ 03/04/2024
DSC_1301 copy

ວັນທີ 2 ເມສາ 2024, ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງ ປກສ ຫົວໜ້າກົມໃຫຍ່ຕໍາຫຼວດ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າອວຍພອນ ຂອງ ພົຈວ ຮສ ປອ ສົມພອນ ສີສຸວັນນະ ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດໄກ ສອນພົມວິຫານ ກະຊວງປ້ອງກັນປະເທດ ພ້ອມຄະນະ, ທ່ານ ໂຊກໄຊ ສຸຂະວົງ ຜູ້ອໍານວຍການບໍລິສັດ ບໍລິຫານຈັດການໄຊເບີລາວ ຈໍາກັດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024).

ໂອກາດດັ່ງກ່າວ, ທັງ 2 ພາກສ່ວນ ກ່າວວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 63 ທີ່ຈະມາຮອດໃນມໍ່ໆນີ້, ເຊິ່ງເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນທາງປະຫວັດສາດ ແລະ ສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ, ຜົນງານໄຊຊະນະຂອງກໍາລັງ ປກສ ທີ່ໄດ້ຄຽງບ່າຄຽງໄຫຼ່ກັບກອງທັບປະຊາຊົນລາວ ແລະ ປະຊາຊົນບັນດາເຜົ່າຕໍ່ສູ້ກູ້ຊາດ ຈົນໄດ້ຮັບການປົດປ່ອຍ ຕະຫຼອດເຖິງໄລຍະສ້າງສາພັດທະນາປະເທດຊາດທີ່ຍາດມາໄດ້ໃນໄລຍະຜ່ານມາ.

ທ້າຍນີ້, ຂໍອວຍພອນໄຊໃຫ້ຄະນະພັກ-ຄະນະນໍາກະຊວງ ປກສ ຕະຫຼອດຮອດ ນາຍ ແລະ ພົນຕໍາຫຼວດ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສໍາເລັດໜ້າທີ່ອັນມີກຽດຂອງບັນດາທ່ານທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້.

ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງ ປກສ ໄດ້ກ່າວສະແດງຄວາມຂອບໃຈທັງ 2 ພາກສ່ວນທີ່ໄດ້ມາອວຍພອນໃນຄັ້ງນີ້ ແລະ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ; ພ້ອມນີ້ ກໍຍັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງ ກໍາລັງ ປກສ ກັບ 2 ພາກສ່ວນໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.

ຂ່າວ: ຄຳໂຖ

Continue Reading

Previous: ມອບ-ຮັບຄຳສັ່ງ ແລະ ຂະບວນປ່ອຍລົດວິຊາສະເພາະ ເພື່ອກຽມປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45
Next: ການນໍາຂັ້ນສູງກະຊວງ ປກສ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 63 ປີ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.