Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກົມໃຫຍ່ການເມືອງ ປກສ ເປັນເຈົ້າການນຳພາ ປັບປຸງກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ

ກົມໃຫຍ່ການເມືອງ ປກສ ເປັນເຈົ້າການນຳພາ ປັບປຸງກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ

ກົມສື່ມວນຊົນ 05/01/2024
DSC_0576

ພົຈວ ປອ ສຸວັນນີ ສີສຸພາບ ມີໄຊ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ລາຍງານການປັບປຸງກໍ່ສ້າງກໍາລັງປ້ອງກັນຄວາມສະ ຫງົບ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ວຽກງານຮັບປະກັນໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນ ຕໍ່ກອງປະຊຸມສະຫຼຸບວຽກ ງານປ້ອງກັນຄວາມສະຫງົບ ປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024 ໃນວັນທີ 4 ມັງກອນ 2024 ເປັນປະທານໂດຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງວ່າການ, ຫົວໜ້າກົມໃຫຍ່, ວິທະຍາຄານ, ກອງບັນຊາ ການ ປກສ ແຂວງ-ຄະນະຄອນຫຼວງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ພົຈວ ປອ ສຸວັນນີ ສີສຸພາບ ມີໄຊ ກ່າວວ່າ: ໃນປີ 2023 ກົມໃຫຍ່ການເມືອງ ປກສ ໄດ້ເອົາໃຈ ໃສ່ຢ່າງຕັ້ງໜ້າຕໍ່ວຽກງານສຶກ ສາອົບຮົມການເມືອງ-ແນວຄິດ, ຍົກ ເປັນວຽກງານທີ່ສໍາຄັນ ແລະ ຖືເປັນໜ້າທີ່ຕົ້ນຕໍຂອງຄະນະພັກ ແຕ່ລະຂັ້ນ, ເຮັດເປັນປະຈຳດ້ວຍຫຼາຍເນື້ອໃນ, ຫຼາຍຮູບການ, ໂດຍ ສະເພາະແມ່ນເນື້ອໃນ 3 ທາດແທ້, 7 ມູນເຊື້ອ, 4 ໜ້າທີ່ ແລະ 4 ການພົວ ພັນຂອງກໍາລັງປ້ອງກັນຄວາມສະຫງົບ ຕິດພັນກັບການ ປຸກລະດົມຂະບວນການແນວຄິດ ຮັກຊາດ-ພັດທະນາ” ຢ່າງຕັ້ງໜ້າ; ຈັດຕັ້ງເຊື່ອມຊຶມກຳແໜ້ນແນວ ທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລະ ບຽບວິໄນຂອງ ກໍາລັງ, ຜ່ານການຈັດ ຕັ້ງປະຕິບັດ ເຫັນວ່າທຸກຂົງເຂດວຽກງານສາ ມາດຍາດໄດ້ຜົນສໍາເລັດອັນໃໝ່ ໃນຫຼາຍດ້ານ ແລະ ຕີຖອຍໄດ້ບັນດາປາກົດ ການຫຍໍ້ທໍ້ຕ່າງໆໃນກຳ ລັງປ້ອງກັນຄວາມສະຫງົບ ໄດ້ດີພໍສົມຄວນ, ສ້າງການຫັນປ່ຽນໃໝ່ ໄດ້ຢ່າງແຂງແຮງກ້າວໄປເຖິງການ ສ້າງໜ່ວຍພັກຢູ່ປອດໃສ ເຂັ້ມແຂງ ໜັກແໜ້ນ ເທື່ອລະກ້າວ, ສະມາຊິກພັກ, ນາຍ ແລະ ພົນຕຳ ຫຼວດສ່ວນຫຼາຍມີແນວຄິດອຸ່ນອ່ຽນ ທຸນທ່ຽງຢຶດໝັ້ນຕໍ່ອຸດົມການ ຂອງພັກ, ມີທັດສະນະຫຼັກໝັ້ນ ຊົນຊັ້ນ, ມີນໍ້າໃຈຮັກ ຊາດ, ເສຍສະ ຫຼະເພື່ອຊາດ ເພື່ອປະຊາຊົນ, ມີ ຄວາມດຸໝັ່ນບຸກບືນຮໍ່າຮຽນພັດທະ ນາຕົນເອງໃນທຸກດ້ານ, ກຽມພ້ອມຮັບໃຊ້ປະເທດຊາດຢ່າງບໍ່ມີເງື່ອນໄຂ.

ວຽກງານພັກ-ພະນັກງານໄດ້ ເອົາໃຈໃສ່ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ບົນພື້ນຖານຢຶດໝັ້ນຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ເຮັດໃຫ້ ບົດບາດການນໍາພາຂອງພັກຕໍ່ກຳ ລັງປ້ອງກັນຄວາມສະຫງົບນັບມື້ ໄດ້ຮັບການເຊີດຊູຂຶ້ນ; ນໍາພາ-ຊີ້ ນໍາຄະນະພັກແຕ່ລະຂັ້ນປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ກົດລະບຽບຂອງພັກຢ່າງ ເຂັ້ມງວດ ໃນນັ້ນ, ໄດ້ເອົາໃຈໃສ່ ໃນນໍາພາ-ຊີ້ນໍາຂະ ບວນການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ກາຍເປັນໜ້າທີ່ໃຈ ກາງຂອງການກໍ່ສ້າງພັກ, ຖືເອົາບັ້ນດໍາເນີນຊີວິດການເມືອງ, ການສໍາຫຼວດກວດກາ, ຕີລາຄາແບ່ງປະ ເພດສະມາຊິກພັກ ແລະ ຮາກ ຖານພັກຄັດເລືອກໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນຮັບປະກັນໄດ້ຄຸນນະພາບດີຂຶ້ນເທື່ອລະກ້າວ; ໄດ້ເອົາໃຈໃສ່ກວດກາ, ຄຸ້ມຄອງ-ປ້ອງກັນພັກ, ປ້ອງກັນກຳລັງ, ສະກັດກັ້ນ ແລະ ແກ້ໄຂປາກົດ ການຫຍໍ້ທໍ້ພາຍໃນພັກ ກໍຄືພາຍໃນກໍາລັງປ້ອງກັນຄວາມສະຫງົບ ດ້ວຍການນໍາໃຊ້ ບັນດາ ມາດຕະການຕ່າງໆຢ່າງເຂັ້ມງວດ ເພື່ອເປັນການຫຼຸດຜ່ອນຫາງສຽງຈົ່ມວ່າຈາກສັງຄົມ.

ພ້ອມກັນນັ້ນ, ຍັງໄດ້ຈັດຕັ້ງ ຝຶກອົບຮົມວຽກງານພັກ-ວຽກງານ ການເມືອງໃຫ້ຄະນະ ພັກບັນດາ ກົມກອງທ້ອງຖິ່ນ ເພື່ອໃຫ້ວຽກງານນໍາພາມີປະສິດທິພາບ ແລະ ມີປະສິດ ທິຜົນສູງຂຶ້ນ, ໄດ້ເອົາໃຈໃສ່ນໍາພາປັບປຸງກົງຈັກການຈັດຕັ້ງ, ນັບທັງບັນດາກົມກອງອ້ອມຂ້າງ ກະຊວງ ແລະ ທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນ ຕາມທິດກະທັດຮັດ, ໂລ່ງລ່ຽນສ້າງຕັ້ງກົງຈັກການຈັດຕັ້ງຈຳນວນໜຶ່ງທີ່ມີຄວາມຈຳເປັນ, ທັງປັບປຸງລະ ບົບຊີ້ນໍາ-ບັນຊາ, ແຕ່ງຕັ້ງ, ເລື່ອນຕຳແໜ່ງ, ສັບຊ້ອນມອບໝາຍໜ້າທີ່ ເຮັດ ໃຫ້ລະບົບກົງຈັກການຈັດຕັ້ງໃນກຳລັງປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນກວ່າ ເກົ່າ; ພົ້ນເດັ່ນແມ່ນໄດ້ສໍາເລັດການຄົ້ນຄວ້າ ແລະ ປະກາດກົງຈັກການຈັດຕັ້ງກອງບັນຊາການ ປກສ ເຂດພິເສດສາມຫຼ່ຽມຄໍາ, ຍົກສະຖານະໂຮງຮຽນທິດສະດີການເມືອງ ປກສ ຂຶ້ນເປັນວິທະຍາຄານການ ເມືອງ ປກສ.

ຂ່າວ: ຄຳໂຖ

Continue Reading

Previous: ກົມໃຫຍ່ຕຳຫຼວດ ຈະສຸມໃສ່ແກ້ໄຂຄະດີໃຫ້ມີຄວາມວ່ອງໄວ ຊັດເຈນ ແລະ ເປັນທຳ
Next: ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ 6 ສະໄໝທີ 5

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.