Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ອັດລົງດ້ວຍຜົນສຳເລັດຢ່າງສະງ່າງາມ

ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ອັດລົງດ້ວຍຜົນສຳເລັດຢ່າງສະງ່າງາມ

ກົມສື່ມວນຊົນ 22/10/2024
464173512_528255073434157_7698095196208881564_n copy

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ພາຍໃຕ້ຄຳຂວັນ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍ ວັນທີ 21 ຕຸລາ 2024 ພາຍຫລັງດຳເນີນມາແຕ່ວັນທີ 18 ຕຸລານີ້ ທີ່ນະຄອນຫລວງວຽງຈັນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ລາວ ແລະ ປະທານໄອປາ ຄັ້ງທີ 45.

ທ່ານ ໄຊສົມພອນ ພົມວິຫານ ກ່າວອັດກອງປະຊຸມຄັ້ງນີ້ວ່າ: ສປປ ລາວ ມີຄວາມຍິນດີ ແລະ ພາກພູມໃຈ ທີ່ໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມ ໄອປາ ຄັ້ງທີ 45 ໄດ້ປຶກສາ ຫາລື ແລະ ຕົກລົງຫລາຍຫົວຂໍ້ສໍາຄັນ ຕາມພາລະບົດບາດຂອງຕົນ ເພື່ອເປັນການສົ່ງເສີມ ແລະ ຮັດແໜ້ນການຮ່ວມມື ໃນຂະແໜງການນິຕິບັນຍັດ ກໍຄື ເພື່ອປະກອບສ່ວນເຂົ້າໃນຂະບວນການການ ສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນ ກໍຄື ການປະ ກອບສ່ວນເຂົ້າໃນພາລະ ກິດລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບຸນພູນສຸກຂອງພາກພື້ນ. ບັນດາຍັດຕິທີ່ໄອປາ ໄດ້ຮັບຮອງເອົາໃນໂອກາດກອງປະຊຸມຄັ້ງນີ້, ກວມເອົາຂົງເຂດການເມືອງ, ເສດ ຖະກິດ, ສັງຄົມ, ແມ່ຍິງ, ຊາວໜຸ່ມ, ວຽກງານພາຍໃນ, ກອງປະຊຸມລະຫວ່າງອາຊຽນ ແລະ ໄອປາ ເຊິ່ງຈະເປັນເອກະສານພື້ນຖານສຳຄັນ ສຳລັບການຜັນຂະຫຍາຍຄຳຂວັນສຳລັບການເປັນປະທານໄອປາ ຄັ້ງທີ 45 ຂອງ ສປປ ລາວ ໃນປີ 2024. ນອກຈາກນີ້, ກໍໄດ້ມີກອງປະຊຸມຮ່ວມລະຫວ່າງ ໄອປາ ກັບ ລັດຖະສະພາປະເທດສັງເກດການ ເພື່ອເພີ່ມທະວີການຮ່ວມມື, ການສະໜັບສະໜູນ, ແກ້ໄຂບັນຫາທີ່ເກີດຂຶ້ນ ແນໃສ່ຮັບປະກັນການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ, ຊຶ່ງປະທານກອງປະຊຸມແຕ່ລະກຳມາທິການປະຈຳ ໄດ້ລາຍງານຈະແຈ້ງຄົບຖ້ວນແລ້ວ.

ທ່ານ ໄຊສົມພອນ ພົມວິຫານ ຮຽກຮ້ອງບັນດາສະມາຊິກລັດຖະສະພາລະຫວ່າງຊາດອາຊຽນ, ລັດຖະສະພາປະເທດສັງ ເກດການ ແລະ ຄູ່ຮ່ວມພັດທະນາໄອປາ ນຳເອົາເນື້ອໃນຈິດໃຈສຳຄັນຂອງບັນດາມະຕິຕ່າງໆ ກໍຄື ຄຳຕົກລົງຂອງກອງປະຊຸມ ໄປເຜີຍແຜ່ ແລະ ເຊື່ອມສານເຂົ້າໃນວຽກງານຂອງຕົນໃຫ້ປະກົດຜົນເປັນຈິງ, ສາມາດປະເມີນໄດ້ ແລະ ມີການລາຍງານຢ່າງເປັນລະບົບ. ທັງນີ້, ກໍເພື່ອຍົກສູງບົດບາດຂອງໄອປາ ໃນການຊຸກຍູ້ສົ່ງເສີມ ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍຄື ການສົ່ງ ເສີມປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ແລະ ເຮັດໃຫ້ເສດຖະກິດອາຊຽນມີຄວາມເຂັ້ມແຂງ, ເປີດກວ້າງ, ປະຊາຄົມມີຄວາມສາມັກ ຄີປອງດອງ, ມີການພັດທະນາທີ່ເທົ່າທຽມກັນ, ຊີວິດການເປັນຢູ່ຂອງປະຊາ ຊົນດີຂຶ້ນ ແລະ ພ້ອມກັນກ້າວໄປຂ້າງໜ້າ.

ພ້ອມນີ້, ທ່ານ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາລັດຖະສະພາປະເທດສະມາຊິກໄອປາ, ລັດຖະສະພາສັງ ເກດການ, ກອງເລຂາໄອປາ, ສະພາແຫ່ງຊາດລາວ ແລະ ທຸກພາກ ສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນການ ປະຕິບັດໜ້າທີ່ ອັນມີກຽດສະຫງ່າດັ່ງກ່າວ ດ້ວຍຜົນສຳເລັດອັນຈົບ ງາມ ແລະ ທ່ານຍັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການເປັນປະທານໄອປາຂອງປະເທດມາເລເຊຍ ໃນຄັ້ງຕໍ່ໄປຈະປະສົບຜົນສຳເລັດໃຫຍ່ຫລວງກວ່າເກົ່າ.

Continue Reading

Previous: ຜົນສຳເລັດການເປັນເຈົ້າພາບກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ຂອງ ສປປ ລາວ
Next: ພິທີວາງສີລາລຶກ ໂຄງການໂຮງແຮມ 5 ດາວ (ລາວເຊັນເຕີ້) ກະຊວງປ້ອງກັນຄວາມສະຫງົບ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.