Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ທ່ານ ປະທານປະເທດ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ບົດບາດຂອງໄອປາ

ທ່ານ ປະທານປະເທດ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ບົດບາດຂອງໄອປາ

ກົມສື່ມວນຊົນ 22/10/2024
463787872_526325810293750_3746196329635261306_n copy

ໃນໂອກາດກ່າວບົດປາໄສຕໍ່ພິທີໄຂກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະ ຫວ່າງຊາດ ອາຊຽນ (AIPA) ຄັ້ງທີ 45, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບົດບາດຂອງ AIPA ໃນຖາ ນະທີ່ເປັນ ອົງການນິຕິບັນຍັດ ທັງເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງບັນດາປະເທດສະມາຊິກອາຊຽນ ໃນການຊຸກຍູ້ສົ່ງເສີມການຮ່ວມມືພາຍໃນອາຊຽນ ແລະ ອາຊຽນ ກັບພາຍນອກ, ໂດຍສະເພາະ ການສ້າງກົດໝາຍ, ການສະໜອງຂໍ້ ມູນດ້ານນິຕິກຳ, ການໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນດໍາເນີນງານຕ່າງໆໃນຂອບການຮ່ວມມືອາຊຽນຢ່າງຕັ້ງໜ້າ, ອັນໄດ້ປະກອບ ສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບມີຄວາມເຂັ້ມແຂງ, ມີຄວາມສາມັກຄີ ແລະ ເປີດກວ້າງ, ຮັດແຄບຄວາມແຕກໂຕນທາງດ້ານການພັດທະ ນາ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນອາຊຽນ ໃຫ້ດີຂຶ້ນເປັນກ້າວໆ.

ພ້ອມນີ້ ທ່ານສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າອາຊຽນ ພວກເຮົາ ເຖິງວ່າມີຄວາມຫຼາກຫຼາຍທາງດ້ານວັດທະນະທໍາ, ຮີດຄອງປະເພນີ, ພາສາປາກເວົ້າ ແລະ ຄວາມເຊື່ອຖື ເເຕ່ ພາຍໃຕ້ກົດບັດອາຊຽນ ກໍ່ຄືບັນດາຫຼັກການທີ່ເປັນພື້ນຖານທີ່ພວກເຮົາຍຶດຖືຮ່ວມກັນນັ້ນ, ພວກເຮົາ ສາມາດຫັນເອົາຄວາມຫຼາກຫຼາຍກາຍເປັນກຳລັງແຮງ ເພື່ອບັນລຸເປົ້າ ໝາຍລວມຂອງອາຊຽນ ໃນການສ້າງພາກພື້ນຂອງພວກເຮົາໃຫ້ກາຍເປັນພາກພື້ນ ທີ່ມີສັນຕິພາບ, ສະຖຽນລະພາບ ແລະ ມີ ການພັດທະນາ. ໃນອະນາຄົດອັນໃກ້ນີ້, ອາຊຽນ ຈະກວມເອົາທຸກປະເທດ ໃນອາຊີຕາ ເວັນອອກສຽງໃຕ້ ພາຍ ຫຼັງ ຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ, ເຊິ່ງຍິ່ງຈະເພີ່ມທ່າແຮງ ແລະ ຄວາມເຂັ້ມເເຂງໃຫ້ແກ່ ປະຊາຄົມ ອາຊຽນ ຂອງພວກເຮົາ.

ນອກຈາກນີ້, ທ່ານໄດ້ຍົກໃຫ້ເຫັນວ່າ: ຕະຫລອດໄລຍະການເປັນສະມາຊິກຄອບ ຄົວອາຊຽນໃນໄລຍະ 27 ປີຜ່ານມາ, ສປປ ລາວ ໄດ້ຖືສຳຄັນວຽກງານອາຊຽນ ແລະ ຖືເປັນບຸລິມະສິດໜຶ່ງໃນນະໂຍບາຍການຕ່າງປະເທດຂອງຕົນ, ໂດຍທຸກຂະແຫນງການຂອງ ສປປ ລາວ ໄດ້ເຂົ້າຮ່ວມຂະບວນການລວມຂອງອາຊຽນ ຢ່າງເຕັມສ່ວນ ແລະ ດ້ວຍຄວາມຮັບຜິດຊອບສູງ. ສປປ ລາວ ໄດ້ສຳເລັດການເຮັດຫນ້າທີ່ປະທານໝູນວຽນອາຊຽນ 3 ຄັ້ງ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນຂະບວນການສ້າງປະຊາ ຄົມອາຊຽນ ກໍ່ຄື ພາລະກິດ ລວມ ແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ເພື່ອຄວາມຈະເລີນຮຸ່ງເຮືອງໃນພາກພື້ນອາຊີຕາເວັນອອກສຽງໃຕ້ຂອງພວກເຮົາ.

Continue Reading

Previous: ພິທີວາງສີລາລຶກ ໂຄງການໂຮງແຮມ 5 ດາວ (ລາວເຊັນເຕີ້) ກະຊວງປ້ອງກັນຄວາມສະຫງົບ
Next: ກົມສື່ມວນຊົນ ປກສ ລາວ ພົບປະ-ເຮັດວຽກ ກັບ ຄະນະຮູບເງົາ ກົມສື່ມວນຊົນ ປກສ ຫວຽດນາມ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.