Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ຮອງລັດຖະມົນຕີ ກະຊວງ ປກສ ຕ້ອນຮັບ ເອກອັກຄະລັດຖະທູດ ລາວ ປະຈຳ ສປ ຈີນ

ຮອງລັດຖະມົນຕີ ກະຊວງ ປກສ ຕ້ອນຮັບ ເອກອັກຄະລັດຖະທູດ ລາວ ປະຈຳ ສປ ຈີນ

ກົມສື່ມວນຊົນ 28/11/2023
ຮອງລັດຖະມົນຕີ ກະຊວງ ປກສ ຕ້ອນຮັບ ເອກອັກຄະລັດຖະທູດ ລາວ ປະຈຳ ສປ ຈີນ

ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສົມພອນ ສີຈະເລີນ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໃນວັນທີ 24 ພະຈິກ 2023 ຜ່ານມາ, ໃນໂອກາດທີ່ທ່ານໄດ້ຖືກແຕ່ງຕັ້ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາຢູ່ ສປ ຈີນ ເຊິ່ງຈະເດີນທາງໄປປະຕິບັດໜ້າທີ່ ໃນທ້າຍເດືອນພະຈິກ 2023 ນີ້.

ໂອກາດນີ້, ພົທ ກົງທອງ ພົງວິຈິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ສົມພອນ ສີຈະເລີນ ທີ່ໄດ້ຮັບຕໍາແໜ່ງໃໝ່ໃນຄັ້ງນີ້ ພ້ອມທັງລາຍງານສະພາບລວມຂອງການຮ່ວມມື ເປັນຕົ້ນແມ່ນຂອດການຮ່ວມມືສອງຝ່າຍ ລາວ-ຈີນ, ຂົງເຂດດ້ານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ, ຂົງເຂດວຽກງານວິຊາສະເພາະ ແລະ ຂົງເຂດການຮ່ວມມືວຽກງານການຊ່ວຍເຫຼືອ.

ພ້ອມນີ້, ທ່ານຮອງລັດຖະມົນຕີ ກະຊວງ ປກສ ຍັງໄດ້ສະເໜີໃຫ້ທ່ານທູດລາວຄົນໃໝ່ ທີ່ຈະໄປຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ລາວ ປະຈຳ ສປ ຈີນ ຊ່ວຍຊຸກຍູ້ໃຫ້ຝ່າຍຈີນ ເຮັດໜ້າທີ່ໂຄສະນາເຜີຍແຜ່ຜົນຮ້າຍຂອງການຄ້າມະນຸດ ແລະ ຊຸກຍູ້ໃຫ້ຝ່າຍຈີນ ກວດກາໃຫ້ລະອຽດຕໍ່ກັບການຂໍແຕ່ງງານກັບຄົນຕ່າງປະເທດຂອງຝ່າຍຈີນ, ຊ່ວຍຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ບົດບັນທຶກການຮ່ວມມືຂອງສອງກະຊວງ ໃຫ້ເປັນຮູບປະທໍາຍິ່ງຂຶ້ນກວ່າເກົ່າ, ຊ່ວຍຍາດແຍ່ງການຊ່ວຍເຫຼືອຈາກຝ່າຍຈີນ ໃຫ້ແກ່ ກະຊວງ ປກສ ລາວ ແລະ ວຽກງານອື່ນໆ.

ໃນໂອກາດດັ່ງກ່າວ, ທ່ານ ສົມພອນ ສີຈະເລີນ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງ ທ່ານຮອງລັດຖະມົນຕີ ກະຊວງ ປກສ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະພະຍາຍາມຢ່າງສຸດຄວາມສາມາດ ເພື່ອຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ ສປປ ລາວ-ສປ ຈີນ ກໍຄື ຊຸກຍູ້ການພົວພັນຮ່ວມມືຂອງ ກະຊວງປ້ອງກັນຄວາມສະຫງົບ ລາວ-ຈີນ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຕໍ່ໜ້າ.

Continue Reading

Previous: ກອງປະຊຸມພົບປະວຽກງານຄຸ້ມຄອງຊາຍແດມຄັ້ງທີ 18 ລະຫວ່າງກອງບັນຊາການປ້ອງກັນຄວາມສະຫງົບ 5 ແຂວງພາກເໜືອ ສປປ ລາວ ແລະ ກອງບັນຊາການໃຫຍ່ຕຳຫຼວດກວດຄົນ-ເຂົ້າອອກເມືອງແຂວງຍຸນາມ ສປ ຈີນ ຢູ່ແຂວງຫຼວງພະບາງ
Next: ຄະນະພັກ ກົມສື່ສານ ຈັດກອງປະຊຸມເປີດກວ້າງ ແລະ ເລື່ອນຊັ້ນໃຫ້ນາຍຕຳຫຼວດ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.