Skip to content

ເມນູລັດ

  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວ ປກສ, ປກຊ
  • ຂ່າວການເຄື່ອນໄຫວວິຊາສະເພາະ ວິທະຍຸ ປກສ
  • ຂ່າວເດັ່ນ
  • ນິຕິກຳ
  • ບົດຄວາມ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
  • ໂທລະພາບ ປກສ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ກົມໃຫຍ່ການເມືອງ
      • ວິທະຍຸ ປກສ
        • ຂ່າວ ປກສ, ປກຊ
        • ບົດຄວາມ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ພະລາທິການ
    • ກົມກວດກາ-ກວດການ
    • ກົມສື່ສານ
      • ກົງຈັການຈັດຕັ້ງ
        • ຫ້ອງການກົມ
        • ພະແນກການເມືອງ
        • ພະແນກພະລາ
        • ພະແນກຄຸ້ມຄອງລະບົບຄອມພີວເຕີ
        • ພະແນກຕິດຕັ້ງ-ສ້ອມແປງ
        • ພະແນກຮັບ-ສົ່ງຂ່າວສານ
        • ພະແນກເຕັກນິກ
        • ພະແນກໂທລະສັບ
        • ພະແນກໂທລະເລກ
      • ພາລະບົດບາດ
      • ມູນເຊື້ອ
      • ກອງປະຊຸມ
      • ນິຕິກຳ
      • ພົວພັນ
      • ການເຄື່ອນໄຫວວິຊາສະເພາະ
    • ກົມ504
    • ກົມຄຸ້ມຄອງສຳມະໂນຄົວ
    • ກົມຄົ້ນຄວ້າ ວທສ-ປວສ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
    • ການເຄື່ອນໄຫວວຽກງານການນຳ
    • ການເມືອງ-ສັງຄົມ
    • ຂ່າວ ປກສ
    • ປະກົດການຫຍໍ້ທໍ້
    • ໂທລະພາບ ປກສ
  • ແຈ້ງການ
  • Home
  • ລັດຖະບານ ໄດ້ຍົກສູງປະສິດທິພາບການແກ້ໄຂຢາເສບຕິດສາມາດມ້າງຄະດີ 4.094 ເລື່ອງ
  • ການເຄື່ອນໄຫວວຽກງານຂອງການນຳ

ລັດຖະບານ ໄດ້ຍົກສູງປະສິດທິພາບການແກ້ໄຂຢາເສບຕິດສາມາດມ້າງຄະດີ 4.094 ເລື່ອງ

ກົມສື່ມວນຊົນ 21/06/2022

ໃນໄລຍະຜ່ານມາ, ລັດຖະບານ ກໍຄືກະຊວງປ້ອງກັນຄວາມສະຫງົບ ໄດ້ຍົກສູງປະສິດທິ ພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ເຊິ່ງກໍາລັງປ້ອງກັນຄວາມສະຫງົບ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການເຄື່ອນໄຫວຕາມຫລັກການ ແລະ ວິທີການວິຊາສະເພາະ, ນັບແຕ່ເດືອນ 7/2021 ຮອດເດືອນ5/20 22 ສາມາດແກ້ໄຂມ້າງຄະດີຢາເສບຕິດ ໃນຂອບເຂດທົ່ວປະເທດໄດ້ 4.094 ເລື່ອງ, ຈັບຜູ້ຖືກຫາ ໄດ້ 5.818 ຄົນ/ຍິງ 618 ຄົນ.

ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ໄດ້ລາຍງານຄວາມຄືບໜ້າຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2022) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 21 ມິຖຸນາ 2022 ເຊິ່ງໄດ້ຍົກໃຫ້ເຫັນການຈັດຈັດຕັ້ງປະຕິບັດໃນໄລຍະທີ 1 ສາມາດແກ້ໄຂໄດ້ຫລາຍຄະດີ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການແກ້ໄຂສະພາບຄວາມບໍ່ສະຫງົບ, ຄວາມບໍ່ເປັນລະ ບຽບຮຽບຮ້ອຍໃນສັງຄົມ, ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມ, ເງື່ອນໄຂເອື້ອອໍານວຍ ໃຫ້ແກ່ການສ້າງສາພັດທະນາເສດ ຖະກິດ-ສັງຄົມ. ພ້ອມນັ້ນ ໄດ້ຂຶ້ນບັນຊີເປົ້າໝາຍຂົນສົ່ງ-ຄ້າຂາຍຢາເສບຕິດລາຍຍ່ອຍ, ລາຍກາງ ແລະ ລາຍໃຫຍ່ໃນທົ່ວປະເທດ ໄດ້ຫລາຍເປົ້າໝາຍ; ນໍາກໍາລັງຈາກສູນກາງ ລົງປະຈໍາການເພີ່ມຢູ່ຈຸດຫລໍ່ແຫລມ, ຈຸດຂົນສົ່ງຂ້າມລອຍຢູ່ແຂວງອຸດົມໄຊ, ຫລວງນ້ຳາທາ ແລະ ແຂວງບໍ່ແກ້ວ, ທັງນໍາໃຊ້ໝາວິຊາສະເພາະ 6 ໂຕ; ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສໍາຫລວດ ແລະ ທໍາລາຍສວນຝິ່ນ 569 ເຮັກຕາ, ທໍາລາຍສວນກັນຊາ 4,2 ຮຕ ແລະ ສ້າງບົດບັນທຶກຢຸດເຊົາການປູກຝິ່ນກັບ 12.859 ຄອບຄົວ; ໄດ້ອອກໃບ ຢັ້ງຢືນໃຫ້ບໍລິສັດທີ່ເຂົ້າຮ່ວມປະຕິບັດ ໂຄງການປູກພືດທົດແທນການປູກຝິ່ນຢູ່ ສປປ ລາວ ຈໍານວນ 50 ບໍລິສັດ ທີ່ໄດ້ຈັດສັນອາຊີບໃຫ້ປະຊາຊົນຢູ່ທ້ອງຖິ່ນໄດ້ຫລາຍກວ່າ 44.000 ຄອບຄົວ, ໄດ້ປະຕິບັດໂຄງການພັດທະນາທາງເລືອກທົດແທນ ການປູກພືດທີ່ມີສານເສບຕິດ ທີ່ໄດ້ຮັບການສະຫນັບສະໜູນ ຈາກສາກົນ; ໄດ້ເຂົ້າຮ່ວມກອງປະຊຸມ ຢັ້ງຢືນຮັບຮອງເອົາມະຫາວິທະຍາໄລ ປອດຢາເສບຕິດ ຈໍານວນ 10 ເເຫ່ງ; ຂຶ້ນແຜນຜະລິດຢາ TO ເມັດ ເພື່ອປິ່ນປົວຜູ້ຕິດຢາເສບຕິດປະເພດຝຸ່ນ ແລະ ເຮໂຣອິນ; ໄດ້ຮ່ວມປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອທໍາລາຍສານເຄມີທີ່ຢຶດໄດ້ຢູ່ ແຂວງບໍ່ແກ້ວ, ຫລວງນ້ຳາທາ ແລະ ຫລວງພະບາງ ລວມທັງໝົດ 169 ໂຕນ.

ທ່ານ ພົອ ວິໄລ ຫລ້າຄຳຟອງ ໃຫ້ຮູ້ອີກວ່າ: ກະຊວງປ້ອງກັນຄວາມສະຫງົບ ໄດ້ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາ ໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ ໂດຍໄດ້ຄົ້ນຄ້ວານໍາສະເໜີສະພາແຫ່ງຊາດ ປັບປຸງ 11 ມາດຕາ, ເພີ່ມໃໝ່ 6 ມາດຕາ ຂອງກົດໝາຍ ວ່າດ້ວຍຢາເສບຕິດ; ປັດຈຸບັນ ປະທານປະເທດ ໄດ້ອອກລັດຖະດໍາລັດ ເລກທີ 227/ປປທ, ລົງວັນທີ 06 ທັນວາ 2021 ປະກາດໃຊ້ຢ່າງເປັນທາງການ; ໄດ້ຄົ້ນຄ້ວາປັບປຸງນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບຢາເສບຕິດທັງໝົດ 11 ນິຕິກໍາ, ໃນນີ້ມີດໍາລັດ 267/ນຍ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ຄໍາສັ່ງ 07/ນຍ ວ່າດ້ວຍການຂຶ້ນບັນຊີເຕົ້າໂຮມຊັບສິນ ທີ່ສານຕັດສີນຮິບເປັນຂອງລັດ; ຄໍາແນະນໍາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບວິທີປະຕິບັດຄໍາຕັດສີນປະຫານຊີວິດ ແລະ ໄດ້ຕິດຕັ້ງເຄື່ອງຈັກວິໄຈສານເສບຕິດເພີ່ມໃຫ້ແກ່ 03 ສູນວິໄຈຄື: ນະຄອນຫລວງວຽງຈັນ, ແຂວງ ອຸດົມໄຊ, ແຂວງຈໍາປາສັກ; ປັບປຸງກົງຈັກ, ບັນຈຸບຸກຄະລາກອນທີ່ຈໍາເປັນຮັບໃຊ້ໃຫ້ແກ່ການບໍາບັດປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດຢູ່ 13 ສູນ ທົ່ວປະເທດ, ໜ່ວຍບໍລິການປິ່ນປົວ ແລະ ໃຫ້ຄໍາປຶກສາ ຜູ້ຕິດຢາເສບຕິດຂັ້ນຊຸມຊົນຢູ່ໂຮງໝໍເມືອງ 28 ແຫ່ງ, ມີຜູ້ເຂົ້າຮັບການບໍາບັດປິ່ນປົວທັງໝົດ 4.978 ຄົນ/ຍິງ 160 ຄົນ, ປິ່ນປົວດີ 2.806 ຄົນ, ຍິງ 112 ຄົນ ແລະ ຍັງສືບຕໍ່ປິ່ນປົວ 2.172 ຄົນ, ຍິງ 48 ຄົນ.

ຂ່າວ-ພາບ: ຂປລ

Continue Reading

Previous: ເຈົ້າໜ້າທີ່ ປກສ ຕ້ານທຸກປາກົດການ ຫຍໍ້ທໍ້ທີ່ອາດແອບແຝງມານໍາການທ່ອງທ່ຽວ.
Next: ກະຊວງ ປກສ ຊີ້ແຈງຄຳຊັກຖາມກ່ຽວກັບ ການປະຕິບັດກົດໝາຍຂອງ ອົງການສືບສວນ-ສອບສວນ

ຂ່າວທີ່ຄ້າຍຄືກັນ

ປ້ອງກັນທີ່ຕັ້ງ ສຳເລັດກອງປະຊຸມກາງສະໄໝ
  • ການເຄື່ອນໄຫວວຽກງານຂອງການນຳ

ປ້ອງກັນທີ່ຕັ້ງ ສຳເລັດກອງປະຊຸມກາງສະໄໝ

06/06/2023
ກົມໃຫຍ່ຕຳຫຼວດ ປະກາດການແຕ່ງຕັ້ງ-ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ 215 ສະຫາຍ
  • ການເຄື່ອນໄຫວວຽກງານຂອງການນຳ

ກົມໃຫຍ່ຕຳຫຼວດ ປະກາດການແຕ່ງຕັ້ງ-ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ 215 ສະຫາຍ

24/05/2023
2 ພາກສ່ວນ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ
  • ການເຄື່ອນໄຫວວຽກງານຂອງການນຳ
  • ຂ່າວ ປກສ

2 ພາກສ່ວນ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

22/05/2023

ຄົ້ນຫາ

ອ່ານຂ່າວຍ້ອນຫຼັງ

  • ເດືອນມີນາ 2023
  • ເດືອນພຶດສະພາ 2023
  • ເດືອນເມສາ 2023
  • ເດືອນມີນາ 2023
  • ເດືອນກຸມພາ 2023
  • ເດືອນມັງກອນ 2023
  • ເດືອນທັນວາ 2022
  • ເດືອນພະຈິກ 2022
  • ເດືອນຕຸລາ 2022
  • ເດືອນກັນຍາ 2022
  • ເດືອນສິງຫາ 2022
  • ເດືອນກໍລະກົດ 2022
  • ເດືອນມີນາ 2022
  • ເດືອນພຶດສະພາ 2022
  • ເດືອນເມສາ 2022
  • ເດືອນມີນາ 2022
  • ເດືອນກຸມພາ 2022
  • ເດືອນທັນວາ 2021
  • ເດືອນມີນາ 201

ການເມືອງ-ສັງຄົມ

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

30/05/2023
ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

27/01/2023
ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

26/01/2023
ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

01/12/2022
ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

29/11/2022
ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

27/10/2022
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
  • ແຈ້ງການ
ສະຫງວນລິຂະສິດ: © 2014 ກະຊວງປ້ອງກັນຄວາມສະຫງົບ