Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ມອບ-ຮັບໜ້າທີ່ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື

ມອບ-ຮັບໜ້າທີ່ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື

ກົມສື່ມວນຊົນ 24/12/2024
471150993_1139128278216429_5350351087108054318_n copy

ກອງບັນຊາການ ປກສ ແຂວງ ອັດຕະປື ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກອງບັນ ຊາການ ປກສ ແຂວງ ລະຫວ່າງ ພົຈວ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາ ການ ປກສ ແຂວງອັດຕະປື ຜູ້ເກົ່າ ແລະ ພັອ ສັກສິດ ສີພັນດວງ ຫົວໜ້າກອງບັນ ຊາການ ປກສ ແຂວງອັດຕະປື ຜູ້ໃໝ່ ໃນວັນທີ 20 ທັນວາ 2024, ໂດຍການເຂົ້າ ຮ່ວມຂອງ ທ່ານ ຄຳຫວັນ ຈັນທະໂຄດ ປະທານກວດກາ ພັກ-ລັດ ແຂວງ, ມີພະນັກ ງານຂັ້ນແຂວງ, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ຕະຫຼອດຮອດນາຍຕຳຫຼວດເຂົ້າຮ່ວມ.

ພົຈວ ສີເວີນ ແກ້ວສີວົງສາ ໄດ້ລາຍງານການເຄື່ອນໄຫວຈັດຕັ້ງນຳພາວຽກງານໃນໄລຍະທີ່ຜ່ານມາໂດຍຍົກໃຫ້ເຫັນດ້ານຜົນງານທີ່ພົ້ນເດັ່ນເປັນຕົ້ນ: ໄດ້ເອົາໃຈໃສ່ສຶກ ສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕຳຫຼວດເປັນປົກກະຕິ, ນໍາພາກໍ່ສ້າງປັບປຸງກົງຈັກການຈັດຕັ້ງກຳລັງປ້ອງກັນຄວາມສະຫງົບ ແຂວງອັດຕະປື ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີແບບແຜນວິທີເຮັດວຽກທີ່ສອດຄ່ອງ, ພັດທະນາກຳລັງ ຕາມທິດຫັນເປັນທັນສະໄໝເທຶ່ອລະກ້າວ, ຫັນເອົາພະນັກງານວິຊາສະເພາະລົງກໍ່ສ້າງຮາກຖານການເມືອງຕາມທິດ 3 ສ້າງຂອງພັກ-ລັດ ນຳພາປັບປຸງກໍ່ສ້າງພື້ນຖານໂຄງລ່າງມີຄວາມເປັນລະບຽບ ແລະ ຈົບງາມ, ປັບປຸງວຽກງານພະລາທິການເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ ແລະ ບຸກຄົນຕາມທິດ ເພິງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນຳພາຈັດຕັ້ງຜັນຂະຫຍາຍວຽກງານພົວພັນການຕ່າງປະເທດ ເຂົ້າໃນຂົງເຂດວຽກງານປ້ອງກັນຄວາມສະຫງົບກັບປະເທດເພື່ອນບ້ານໃກ້ຄຽງໄດ້ເປັນຢ່າງດີ.

ຈາກນັ້ນ, ໃນພິທີກໍໄດ້ລົງນາມເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ຢ່າງເປັນທາງການລະຫວ່າງ ພົຈວ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ຜູ້ເກົ່າ ແລະ ພັອ ສັກສິດ ສີພັນດວງ ຫົວໜ້າກອງບັນຊາການ ປກສ ແຂວງອັດ ຕະປື ຜູ້ໃໝ່, ໂດຍມີ ທ່ານ ຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ ປະທານກວດກາ ພັກ-ລັດ ແຂວງມີຄະນະພັກ, ຄະນະກອງບັນຊາການ, ຫົວໜ້າຫ້ອງ ຮອງຫ້ອງ, ຄະນະພະແນກຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

Continue Reading

Previous: ກອງປະຊຸມຕີລາຄາຄວາມຄືບໜ້າໂຄງການ “ສ້າງຖານຂໍ້ມູນພົນລະເມືອງແລະ ບັດປະຈຳຕົວ”
Next: ກຽມຄວາມພ້ອມປ້ອງກັນງານສະຫຼອງສົ່ງທ້າຍປີເກົ່າ ແລະ ບຸນປະເພນີ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.