ພາຍຫຼັງສໍາເລັດການເຮັດວຽກຢູ່ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ໃນວັນທີ 30 ພະຈິກ 2024 ຜ່ານມາ, ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍຄະນະ ກໍໄດ້ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອ ຢູ່ຫ້ອງວ່າການປົກຄອງເມືອງມຸນລະປະໂມກ ແຂວງຈໍາປາສັກ, ເຊິ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ລົດກະບະ ຍີ່ຫໍ້ MITSUBISHI TRITON ຈໍານວນ 1 ຄັນ, ຢາປິ່ນປົວພະຍາດ ແລະ ເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ, ເປັນກຽດກ່າວມອບໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍຄະນະ, ຕາງໜ້າຮັບໂດຍ ທ່ານ ວັນນະສັກຊາດຕະກຸນ ເຈົ້າເມືອງມຸນລະປະໂມກ, ມີຄະນະພັກ-ຄະນະບັນຊາ, ປກຊ-ປກສ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການມອບ-ຮັບລົດກະບະ ຍີ່ຫໍ້ MITSUBISHI TRITON, ຢາປິ່ນປົວພະຍາດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃນຄັ້ງນີ້ ກໍເພື່ອເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ວຽກງານ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ແລະ ຫ້ອງການສາທາລະນະສຸກ ເມືອງມຸນລະປະໂມກ ແຂວງຈໍາປາສັກ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະທີ່ກຽ່ວຂ້ອງ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ດີຂຶ້ນກວ່າເກົ່າ.
ສໍາລັບຢາປິ່ນປົວພະຍາດ ແລະ ເຄື່ອງອຸປະໂພກ-ບໍລິໂພກທີ່ນໍາມາມອບໃນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ເປັນຕົ້ນ: ກົມເສນາຮັກ ກະຊວງ ປກສ, ກະຊວງສາທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ໂອກາດນີ້, ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ກໍໄດ້ໂອ້ລົມຕໍ່ຄະນະ ພັກ, ຄະນະນໍາເມືອງ, ກໍາລັງ ປກຊ-ປກສ ເມືອງ ແລະ ອໍານາດປົກຄອງທ້ອງຖິ່ນ ເຊິ່ງທ່ານໄດ້ກ່າວຖາມຂ່າວຄາວຕໍ່ອໍານາດປົກຄອງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພໍ່ແມ່ປະຊາຊົນ ດ້ວຍຄວາມເປັນຫ່ວງເປັນໃຍຕໍ່ສະພາບຊີວິດການເປັນຢູ່ ແລະ ຖາມເຖິງຂໍ້ສະດວກ ແລະ ຄວາມຫຍຸ້ງຍາກຕ່າງໆ, ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການປົກຄອງທຸກຂັ້ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ຕໍ່ການພັດທະນາທ້ອງຖິ່ນ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ນັບມື້ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.
ພ້ອມນີ້, ພົທ ກົງທອງ ພົງວິຈິດ ກໍຍັງໄດ້ມີຄໍາເຫັນເນັ້ນໃຫ້ພໍ່ແມ່ປະຊາຊົນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງທ້ອງຖິ່ນ ໃຫ້ມີຄວາມຍືນຍົງ ເປັນຕົ້ນແມ່ນບັນດາມູນເຊື້ອຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ພ້ອມກັນປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ, ສັງຄົມມີຄວາມສີວິໄລ ແລະ ຍຸຕິທໍາ.