
ກອງບັນຊາການປ້ອງກັນທີ່ຕັ້ ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ທິດທາງແຜນ ການຈຸດສຸມ ປະຈຳປີ 2025 ,ໃນວັນທີ 22 ມັງກອນ 2025ນີ້, ພາຍໃຕ້ການເປັນປະທານຂອງ ພັນເອກ ຈັນທອນ ແກ້ວມະນີວົງ ຫົວ ໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ-ຄະນະກອງບັນຊາ ການ, ບັນດາຫ້ອງ, ກອງພັນ, ກອງເອກະລາດ ແລະສູນຝຶກວິຊາສະເພາະປ້ອງກັນທີ່ຕັ້ງ ເຂົ້າຮ່ວມ.

ພັນເອກ ສົມລີ ຊາວານາ ຫົວໜ້າຫ້ອງການ ປ້ອງກັນທີ່ຕັ້ງ ໄດ້ສະຫຼຸບຕີລາຄາຄືນຜົນງານການນຳພາ-ຊີ້ນຳຂອງຄະນະກອງບັນຊາ ການ ໃນໄລຍະ 1 ປີຜ່ານມາ: ກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ເອົາໃຈໃສ່ເຄື່ອນໄຫວປະກອບສ່ວນເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບສຸກຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ດ້ວຍຄວາມຮັບຜິດຊອບສູງ; ໂດຍເຄື່ອນໄຫວຕາມພາລະບົດບາດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ເປັນເຈົ້າການຊອກຮູ້ກຳແໜ້ນສະພາບການ ເພື່ອວາງແຜນການ ມາດຕະການ , ວິທີການປ້ອງກັນ, ສະກັດກັ້ນ, ຕອບຕ້ານຢ່າງທັນການ, ກັບກຸ່ມຄົນບໍ່ຫວັງດີ ເພື່ອຫວັງມ້າງເພທຳລາຍກໍ່ຄວາມບໍ່ສະຫງົບໃຫ້ແກ່ບັນດາສຳນັກງານອົງ ການພັກ-ລັດ, ອົງການຈັດຕັ້ງສາກົນ, ພື້ນຖານເສດຖະກິດ, ວັດທະນາທຳ-ສັງຄົມແຫ່ງຊາດ, ແຂກພາຍໃນ ແລະ ຕ່າງປະເທດ.


ນອກນີ້, ຍັງໄດ້ເອົາໃຈໃສ່ປ້ອງກັນເວນຍາມ ຈຸດທີ່ຕັ້ງສໍາຄັນຕ່າງໆ ຕະຫຼອດ 24 ຊົ່ວ ໂມງ, ອອກກວດກາລາດຕະເວນເປັນປົກກະຕິ ເພື່ອຮັບປະກັນບໍ່ໃຫ້ມີສະພາບເກີດ ຂຶ້ນ ເຊິ່ງກອງບັນຊາການປ້ອງກັນທີ່ຕັ້ງ ມີຈຸດປ້ອງກັນທັງໝົດ 127 ຈຸດ, ປ້ອງກັນສໍານັກ-ອົງການລັດ 39 ຈຸດ, ພື້ນຖານເສດຖະກິດ 69 ຈຸດ, ໂຄງການກໍ່ສ້າງ 1 ແຫ່ງ, ອົງການຈັດຕັ້ງສາກົນ 23 ຈຸດ; ພ້ອມດຽວກັນ, ຍັງໄດ້ປະຕິບັດໜ້າທີ່ຕາມການມອບ ໝາຍຂອງຂັ້ນເທິງ ເຊັ່ນ: ປ້ອງກັນກອງປະຊຸມຕ່າງໆ 38 ຄັ້ງ ມີ 358 ແຮງງານ ,ປ້ອງກັນງານ ກິດຈະກຳຂັ້ນເທິງຈັດຂຶ້ນ 8 ຄັ້ງ ມີ 90 ແຮງງານ, ປ້ອງກັນການເຄື່ອນຍ້າຍວັດຖຸມີຄ່າ ຢູ່ນະຄອນຫຼວງວຽວຈັນ ແລະ ຕ່າງແຂວງ 5.658 ຄັ້ງ ມີ 9.993 ແຮງງານ; ພ້ອມນີ້, ຍັງໄດ້ເອົາໃຈໃສ່ ປັບປຸງວຽກງານປ້ອງກັນເວນຍາມ ຢູ່ບັນດາກອງພັນ, ກອງຮ້ອຍເອກະ ລາດ ໃຫ້ເຂັ້ມແຂງ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິ ບັດໜ້າທີ່ປ້ອງກັນເວນຍາມຢູ່ແຕ່ລະຈຸດ ມີຄວາມສະຫງົບປອດໄພສູງ.

ທິດທາງວຽກຈຸດສຸມໃນປີ 2025, ກອງບັນຊາການປ້ອງກັນທີ່ຕັ້ວ ຈະສືບຕໍ່ເພີ່ມທະວີປັບປຸງ-ກໍ່ສ້າງວຽກງານພັກ ແລະ ກໍ່ສ້າງກຳລັງປ້ອງກັນທີ່ຕັ້ງໃຫ້ປອດໄສ, ເຂັ້ມແຂງ, ໜັກແໜ້ນ ແລະ ຮອບດ້ານ; ຕັ້ງໜ້າຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ຕິດພັນກັບການຈັດຕັ້ງປະຕິບັດທິດນຳ 3 ສ້າງຂອງພັກໃນຂົງ ເຂດວຽກງານປ້ອງກັນຄວາມສະຫງົບ ໃຫ້ເປັນຮູບປະທຳ, ມີປະສິດທິພາບ ແລະ ປະສິດທິຜົນສູງຢ່າງແທ້ຈິງ; ສືບຕໍ່ລົງກໍ່ສ້າງຮາກຖານການເມືອງ ເຮັດໃຫ້ວຽກງານປ້ອງ ກັນຄວາມສະຫງົບ ກາຍເປັນສະຕິ ແລະ ຄວາມຮັບຜິດຊອບຮ່ວມກັນຂອງທົ່ວສັງ ຄົມ ຄຽງຄູ່ກັບການຈັດຕັ້ງປະຈຳການກຽມພ້ອມສູ້ຮົບ ຕະຫຼອດ 24 ຊົ່ວໂມງ, ເປັນເຈົ້າການສະກັດກັ້ນ ແລະ ແກ້ໄຂບັນດາໜໍ່ແໜງກໍ່ຄວາມບໍ່ສະຫງົບ ໃຫ້ໄດ້ໂດຍພື້ນຖານ, ຮັບປະກັນບໍ່ໃຫ້ເກີດເຫດ ການຄວາມບໍ່ສະຫງົບ ທາງດ້ານການເມືອງທີ່ຮ້າຍແຮງຖ້າຫາກເກີດຢູ່ປອນໃດຕ້ອງແກ້ໄຂຂາດຕົວຢູ່ບ່ອນນັ້ນ, ບໍ່ປະໃຫ້ແຜ່ລາມກວ້າງອອກ, ບໍ່ໃຫ້ແກ່ຍາວເວລາ ຫຼື ສົ່ງຜົນກະທົບເຖິງຄວາມໝັ້ນຄົງຂອງຊາດຢ່າງເດັດຂາດ.