ວັນທີ 22 ພະຈິກ 2024, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດຖອນ ແລະ ແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ ລາວ- ໄທ ແຫ່ງທີ II ສະຫວັນນະເຂດ- ມຸກດາຫານ, ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຫົວໜ້າ-ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ,ກອງບັນຊາການ ປກສ 14 ເມືອງ 1 ນະຄອນ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໃນພິທີ, ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຖອນ ນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ.ໃນນີ້, ໄດ້ຖອນ ພັອ ລໍາພົງ ໄຊທອງ ຈາກຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ II ໄປປະຈໍາການຢູ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາ ການ ປກສ ແຂວງສະຫວັນນະເຂດ, ໂດຍຕົກລົງແຕ່ງຕັ້ງ ພັອ ວົງຄຳ ອິນທະບານ ເປັນຫົວ ໜ້າຄະນະຄຸ້ມ ຄອງດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ II ແຂວງສະຫວັນນະເຂດ, ສ່ວນຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.
ໃນໂອກາດດຽວກັນນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຫົວໜ້າດ່ານຜູ້ເກົ່າສາມາດຍາດໄດ້ຜົນງານໃນໄລຍະຜ່ານມາ, ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໃຫ້ຫົວໜ້າດ່ານຜູ້ໃໝ່ ພ້ອມຄະນະ ຈົ່ງພ້ອມກັນເພີມທະວີ ຍົກສູງສະຕິຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ແລະ ການຊີ້ນຳຂອງຂັ້ນເທິງ, ເອົາໃຈໃສ່ກໍ່ສ້າງ-ປັບປຸງກຳລັງພາຍໃນດ່ານ, ມີຄວາມສາມັກຄີພາຍໃນ, ມີຄວາມຮັບຜິດຊອບວຽກ ງານວິຊາສະເພາະຂອງຕົນ, ມີການປະສານງານ, ປະສານສົມທົບພະແນກການທີ່ກ່ຽວຂ້ອງໃຫ້ເປັນປົກກະຕິ ແລະ ມີແບບແຜນວີທີເຮັດວຽກໃຫ້ມີຄຸນນະພາບສູງຂຶ້ນ.