
ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກໍາປູເຈຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍພັນ ລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນວັນທີ 4-5 ທັນ ວາ 2024 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວ ພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມ ມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ ແລະ ກຳປູເຈຍ ໃຫ້ເລິກເຊິ່ງກວ່າເກົ່າ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນແລງຂອງວັນທີ 4 ທັນວາ 2024, ທີ່ວັງສັນຕິພາບ ນະຄອນຫຼວງພະນົມເປັນ. ພາຍຫຼັງສໍາເລັດພິທີ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມ ເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ ແທນຂັ້ນສູງສອງປະເທດ ກໍ່ໄດ້ດຳເນີນການພົບປະສອງຝ່າຍຢ່າງເປັນທາງການ.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດ ຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ, ພ້ອມນີ້ ກໍ່ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວ ກັບການພົວ ພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ເປັນຕົ້ນ ດ້ານການເມືອງ, ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ-ການຄ້າ, ການເງິນ, ພະລັງງານ, ໂຍທາທິການ-ຂົນສົ່ງ, ການສຶກ ສາ, ວັດທະນະທຳ-ທ່ອງທ່ຽວ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ວຽກງານຊາຍແດນ ແລະ ການຮ່ວມມືດ້ານການ ທູດປະຊາຊົນ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງທີ່ດີມີມາແຕ່ດົນນານ ກໍ່ຄື ການເປັນຄູ່ຮ່ວມມືຍຸດທະ ສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ທີ່ນັບມື້ໄດ້ຮັບການເສີມ ຂະຫຍາຍໃຫ້ແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກກວ່າເກົ່າ.
ສອງຝ່າຍ ເຫັນດີເປັນເອກະພາບສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນໃນທຸກລະດັບ ເພື່ອແລກ ປ່ຽນບົດຮຽນ ແລະ ປຶກສາຫາລືກັນລະອຽດໃນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນໍາສອງຝ່າຍ ທີ່ໄດ້ລົງນາມກັນແລ້ວນັ້ນ ໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນສູງສຸດ, ສືບຕໍ່ຈັດກອງປະຊຸມຂອງບັນດາກົນໄກທີ່ສອງຝ່າຍມີນໍາກັນແລ້ວ ເປັນຕົ້ນ ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ກໍາປູເຈຍ-ລາວ (JC), ກອງປະຊຸມຄະນະກໍາ ມະການຊາຍແດນຮ່ວມ ລາວ -ກໍາປູເຈຍ ກໍາປູເຈຍ-ລາວ (JBC) ແລະ ອື່ນໆ, ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືກັນຢ່າງໃກ້ ຊິດລະ ຫວ່າງກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບຂອງສອງປະ ເທດ ລາວ-ກໍາປູເຈຍ ເພື່ອຮັບປະກັນໄດ້ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດບໍລິ ເວນຊາຍແດນສອງປະເທດ, ຊຸກຍູ້ໃຫ້ຄະ ນະກໍາມະການຊາຍແດນຮ່ວມສອງຝ່າຍ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອໃຫ້ສາມາດສໍາເລັດການກໍານົດເສັ້ນຊາຍແດນ ແລະ ປັກຫຼັກຫໝາຍຊາຍແດນສ່ວນທີ່ຍັງເຫຼືອໃຫ້ສໍາເລັດ, ສອງຝ່າຍ ຈະສືບຕໍ່ຊຸກຍູ້ບັນດາຂະແຫນງການທີ່ກ່ຽວຂ້ອງຂອງສອງປະ ເທດ ເພື່ອສົ່ງເສີມດ້ານການຄ້າ, ການລົງທຶນ ແລະ ການທ່ອງ ທ່ຽວ ກໍ່ຄື ການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດຂອງສອງປະເທດ ລາວ-ກຳປູເຈຍ ໃຫ້ສາມາດແລກ ປ່ຽນບົດຮຽນ ແລະ ເຮັດທຸລະກິດຮ່ວມກັນໃຫ້ຫຼາຍຂຶ້ນ ເພື່ອເພີ່ມມູນຄ່າການຄ້າສອງຝ່າຍໃຫ້ຫຼາຍຂຶ້ນກວ່າເກົ່າ ໂດຍໃຫ້ສຸມໃສ່ຂະຫຍາຍການຄ້າທີ່ມີທ່າແຮງ ເປັນຕົ້ນ ດ້ານພະລັງ ງານໄຟຟ້າ, ກະສິກຳ ແລະ ອື່ນໆ ລວມທັງຊຸກຍູ້ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ໃຫ້ມີການຄ້າຂາຍກັນຫຼາຍຂຶ້ນໃນຕໍ່ຫນ້າ; ເພີ່ມທະວີການຮ່ວມມືດ້ານການສຶກສາ ເນື່ອງຈາກວ່າ ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດການແລກປ່ຽນທຶນການສຶກສາ ແມ່ນຍັງບໍ່ບັນລຸຕາມຄາດຫມາຍເທົ່າທີຄວນ; ສຳລັບການຮ່ວມມືດ້ານວັດທະນະທຳ-ສັງຄົມ ແລະ ການທ່ອງ ທ່ຽວ ສອງຝ່າຍເຫັນດີໃຫ້ຂະແຫນງການກ່ຽວຂ້ອງ ສືບຕໍ່ປຶກສາຫາລືກັນລະອຽດໃນການສະເໜີຮູບແບບທ່ອງທ່ຽວສອງປະເທດ ເປັນຕົ້ນ ທ່ອງທ່ຽວຫຼວງພະບາງ-ຈໍາປາສັກ-ຊຽມ ຣຽບ ຫຼື ອື່ນໆ.

ສອງຝ່າຍ ຍັງໄດ້ສະແດງຄວມຊົມເຊີຍຕໍ່ການພົວພັນຮ່ວມມືດ້ານໂຍທາທິການ ແລະ ຂົນສົ່ງ ເປັນຕົ້ນ ການເປີດເສັ້ນທາງບິນໂດຍກົງ ປາກເຊ- ຊຽມຣຽບ-ປາກເຊ ແລະ ເສັ້ນທາງລົດເມ ຈາກປາກເຊ-ພະນົມ ເປັນ-ປາກເຊ; ປາກເຊ-ຊຽມຣຽບ-ປາກເຊ ເຊິ່ງໄດ້ອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນ ແລະ ນັກທ່ອງທ່ຽວສອງປະເທດ ແລະ ປະເທດທີສາມ, ໃນນັ້ນ ສອງຝ່າຍ ຍັງໄດ້ຮັບຊາບຄວາມຄືບຫນ້າຂອງໂຄງການກໍ່ສ້າງຂົວເຊລຳເພົາ ແລະ ປຶກສາຫາລືເຖິງບັນດາໂຄງການເສັ້ນທາງດ່ວນ-ໂຄງການສ້າງທາງລົດໄຟເຊື່ອມຈອດ ລະຫວ່າງ ລາວ-ກຳປູເຈຍ ໃນຕໍ່ຫນ້າ. ພ້ອມນີ້, ຜູ້ນຳສອງປະເທດ ຢືນຢັນຈະສືບຕໍ່ສະ ໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດຂອງສອງຊາດ ໃນຂອບສະຫະປະຊາຊາດ, ອາຊຽນ ແລະ ອານຸພາກພື້ນແມ່ນໍ້າຂອງອື່ນໆ ເປັນຕົ້ນ ຂອບການຮ່ວມມືແອັກແມັກ (ACMECS), CLMV, GMS. ພ້ອມນັ້ນ, ສອງຝ່າຍ ເຫັນດີຈະເຮັດວຽກຮ່ວມກັນຢ່າງໃກ້ຊິດໃນການກະກຽມໃຫ້ແກ່ການ ເດີນທາງຢ້ຽມຢາມທາງລັດຖະກີດ ສປປ ລາວ ຂອງ ພະບາດ ສົມເດັດ ພະບໍ ຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະ ສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນປີ 2025. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ກຳປູເຈຍ ຕະຫຼອດໄລຍະຜ່ານມາ ໂດຍສະເພາະ ການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ໃຫ້ມີຜົນສຳເລັດອັນຈົບງາມ, ຢືນຢັນຄືນຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ໃນການສືບຕໍ່ເສີມ ຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ ຖານເພື່ອນມິດສະ ໜິດສະໜົມ, ບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງ ມາແຕ່ບູຮານນະການ ກໍ່ຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ.
ໃນຂະນະດຽວກັນ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ກໍໄດ້ຢືນຢັນຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຂະຫຍາຍການພົວພັນຮ່ວມ ມືສອງປະເທດ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ, ອວຍພອນໃຫ້ການພົວພັນຮ່ວມມື ລາວ-ກຳປູເຈຍ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ຈົ່ງສືບຕໍ່ຂຽວສົດງົດງາມ ເພື່ອຜົນປະໂຫຍດຕົວຈິງຂອງປະຊາຊົນສອງຊາດ ກຳປູເຈຍ-ລາວ.
ພາຍຫຼັງສຳເລັດການພົບປະ, ຜູ້ນຳສອງປະເທດ ກໍໄດ້ເປັນສັກ ຂີພິຍານໃນການລົງນາມເອກະສານການຮ່ວມມື ລາວ-ກຳປູເຈຍ ຈຳນວນ 3 ສະບັບ ຄື: 1.) ສັນຍາຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້ (DTA); 2.) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ກໍາປູເຈຍ ແລະ ລັດຖະບານ ສປປ ລາວ ກ່ຽວກັບ ການຮ່ວມມືໃນຂົງເຂດວັດທະນະທຳ ແລະ ສິນລະປະ; 3.) ບົດບັນທຶກຄວາມ ເຂົ້າໃຈ ວ່າດ້ວຍ ການຮ່ວມມືໃນຂະແໜງການກະສິກຳ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອາ ນາຈັກ ກຳປູເຈຍ.
ໃນຕອນຄ່ຳ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກໍໄດ້ເປັນກຽດຈັດ ງານລ້ຽງຕ້ອນຮັບໃຫ້ແກ່ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ, ໃນໂອ ກາດມາຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ. ນອກຈາກນີ້, ໃນຕອນບ່າຍຂອງວັນດຽວ ກັນ, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຍັງໄດ້ໄປຢ້ຽມຢາມເຂດເສດຖະກິດພິເສດພະນົມເປັນ ເພື່ອຢ້ຽມຊົມ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຊອກຫາຊ່ອງ ທາງໃນການຂະຫຍາຍການຮ່ວມມືລະຫວ່າງ ສອງປະເທດ ລາວ-ກຳປູເຈຍ ໃນຕໍ່ໜ້າ.