ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ບັນດາກົມວິຊາສະເພາະ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນສະຫງົບ ແຫ່ງ ສປປ ລາວ ແລະ ກົມຕໍາຫຼວດສືບສວນ-ສອບສວນອາຊະຍາກໍາຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2024 ທີ່ນະ ຄອນຫຼວງວຽງຈັນ, ຝ່າຍລາວນໍາໂດຍ ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນສະຫງົບ ແຫ່ງ ສປປ ລາວ, ຝ່າຍຫວຽດນາມນໍາໂດຍ ພັອ ວູ ວັນເດົາ ຮອງຫົວ ໜ້າກົມຕໍາຫຼວດສືບສວນ-ສອບສວນອາຊະຍາກໍາຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດ ນາມ ໂດຍມີຄະນະທັງສອງຝ່າຍ ເຂົ້າຮ່ວມ.
ພົຈວ ກອງສະຫວັດ ບຸນລ້ຽງ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ເປັນການຜັນຂະຫຍາຍແຜນການຮ່ວມມື ປະຈຳປີ 2024 ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ, ກອງປະຊຸມແມ່ນມີຄວາມໝາຍສຳຄັນທີ່ສຸດ, ຜົນ ສຳເລັດຂອງກອງປະຊຸມຄັ້ງນີ້ຈະເປັນການປະກອບສ່ວນເຂົ້າໃນຜົນງານລວມຂອງກຳ ລັງຕຳຫຼວດສອງຊາດ ລາວ-ຫວຽດນາມ ທັງປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ກຳລັງຕຳ ຫຼວດສອງປະເທດໃຫ້ຈະເລີນງອກງາມຍິ່ງໆຂຶ້ນ, ການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງພວກເຮົາຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍປະການ ໂດຍສະເພາະ ການຄ້າມະນຸດ, ປຸ້ນຊັບ-ຊີງຊັບ, ລັກຊັບ ແລະ ການເຄື່ອນໄຫວກະທໍາຜິດທາງອາຍາອື່ນໆ, ບັນດາກຸ່ມແກ້ງເຄື່ອນໄຫວທຸລະກິດທີ່ບໍ່ຖືກ ຕ້ອງຕາມລະບຽບກົດໝາຍ, ການໄລ່ຊອກ-ໄລ່ຈັບຜູ້ກະທຳຜິດແລ້ວເອົາຕົວລົບໜີ, ພວກອາຊະຍາກໍາເລົ່ານີ້ໄດ້ມີເລ່ລ້ຽມວິທີການເຄື່ອນໄຫວຢ່າງເລິກແລບແນບນຽນ, ເປັນກຸ່ມແກ້ງມີເຄືອຄ່າຍ, ມີການຈັດຕັ້ງຂ້າມຊາດ, ນໍາໃຊ້ເຕັກນິກທັນສະໄໝ ແລະ ຄວາມຮຸນແຮງເຂົ້າໃນການກະທຳຜິດ, ເພື່ອແກ້ໄຂບັນຫາດັ່ງກ່າວມັນຮຽກຮ້ອງໃຫ້ສອງກໍາລັງຕໍາຫຼວດ ລາວ-ຫວຽດນາມ ມີຄວາມຈຳເປັນຕ້ອງໄດ້ສືບຕໍ່ແລກປ່ຽນບົດ ຮຽນ, ປຶກສາຫາລືຊອກຫາທາງແກ້ໄຂຢ່າງມີປະສິດຕິຜົນ.
ໃນກອງປະຊຸມ, ກໍໄດ້ຮັບຟັງການຜ່ານບົດແຈ້ງສະພາບປະກົດການຫຍໍ້ທໍ້ ແລະ ວຽກ ງານວິຊາສະເພາະທີ່ກ່ຽວຂ້ອງຂອງກໍາລັງຕໍາຫຼວດ ລາວ-ຫວຽດນາມ. ຫຼັງຈາກນັ້ນ, ຄະນະຜູ້ແທນສອງຝ່າຍກໍໄດ້ພ້ອມກັນປະກອບຄໍາເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຕີລາຄາສະພາບການ, ການຈັດຕັ້ງປະຕິບັດແຜນການຮ່ວມມືໃນໄລຍະຜ່ານມາ ແລະ ຄົ້ນຄວ້າວາງແຜນຮ່ວມມືກັນໃນປີຕໍ່ໜ້າ.