ໃນຕອນເຊົ້າຂອງວັນທີ 26 ພະຈິກ 2024 ທີ່ສະໂມສອນກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດພິທີ ປະກາດຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການຖອນ ແລະ ແຕ່ງຕັ້ງຫົວໜ້າດ່ານ ຕມ ສາກົນ ດາກຕະອອກ ແຂວງເຊກອງ ໂດຍການເປັນປະທານຂອງ ພັອ ຄຳບານ ພົມມະນີວົງ ຫົວ ໜ້າກອງບັນຊາການ ປກສ ແຂວງເຊກອງ ມີນາຍ ແລະ ພົນຕຳຫຼວດ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພັທ ທອງດຳ ແສງວິໄລຄຳ ຫົວໜ້າດ່ານ ຕມ ສາກົນດາກຕະອອກ (ຜູ້ເກົ່າ) ໄດ້ຂຶ້ນຜ່ານບົດສະຫຼຸບໂດຍຫຍໍ້ ການປະຕິບັດໜ້າທີ່ວຽກງາານວິຊາສະເພາະໃນໄລຍະ 03 ປີ ທີ່ຜ່ານມາ ( 2021-2024 ) ໂດຍໃຫ້ຮູ້ວ່າ: ເຈົ້າໜ້າທີ່ ຕມ ປະຈຳດ່ານສາກົນດາກຕະອອກ ປະກອບມີສາຍຕັ້ງຂຶ້ນກັບກອງບັນຊາການ ປກສ ແຂວງ, ກົມ, ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ກອງບັນຊາການ ປກສ ແຂວງເຊກອງ, ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ປະກອບມີ 04 ໜ່ວຍງານຂຶ້ນກັບ. ໃນໄລຍະຜ່ານມາ, ຄະນະພັກ-ຄະນະຄຸ້ມຄອງດ່ານ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ຕິດພັນກັບການນໍາພາປະຕິບັດໜ້າທີ່ວິຊາສະເພາະ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ. ຊຶ່ງນັບແຕ່ປີ 2021 ເຖິງປັດຈຸບັນ ວຽກງານກວດກາຄົນເຂົ້າ-ອອກເມືອງ ມີດັ່ງນີ້: ຄົນເຂົ້າເມືອງທັງໝົດມີ 104.718 ເທື່ອຄົນ, ຍິງ 7.956 ເທື່ອຄົນ, ລວມມີ 28 ສັນ ຊາດ, ຄົນອອກເມືອງທັງໝົດ 98.685 ເທື່ອຄົນ, ຍິງ 7.102 ເທື່ອຄົນ, ລວມມີ 24 ສັນຊາດ.
ຫຼັງຈາກນັ້ນ; ພັຕ ສົມພອນ ໃຈດີ ຮອງຫົວໜ້າພະແນກຈັດຕັ້ງກົງຈັກ ກົມພະນັກ ງານ ຕາງໜ້າກົມໃຫຍ່ການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 3239/ປກສ ລົງວັນທີ 18 ພະຈິກ 2024 ວ່າດ້ວຍການຖອນ ນາຍຕຳຫຼວດທີ່ຂຶ້ນກັບກົມໃຫຍ່ສັນ ຕິບານ. ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕົກລົງ: ຖອນ ພັທ ທອງດຳ ແສງວິໄລຄຳ ຈາກດ່ານ ຕມ ສາກົນດາກຕະອອກ ໃປຮັບໜ້າທີ່ໃໝ່ຢູ່ ກົມຕຳຫຼວດກວດກາຄົນເຂົ້າ-ອອກເມືອງ ແລະ ຂໍ້ຕົກລົງ ສະບັບເລກທີ 3241/ປກສ ລົງວັນທີ 18 ພະຈິກ 2024 ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກົມໃຫຍ່ສັນຕິບານ ໂດຍ ແຕ່ງຕັ້ງ ພັທ ຂັນທອງ ມູນທິລາດ ເປັນຫົວໜ້າດ່ານ ຕມ ສາກົນດາກຕະອອກ ແຂວງເຊກອງ. ສ່ວນຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.