ໃນວັນທີ 26 ພະຈິກ 2024, ໂດຍການເປັນປະທານຂອງ ສະຫາຍ ພົຈວ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີສະຫາຍ ນາງ ໄອ່ຄຳ ແສນມະນີ ຄະນະຊຸກຍູ້ກອງປະຊຸມຂັ້ນແຂວງ, ມີຄະນະພັກກອງບັນຊາການ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານອ້ອມຂ້າງກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.
ສະຫາຍ ພົຈວ ກົງຈັນ ໄຊປັນຍາ ກ່າວວ່າ ການເປີດບັ້ນດຳເນີນຊີວິດການເມືອງຄັ້ງນີ້ ໂດຍປະຕິບັດຕາມແຜນການຈັດຕັ້ງບັ້ນດຳເນີນຊີວິການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໃຫ້ສໍາເລັດຕາມຈຸດປະສົງລະດັບຄາດ ໝາຍ; ພ້ອມກັນນັ້ນ ຍັງໄດ້ເຜີຍແຜ່ເຊື່ອມຊືມເອກະສານຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018; ຄຳສັ່ງ ຂອງຄະນະປະຈຳພັກແຂວງ ເລກທີ 827/ຄປພ ຂບຊ, ລົງວັນທີ 23 ກໍລະກົດ 2018; ຄຳແນະນຳ ຂອງຄະນະຈັດຕັ້ງແຂວງ ເລກທີ 839/ຄຈຂ, ລົງວັນ ທີ 12 ກັນຍາ 2023 ວ່າດ້ວຍການເພີ່ມທະວີກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ໃຫ້ບັນດາສະຫາຍຄະນະພັກ, ສະມາຊິກພັກກໍາແໜ້ນເນື້ອໃນຫຼັກການໃນການສຳຫຼວດກວດກາຕີລາຄາຈັດແບ່ງປະເພດສະມາຊິກພັກ, ໜ່ວຍພັກໃຫ້ຖືກຕ້ອງພາວະວິໄສ ຕາມຫຼັກການ 4 ດ້ານ 5 ເນື້ອໃນຂອງພັກວາງອອກ; ຫຼັງຈາກນັ້ນ, ສະຫາຍ ພັທ ອວດ ວົງໄຊ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການເມືອງ ໄດ້ແຈ້ງແຜນການຈັດຕັ້ງດຳເນີນຊີວິດການເມືອງ, ມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບກອງປະຊຸມດຳເນີນບັ້ນຊີວິດການເມືອງ ກວດກາໜ່ວຍພັກປະຈຳປີ ແລະ ແຈ້ງແຕ່ລະຮາກຖານພັກ, ໜ່ວຍພັກຮາກຖານ ພາຍຫຼັງສໍາເລັດການເຊື່ອມຊືມເອກະສານແຈ້ງການ, ມະຕິ, ຄໍາສັ່ງແລ້ວສະເໜີໃຫ້ບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານອ້ອມຂ້າງກອງບັນຊາການ ພ້ອມກັນຈັດຕັ້ງປະຕິບັດຕາມແຜນການ ແລະ ລະດັບຄາດໝາຍທີ່ວາງໄວ້.
ໃນໂອກາດດັ່ງກ່າວ ສະຫາຍ ນາງ ໄອ່ຄຳ ແສນມະນີ ຄະນະຊຸກຍູ້ກອງປະຊຸມຂັ້ນແຂວງ ໄດ້ມີຄຳເຫັນແນະນໍາໃນການຂຽນໃບສຳຫຼວດກວດກາຕົນເອງ ການໃຫ້ຄະແນນປິດລັບຕໍ່ກັບສະມາຊິກພັກ, ໜ່ວຍພັກ, ການຕຳນິກໍ່ສ້າງເຊິ່ງກັນ ແລະ ກັນໃຫ້ຖືກຕ້ອງພາວະວິໄສ ຕາມຄວາມເປັນຈິງບົນພື້ນຖານປະຊາທິປະໄຕເພຶ່ອພ້ອມກັນກ້າວໜ້າ, ເຮັດໃຫ້ການກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໄດ້ຮັບຜົນສຳເລັດຢ່າງມີປະສິດທິຜົນສູງ.