ວັນທີ 26 ພະຈິກ 2024, ກອງບັນຊາການ ປກສ ແຂວງຄຳມ່ວນ ຈັດກອງປະຊຸມໃຫຍ່ ຄັ້ງທີ III ກຳມະບານຮາກຖານ ໂດຍການເປັນປະທານຂອງ ສະຫາຍ ພັທ ຄູນຄຳ ຈອນບຸນຕາ ປະທານກຳມະບານຮາກຖານ ຫົວໜ້າຄ້າຍຄຸມຂັງດັດສ້າງ ປກສ ແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມຂອງສະຫາຍ ພັອ ຄຳສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ສະຫາຍ ແກ້ວວິໄລ ໄຊຍະທິລາດ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ແຂວງຄຳມ່ວນ, ມີບັນດາສະຫາຍຄະນະກຳມະບານຮາກຖານ ປກສ ແຂວງ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກຳມະບານຮາກຖານ ເຂົ້າຮ່ວມ.
ກອງປະຊຸມ, ພັທ ອ້ອຍຄຳສຸກ ຈັນທະວົງ ຄະນະກຳມະບານຮາກຖານ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຄໍາມ່ວນ ໄດ້ຜ່ານຮ່າງບົດລາຍງານການເມືອງ. ຈາກນັ້ນ, ໄດ້ມີການປະກອບຄຳຄິດເຫັນເຂົ້າໃສ່ຮ່າງບົດລາຍງານການເມືອງໃຫ້ສົມບູນ. ພ້ອມນັ້ນ, ກອງປະຊຸມໄດ້ເປັນເອກພາບຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ ນັບແຕ່ 2024-2029.
ກອງປະຊຸມຄັ້ງນີ້, ຍັງໄດ້ມອບໃບຍ້ອງຍໍບຸກຄົນ ດີເດັ່ນຂັ້ນປະທານສະຫະພັນກຳມະບານແຂວງ ໃນໄລຍະ 5 ປີຜ່ານມາ ຈຳນວນ 123 ສະຫາຍ ຍິງ 42 ສະຫາຍ, ຍ້ອງຍໍກົມກອງກຳມະບານຮາກຖານ 5 ເປັນເຈົ້າ, ຕິດປ້າຍນາມມະຍົດຕື່ມອີກ. ຈາກນັ້ນ, ກອງປະຊຸມຍັງໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ທີ່ລົງສະໝັກເຂົ້າຄະນະກຳມະບານຮາກຖານຊຸດໃໝ່. ໃນນີ້, ມີຜູ້ລົງສະໝັກຄັດເລືອກຈຳນວນ 7 ສະຫາຍ, ເລືອກເອົາ 5 ສະຫາຍ, ກອງປະຊຸມໄດ້ຕົກລົງເຫັນດີເລືອກເອົາ: ສະຫາຍ ພັທ ຈິດໃຈເພັດ ຊາມຸນຕີ ເປັນປະທານ, ສະຫາຍ ພັທ ກາວອນ ໄຊຍະວົງ ເປັນຮອງປະທານ ທັງເປັນປະທານກວດກາ ສະຫາຍ ພັທ ຂັນທະວາ ຕົ້ນວັນນີ ຮອງປະທານ, ສະຫາຍ ພັທ ບຸນລອ້ມ ວັນນະສອນ ເປັນຄະນະ ສະຫາຍ ພັທ ອິນທີ ອີນທະສານ ເປັນຄະນະ.
ໃນຕອນທ້າຍກອງປະຊຸມ, ສະຫາຍ ພັອ ຄຳສີງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ມີຄຳເຫັນຍ້ອງຍໍຊົມ ເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ ແລະ ທ່ານຍັງໄດ້ເນັ້ນ ໜັກໃຫ້ຄະນະປະທານກຳມະບານຮາກຖານຊຸດໃໝ່ຕະຫຼອດຮອດສະມາຊິກທຸກທ່ານເອົາໃຈໃສ່ ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະບານໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ,ເປັນເຈົ້າການຕິດຕາມ,ກວດກາປະເມີນຜົນ,ປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ,ໜັກແໜ້ນ,ກໍ່ສ້າງ ແລະ ຂະຫຍາຍສະມາຊິກກຳມະບານຢ່າງຕໍ່ເນື່ອງ,ເອົາໃຈໃສ່ປະຕິບັດພາລະບົດບາດ,ສິດ ແລະ ໜ້າທີ່ຂອງຕົນ,ເອົາໃຈໃສ່ເປັນເຈົ້າການໃນການປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ເພື່ອການເຄື່ອນໄຫວວຽກງານກຳມະບານກໍ່ຄືວຽກງານວິຊາສະເພາະໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີວາງໄວ້.