ໃນວັນທີ 26 ພະຈິກ 2024, ຄະນະຜູ້ແທນກົມຕໍາຫຼວດສືບສວນ-ສອບສວນອາຊະຍາກໍາຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ນໍາໂດຍ ພັອ ວູ ວັນເດົາ ຮອງຫົວໜ້າກົມຕໍາຫຼວດສືບສວນ-ສອບສວນອາຊະຍາກໍາຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ ເຂົ້າຢ້ຽມຂໍ່ານັບ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບບັນດາກົມວິຊາສະ ເພາະ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 25-27 ພະຈິກ 2024.
ພັອ ວູ ວັນເດົາ ໄດ້ລາຍງານໃຫ້ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຊາບກ່ຽວກັບຜົນສໍາເລັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະ ຫວ່າງ ບັນດາກົມວິຊາສະເພາະ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນສະຫງົບ ແຫ່ງ ສປປ ລາວ ແລະ ກົມຕໍາຫຼວດສືບສວນ-ສອບສວນອາຊະຍາກໍາຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ; ເຊິ່ງໃນກອງປະຊຸມດັ່ງກ່າວ, ທັງສອງຝ່າຍໄດ້ແຈ້ງສະພາບປະກົດການຫຍໍ້ທໍ້ ແລະ ວຽກງານວິຊາສະເພາະທີ່ກ່ຽວຂ້ອງຂອງກໍາລັງຕໍາຫຼວດ ລາວ-ຫວຽດນາມ ໃຫ້ກັນໄດ້ຮັບຮູ້. ຈາກນັ້ນ, ທັງສອງຝ່າຍກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນ ເພື່ອຕີລາຄາສະພາບການ, ການຈັດຕັ້ງປະຕິບັດແຜນການຮ່ວມມືໃນໄລຍະຜ່ານມາ ແລະ ຄົ້ນຄວ້າວາງແຜນຮ່ວມມືທີ່ຈະໃຫ້ການຊ່ວຍເຫຼືອທາງດ້ານວຽກ ງານວິຊາສະເພາະເຊິ່ງກັນແລະກັນໃນປີຕໍ່ໜ້າ.
ໂອກາດນີ້, ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນມາຍັງ ພັອ ວູ ວັນເດົາ ພ້ອມດ້ວຍຄະນະ ແລະ ສະແດງຄວາມຊົມເຊີຍເປັນຢ່າງສູງທີ່ກົມຕໍາຫຼວດສືບສວນ-ສອບສວນອາຊະຍາກໍາຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ ກະຊວງປ້ອງກັນຄວາມສະ ຫງົບ ແຫ່ງ ສສ ຫວຽດນາມ ກັບ ບັນດາກົມວິຊາສະເພາະ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງ ກັນສະຫງົບ ແຫ່ງ ສປປ ລາວ ໄດ້ພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະຮ່ວມ ກັນ ແລະ ຫວັງຢ່າງຍິ່ງວ່າບັນຫາທີ່ພົບປະປຶກສາຫາລືກັນຈະເປັນປະໂຫຍດທີ່ດີໃຫ້ການປະຕິບັດວຽກງານວິຊາສະເພາະຂອງກົມຕໍາຫຼວດທັງສອງປະເທດ ໃນການສືບຕໍ່ໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງທັງສອງຝ່າຍມີຜົນສໍາເລັດ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.