ໃນວັນທີ 28 ພະຈິກ 2024 ນີ້, ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ສ້າງຂະບວນການກິລາບານເຕະ ເພື່ອຂໍ່່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ, ເປັນປະທານໂດຍ ພົຈວ ໜູໄບ ອິນທິສານ ຮອງຫົວກົມໃຫ່ຍການເມືອງ ປກສ, ມີຄະນະກົມ, ຫ້ອງ, ໂຮງຮຽນ, ອົງການຈັດຕັ້ງມະຫາຊົນ, ກົມກອງອ້ອມຂ້າງກົມໃຫຍ່ການເມືອງ ແລະ ສະມາຊິກຊາວໜຸ່ມທົ່ວກົມໃຫຍ່ການເມືອງ ເຂົ້າຮ່ວມ.
ພັອ ວັນນະເລດ ບຸດຕະວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ກ່າວວ່າ: ຂະບວນການແຂ່ງຂັນກິລາອ້ອມຂ້າງກົມໃຫຍ່ການເມືອງ ປກສ ໃນຄັ້ງນີ້ ກໍເພື່ອສ້າງຂະ ບວນການຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດທີ 2 ທັນວາ, ວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 104 ປີ ແລະ ສະຫຼອງຜົນສໍາເລັດກອງປະຊຸມໃຫຍ່ຮາກຖານພັກອ້ອມຂ້າງກົມໃຫຍ່ການເມືອງ ປກສ; ພ້ອມດຽວກັນນັ້ນ, ກໍເປັນການຮັດແໜ້ນຄວາມສາ ມັກຄີພາຍໃນລະຫວ່າງຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ກໍຄື: ນາຍ ແລະ ພົນຕຳຫຼວດ ອ້ອມຂ້າງກົມໃຫຍ່ການເມືອງ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ, ມີຄວາມສາມັກຄີແໜ້ນແຟ້ນ.
ຂະບວນການແຂ່ງຂັນບານເຕະຄັ້ງນີ້, ປະກອບມີ 10 ທີມ ແບ່ງອອກເປັນ 3 ສາຍ.