ກອງປະຊຸມເຊື່ອມຊຶມເອກະສານ ຕິດພັນກັບການທາບ ທາມຢັ່ງຫາງສຽງຄັດເລືອກບຸກຄະລາກອນ (ຮອບທີ 1) ຂອງອົງຄະນະພັກຫ້ອງວ່າການກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 28 ພະຈິກ 2024 ເປັນປະທານໂດຍ ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າຫ້ອງວ່າການກະຊວງ ປກສ, ມີຄະນະປະຈຳພັກ, ຄະນະພັກຫ້ອງວ່າການ, ຄະນະພັກ-ຄະນະບັນ ຊາກົມ-ຫ້ອງ, ຄະນະຮັບຜິດຊອບຕິດຕາມຊຸກຍູ້ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ພ້ອມດ້ວຍສະມາຊິກພັກພາຍໃນຫ້ອງວ່າການກະ ຊວງ ປກສ ເຂົ້າຮ່ວມ.
ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ກ່າວເປີດກອງປະຊຸມໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ເນື້ອແທ້ແມ່ນເພື່ອເປັນການປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ກໍານົດໄວ້ຕາມວາລະສະໄໝກອງປະຊຸມໃຫຍ່ຂອງພັກ ຕິດພັນກັບການຈັດຕັ້ງປະຕິບັດຄໍາສັ່ງ, ຄໍາແນະນໍາຂອງຄະນະພັກຂັ້ນເທິງ ເພື່ອໃຫ້ຖືກຕ້ອງຕາມລະບຽບຂອງພັກ ແນໃສ່ປັບປຸງພັກ, ປັບປຸງການຈັດຕັ້ງແຕ່ລະຂັ້ນໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສືບທອດປ່ຽນແທນຢ່າງເປັນລະບົບຕໍ່ເນື່ອງ ຮັບປະກັນຄຸນນະພາບ ໂດຍສະເພາະແມ່ນຖືກຕາມຂັ້ນຕອນຂອງການກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກຫ້ອງວ່າການກະຊວງ ປກສ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ໄດ້ກຳນົດໄວ້. ສະນັ້ນ, ມີຄວາມຈໍາເປັນທີ່ຈະຕ້ອງໄດ້ເຜີຍແຜ່, ເຊື່ອມຊຶມບັນ ດາເອກະສານທີ່ສໍາຄັນຈໍານວນໜຶ່ງທີ່ຕິດພັນກັບການດໍາເນີນກອງປະຊຸມໃຫຍ່ດັ່ງກ່າວ ເພື່ອໃຫ້ບັນດາສະມາຊິກພັກຮັບຮູ້ ແລະ ເຂົ້າໃຈກ່ຽວກັບຈຸດປະສົງ ກໍຄືກຳແໜ້ນເອກະ ສານຂອງພັກ ແນໃສ່ເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າ ທີ່ການເມືອງ, ຄວາມເປັນແບບຢ່າງນໍາໜ້າ, ຄວາມສາມາດນໍາພາລວມທັງຄຸນສົມບັດສິນທຳປະຕິວັດ, ທັດສະນະແນວຄິດ ແລະ ການກະທຳຂອງນາຍ ແລະ ພົນຕຳຫຼວດ ເພື່ອເປັນບ່ອນອີງໃຫ້ແກ່ການຄັດເລືອກເອົາເປົ້າໝາຍບຸກຄະລາກອນເຂົ້າໃນໂຄງປະກອບເປັນຄະນະບໍລິຫານງານພັກຫ້ອງວ່າການກະຊວງ ປກສ ຊຸດໃໝ່ ຄັ້ງທີ VII ໃຫ້ຮັບປະກັນຄຸນນະພາບເປັນຕົ້ນແມ່ນ: ຄວາມສາມາດນຳພາຮອບດ້ານ ເຮັດສຳເລັດໜ້າທີ່ການເມືອງທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.
ຈາກນັ້ນ, ກອງປະຊຸມ, ກໍໄດ້ເຜີຍແຜ່ເຊື່ອມຊຶມ 4 ເອກະ ສານທີ່ສໍາຄັນຄື: ຄວາມເຂົ້າໃຈກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າ; ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ແລະ ເອກະສານ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ສະມາຊິກພັກ.
ຫຼັງຈາກນັ້ນ, ໃນກອງປະຊຸມ, ກໍໄດ້ຜ່ານມາດຕະຖານ ແລະ ເງື່ອນໄຂຜູ້ທີ່ຈະລົງສະໝັກຮັບເລືອກຕັ້ງເປັນຄະນະພັກຫ້ອງວ່າການກະຊວງ ປກສ ຊຸດໃໝ່ ແລ້ວກໍດໍາເນີນການປ່ອນບັດທາບທາມຢັ່ງຫາງສຽງເອົາບຸກຄະລາກອນ (ຮອບທີ 1) ສໍາເລັດຕາມແຜນ ການ.