ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ III ອົງຄະນະພັກວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ໄດ້ຈັດຂຶ້ນໃນວັນທີ 28 ພະຈິກນີ້, ໂດຍການເປັນປະທານຂອງ ສະຫາຍ ພັອ ປອ ໂອໃດ ລັນທິດາ ເລຂາຄະນະ ພັກ ຫົວໜ້າອໍານວຍການ ວຕປ, ເຂົ້າຮ່ວມໂດຍ ສະຫາຍ ພົຕ ປອ ສຸວັນນີ ສີສຸພາບມີໄຊ ຄະນະປະຈໍາພັກກະຊວງ ເລຂາຄະນະພັກກົມໃຫຍ່ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ມີຄະ ນະ ພັກ, ຄະນະຜູ້ແທນ, ແຂກຖືກເຊີນແລະ ສະມາຊິກພັກສົມບູນເຂົ້າ ຮ່ວມ.
ສະຫາຍ ພັອ ປອ ໂອໃດ ທິລັນດາ ໄດ້ຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກ ວຕປ ສະໄໝທີ II ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ຄະນະພັກວິ ທະຍາຄານ ໄດ້ມີຄວາມເປັນເອກະ ພາບສູງໃນການນໍາພາ-ຊີ້ນໍາຕາມ 5 ຫຼັກການ 3 ທິດນໍາຂອງພັກ ໂດຍເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ ພາຍ ໃນກົມກອງໃຫ້ມີຄວາມອຸ່ນອຽງທຸ່ນທ່ຽງ, ເປັນເຈົ້າການນໍາພາຖັນແຖວສະມາຊິກພັກເຂົ້າຮ່ວມເຊື່ອມຊຶມແນວທາງແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະ ບຽບຂອງພັກ, ກົດ ໝາຍ, ນິຕິກຳຕ່າງໆ ແລະ ມູນເຊື້ອຂອງພັກ, ຂອງຊາດ, ຄວບຄູ່ກັບການຈັດຕັ້ງປະຕິ ບັດ 2 ວາລະແຫ່ງຊາດ ເຮັດໃຫ້ພະນັກງານ, ສະມະຊິກພັກມີຄຸນທາດການເມືອງໜັກແໜ້ນ, ຕັ້ງຕໍ່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ຮູ້ຈໍາແນກໄດ້ມິດ-ສັດຕູຢ່າງຈະແຈ້ງ; ໄດ້ເຄົາລົບ, ປະຕິບັດຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງພັກຢ່າງເຂັ້ມງວດ ແລະ ຖືເອົາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄວບຄູ່ຕາມ 5 ເນື້ອໃນ ພ້ອມນີ້, ຍັງສາມາດຂະຫຍາຍມະຫາຊົນເຂົ້າພັກໄດ້ 686 ສະຫາຍ, ເລື່ອນສະມາຊິກພັກສຳຮອງເປັນສົມບູນ 621 ສະຫາຍ ຍິງ 102 ສະຫາຍ; ຮຽນສະໜັບສະໜູນ 372 ສະ ຫາຍ ຍິງ 108 ສະຫາຍ, ຮຽນກົດລະບຽບພັກ 451 ສະຫາຍ ຍິງສະມາຊິ121 ສະຫາຍ; ໄດ້ຖືເອົາການປະຕິບັດຫຼັກການລວມສູນປະຊາທິປະໄຕ, ປຶກສາ ຫາລືເປັນໝູ່ຄະນະ, ມີການສໍາຫຼວດ, ຕິດ ຕາມ, ກວດກາ, ຕໍານິສົ່ງຂ່າວເຊິ່ງກັນແລະກັນຢ່າງເປັນປົກກະຕິ, ປະ ຕິບັດແບບແຜນນໍາພາ ແລະ ວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນຢ່າງມີວິທະຍາສາດ; ການຄົ້ນຄວ້າ, ຕັດສິນບັນຫາທີ່ມີລັກສະນະຍຸດທະສາດລ້ວນແຕ່ເປັນໝູ່ຄະນະແລະ ປະຕິບັດຕາມມະຕິ.
ຄຽງຄູ່ກັນນັ້ນ, ກໍໄດ້ນໍາພາສ້າງແຜນກຳນົດພະນັກງານສືບທອດປ່ຽນແທນເພື່ອຈັດວາງ, ສັບ ຊ້ອນໃສ່ໃນແຕ່ລະຕຳ ແໜ່ງງານຂອງ ວຕປ ໃຫ້ຖືກຕ້ອງ, ສອດຄ່ອງກັບມາດ ຖານ-ເງື່ອນໄຂຂອງພະນັກງານແຕ່ລະປະເພດ, ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ກວດກາການເຄື່ອນໄຫວຂອງສະມາ ຊິກພັກ, ຄູ-ອາຈານ, ພະນັກງານ-ນັກຮົບຢ່າງໃກ້ຊິດ, ປະຕິ ບັດແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນ, ຕິດພັນກັບ 3 ທາດແທ້ 7 ມູນເຊື້ອຂອງ ກຳລັງ ປກສ ເປັນບ່ອນອີງໃນການຄົ້ນຄວ້າບັນຈຸສັບຊ້ອນ, ເລື່ອນຊັ້ນ, ເລື່ອນຕໍາແໜ່ງໄດ້ຢ່າງຖືກຕ້ອງພາວະວິໄສ ແລະ ນໍາພາ-ຊີ້ນຳວຽກງານອື່ນໆກໍມີຜົນສຳເລັດຕາມລະ ດັບຄາດໝາຍ.
ໃນກອງປະຊຸມ, ຜູ້ແທນຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາເອົາຄະນະພັກຊຸດໃໝ່ ເຊິ່ງລົງສະໝັກຈໍານວນ 13 ສະຫາຍ ເລືອກເອົາ 11 ສະຫາຍ. ໃນນີ້ ເລືອກໄດ້:
1. ສະຫາຍ ພັອ ປອ ໂອໄດ ທິລັນດາ ເປັນເລຂາ.
2. ສະຫາຍ ພັອ ຈິດວິໄຊ ແກ້ວມະນີວົງ ເປັນຮອງເລຂາ.
3. ສະຫາຍ ພັອ ບຸນຮຽງ ສອນສົມບັດ ເປັນປະທານກວດກາ
4. ສະຫາຍ ພັອ ອິນທະນົງ ເທບພະສຸວັນ ເປັນຮອງປະທານກວດກາ
5. ສະຫາຍ ພັອ ປັດຊະຍາ ສີຫານາດ
6. ສະຫາຍ ພັທ ປອ ຄຳຕັນ ບຸນທອນອຸໄທ
7. ສະຫາຍ ພັທ ນ. ແກ້ວຕາວັນ ຄຳແສງ
8. ສະຫາຍ ພັທ ແສງວັນທອງ ເພຍສາຂາ
9. ສະຫາຍ ພັທ ພູວັນ ຈຸນລະບຸນ
10. ສະຫາຍ ພັທ ບຸນຕຽມ ເພຍສາຂາ.
11. ສະຫາຍ ພັອ ພຸດທະສອນ ແກ່ນພິມ.