ກົມກໍ່ສ້າງກໍາລັງ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ປິດຊຸດຝຶກອົບຮົມວຽກງານການເມືອງ ງວດທີ II ໃຫ້ພົນຕໍາຫຼວດທີ່ສໍາເລັດການສຶກສາ ລະບົບປະລິນຍາຕີ ຈາກ ສສ ຫວຽດນາມ ປະຈຳປີ 2024, ໃນວັນທີ 29 ພະຈິກ 2024 ໂດຍການເຂົ້າຮ່ວມຂອງ ພົນຕີ ປອ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ມີຫົວໜ້າ-ຮອງຫົວໜ້າ ກົມ, ຫ້ອງ, ຄະ ນະຮັບຜິດຊອບບັ້ນຝຶກອົບຮົມ ພ້ອມດ້ວຍນາຍຕຳຫຼວດທີ່ສໍາເລັດການສຶກສາ ຈາກ ສສ ຫວຽດນາມ ແລະ ແຂກຮັບເຊີນ ເຂົ້າ ຮ່ວມ.
ພັທ ໂພຄໍາ ໄຊຍະປະເສີດ ຮອງຫົວໜ້າກົມກໍ່ສ້າງກໍາລັງ ໄດ້ຜ່ານບົດສະຫຼຸບປິດຊຸດຝຶກອົບຮົມວຽກງານການເມືອງ ງວດທີ II ຂອງ ພົນຕຳຫຼວດ ທີ່ສໍາເລັດການສຶກສາ ລະດັບປະລິນຍາຕີ ຈາກ ສສ ຫວຽດນາມ ປະຈຳປີ 2024 ເຊິ່ງໄດ້ຍົກໃຫ້ເຫັນ ດ້ານດີຜົນງານ ແລະ ດ້ານອ່ອນທີ່ຄົງຄ້າງ ໃນການສຶກສາຮໍ່າຮຽນ, ການຝຶກຝົນຫຼໍ່ຫຼອມຕະຫຼອດໄລຍະເວລາທີ່ ສຶກສາ ຢູ່ ສສ ຫວຽດນາມ ເປັນຕົ້ນດ້ານການສຶກ ສາຮໍ່າຮຽນຂອງນັກສຶກສາແຕ່ລະຂະແໜງ ນັບທັງການຮຽນພາສາ ແມ່ນມີຄວາມເອົາໃຈໃສ່ຫ້າວຫັນເຂົ້າໃນການຄົ້ນຄວ້າຮໍ່າຮຽນຖືເອົາການຮຽນເປັນໜ້າທີ່ສໍາຄັນຕົ້ນຕໍ, ເປັນເຈົ້າການຊອກຮູ້ຮໍ່າຮຽນດ້ານພາສາ ແລະ ວິຊາສະ ເພາະ ຈົນຍາດໄດ້ຜົນ ສຳເລັດການສຶກສາຕາມລະບົບຫຼັກ ສູດ, ສະແດງອອກໃນຜົນການສອບເສັງໄດ້ຄະແນນດີຂຶ້ນໄປ, ສາມາດສະຫຼຸບຄະແນນສະເລ່ຍໄດ້ 8,00 ຂຶ້ນໄປມີ 9 ຄົນ, ຍິງ 4 ຄົນ ຈັດເປັນປະເພດເກັ່ງ ກວມ 7,43 %; ຄະ ແນນສະເລ່ຍໄດ້ 7,00 ຂຶ້ນໄປ ມີ 111 ຄົນ, ຍິງ 44 ຄົນ ຈັດເປັນປະເພດດີກວມ 91,73%; ໄດ້ຄະແນນ 7,00 ລົງ ມາມີ 1 ຄົນ ຈັດເປັນປະເພດກາງ ກວມ 0,8%.
ນອກນັ້ນ, ໃນໄລຍະເຂົ້າຝຶກອົບຮົມຄັ້ງນີ້ ນັກສຶກສາສ່ວນຫຼາຍແມ່ນໄດ້ຄະແນນສະເລ່ຍ 7,00 ສະແດງເຖິງຄວາມສົນໃຈສຶກສາຮໍ່າຮຽນນໍາ ຄູ, ອາຈານຮັບເຊີນ ທີ່ນໍາເອົາບັນ ດາເອກະສານ ແລະ ບົດຮຽນຕົວຈິງອັນສໍາຄັນມາສິດສອນໃຫ້, ຄຽງຄູ່ກັນນີ້ ດ້ານການຝຶກຝົນຫຼໍ່ຫຼອມໃນໄລຍະຮຽນຢູ່ ສສ ຫວຽດນາມ ນັກສຶກສາໄດ້ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນ ເອງໃຫ້ມີຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈບຸກບືນອົດ ທົນເສຍສະຫຼະສູງ, ດຸໝັ່ນຂະຫຍັນພຽນເຂົ້າໃນການຮໍ່າ ຮຽນ ເພື່ອໃຫ້ກາຍເປັນນັກສຶກສາທີ່ມີຄຸນສົມບັດດີ ສາ ມາດສ້າງມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກໄດ້ 12 ສະຫາຍ, ຍິງ 3 ສະຫາຍ. ໃນນີ້, ສະມາຊິກພັກສົມບູນ 6 ສະຫາຍ, ຍິງ1 ສະຫາຍ; ສະມາຊິກພັກ ສຳຮອງ 6 ສະ ຫາຍ, ຍິງ 2 ສະຫາຍ ກວມ 9,91 %; ພ້ອມກັນນັ້ນ, ຍັງໄດ້ຮັບການຍ້ອງຍໍຂັ້ນຕ່າງໆຄື: ຍ້ອງຍໍຂັ້ນກົມໃຫຍ່ການເມືອງ ປກສ ຈຳນວນ 38 ຄົນ, ຍິງ 8 ຄົນ ກວມ 31,40 % ແລະ ໄດ້ຮັບການຍ້ອງຍໍ ຂັ້ນສະຖານທູດ, ຂັ້ນໂຮງຮຽນອີກຈໍານວນໜຶ່ງ.
ຈາກຜົນສໍາເລັດດັ່ງກ່າວ, ພົນຕໍາຫຼວດທີ່ສໍາເລັດການສຶກ ສາລະບົບປະລິນຍາຕີ ຈາກ ສສ ຫວຽດນາມ ປະຈຳປີ 2024 ຈໍານວນ 121 ຄົນ, ຍິງ 48 ຄົນ ໄດ້ຮັບການປະດັບຊັ້ນ ຮທ ແລະ ໄດ້ຮັບໃບຍ້ອງຍໍຂັ້ນຕ່າງໆ, ໃຫ້ກຽດປະດັບຊັ້ນ ແລະ ມອບໃບຍ້ອງຍໍ ໂດຍ ພົນຕີ ປອ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ.
ໃນພິທີ, ຍັງປະກາດສັບຊ້ອນນາຍຕໍາຫຼວດທີ່ສໍາເລັດການສຶກສາ ແລະ ສໍາເລັດການຝຶກອົບຮົມໃນຄັ້ງນີ້ ໃຫ້ກົມກອງອ້ອມຂ້າງກະ ຊວງປ້ອງກັນຄວາມສະຫງົບ ແລະ ກອງບັນ ຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງທົ່ວປະປະເທດ.