ໃນວັນທີ 29 ພະຈິກ 2024, ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ ພ້ອມຄະນະ ໄດ້ເຄື່ອນ ໄຫວເຮັດວຽກງານວິຊາສະເພາະຢູ່ກອງບັນຊາການ ປກສ ແຂວງຈໍາປາສັກ, ໂດຍມີ ພົຈວ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາ ການ ປກສ ແຂວງຈໍາປາສັກ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.
ໂອກາດດັ່ງກ່າວ, ພົຈວ ສຸກພະຈັນ ສີລາເພັດ ກໍໄດ້ລາຍ ງານໂດຍຫຍໍ້ກ່ຽວກັບການນໍາພາ-ຊີ້ນໍາວຽກງານວິຊາສະ ເພາະ ເຊິ່ງໄລຍະຜ່ານມາ ຄະນະພັກ-ຄະນະກອງບັນຊາ ການ ປກສ ແຂວງຈຳປາສັກ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ທັງໄດ້ເອົາໃຈໃສ່ຕອບຕ້ານຕໍ່ທຸກປາກົດການຫຍໍ້ທໍ້ທີ່ກຸ່ມຄົນບໍ່ຫວັງດີ ໄດ້ກໍ່ຂື້ນຫວັງພະຍາຍາມມ້າງເພທຳລາຍຕໍ່ການນຳພາຂອງພັກ-ລັດ ດ້ວຍຮູບການຜ່ານສື່ສັງຄົມອອນລາຍ ແລະ ດ້ານອື່ນໆ ເຮັດໃຫ້ແຂວງຈໍາປາສັກ ມີຄວາມສະຫງົບປອດໄພໂດຍພື້ນຖານ, ແຕ່ກໍຍັງປັດສະຈາກບໍ່ໄດ້ຕໍ່ກັບປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມ ເປັນຕົ້ນແມ່ນບັນຫາມົ້ວສຸມຢາເສບ ຕິດ, ຄ້າຂາຍຢາເສບຕິດ, ລັກຊັບພົນລະເມືອງ, ບັນຫາການຂັດແຍ່ງທີ່ດິນ, ບັນຫາສາສະໜາ, ຍັງມີຄົນຕ່າງປະເທດຈໍາໜື່ງທີ່ເຂົ້າມາດຳເນີນທຸລະກິດທີ່ຜິດກົດ ໝາຍ, ພົ້ນເດັ່ນແມ່ນອັດສະຍາກໍາທາງອິນເຕີເນັດ, ເຊິ່ງໄດ້ສົ່ງຜົນກະ ທົບໂດຍກົງຕໍ່ການພັດທະນາເສດຖະກິດ, ວັດທະນະທໍາ -ສັງ ຄົມ, ຮີດຄອງປະເພນີອັນດີງາມຂອງຊາດ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ບໍ່ມີຄວາມເປັນບໍ່ເປັນລະບຽບຮຽບຮ້ອຍ.
ພົທ ກົງທອງ ພົງວິຈິດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານອັນພົ້ນເດັ່ນທີ່ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງຈໍາປາສັກ ຍາດມາໄດ້ ແລະ ໄດ້ເນັ້ນໝັກ ແລະ ໃຫ້ທິດຊີ້ນຳ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນຕຳຫຼວດ ມີແນວຄິດຈົ່ງຮັກພັກດີຕໍ່ພັກ-ຕໍ່ຊາດ, ຕໍ່ປະຊາຊົນ ແລະ ເຊື່ອ ໝັ້ນຕໍ່ການນໍາພາ-ຊີ້ນໍາຂອງພັກ, ຕ້ອງກຽມພ້ອມຮັບໃຊ້ໜ້າທີ່ການເມືອງທີ່ພັກ, ລັດ ແລະ ປະຊາຊົນມອບ ໝາຍໃຫ້ເປັນຢ່າງດີ, ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງໃຫ້ແຂງແຮງ, ເອົາໃຈໃສ່ເກັບກໍາບັນດາເປົ້າ ໝາຍທີ່ມີການເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ໃນດ້ານຕ່າໆ ທັງຊອກໃຫ້ໄດ້ແກ້ໄຂໃຫ້ທັນເວລາ ໃຫ້ຖືກຕ້ອງ, ຮັດກຸມຕາມກົດໝາຍ ແລະ ລະ ບຽບການ, ເພື່ອຄວາມໂປ່ງໃສ, ຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ.