Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພະຈິກ 2024

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພະຈິກ 2024

ກົມສື່ມວນຊົນ 25/11/2024

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2024 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 21 ພະຈິກ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການ ນໍາຂອງບັນດາແຂວງ ແລະ ນະຄອນ ຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2024.

ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 02 ວັນ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:

1. ສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນພະຈິກ ແລະ ທິດທາງແຜນການປະຈຳເດືອນທັນວາ 2024 ຂອງລັດຖະ ບານ; ຜົນການປະເມີນໂຄງການບໍ່ແຮ່ທີ່ໄດ້ອະນຸມັດຜ່ານມາ ແລະ ສະເໜີທິດທາງ, ນະໂຍບາຍ ແລະ ມາດຕະການ ໃນການພັດທະນາແຮ່ທາດໃນຕໍ່ໜ້າ; ຄວາມຄືບໜ້າໃນການແກ້ໄຂບັນຫາລົດເຖື່ອນຕົວຈິງ; ແລະ ການຜັນຂະຫຍາຍວຽກງານຮ່ວມມືກັບຕ່າງປະເທດ.

2. ຮ່າງກົດໝາຍ ວ່າດ້ວຍວ່າດ້ວຍຄວາມປອດໄພທາງໄຊເບີ; ຮ່າງດໍາລັດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ; ຮ່າງດຳລັດ ວ່າດ້ວຍລະບົບລະຫັດສາລະບານສະຖິຕິ; ຮ່າງດຳລັດ ວ່າດ້ວຍກະສິກຳແບບມີສັນຍາ; ຮ່າງດຳລັດ ວ່າດ້ວຍທີ່ດິນກະສິກຳ; ຮ່າງດຳລັດ ວ່າດ້ວຍສະມາຄົມ (ສະບັບປັບປຸງ); ຮ່າງດໍາລັດ ວ່າດ້ວຍມູນນິທິ (ສະບັບປັບປຸງ); ຮ່າງດໍາລັດ ວ່າດ້ວຍການກວດກາແຮງ ງານ ແລະ ຮ່າງດໍາລັດ ວ່າດ້ວຍເຂດເຕັກໂນໂລຊີລະດັບສູງ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະ ບັນຫາຂໍ້ຂັດແຍ້ງຕ່າງໆຢູ່ໃນພາກພື້ນ ແລະ ສາກົນ, ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າ ທາຍ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວ ຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາເສດຖະ ກິດ-ສັງຄົມຂອງປະເທດເຮົາ; ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດ ທີ່ຈະຕ້ອງໄດ້ພ້ອມກັນສຸມທຸກກຳລັງທົ່ວສັງຄົມ ແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ໂດຍສະເພາະ ການຄວບຄຸມລາຄາສິນຄ້າທີ່ສູງຂຶ້ນ ໃນຂະນະທີ່ເງິນກີບແຂງຄ່າຂຶ້ນ ແຕ່ສິນຄ້າຍັງບໍ່ລົງລາຄາ ແລະ ອັດຕາແລກປ່ຽນ ເຖິງວ່າໄລຍະນີ້ ສາມາດການຄວບຄຸມໄດ້ດີຂຶ້່ນ, ແຕ່ກໍ່ຍັງມີຄວາມອ່ອນໄຫວ ຊຶ່ງຕ້ອງໄດ້ສືບຕໍ່ຄຸ້ມຄອງ ແລະ ຕິດຕາມ ຢ່າງໃກ້ຊິດ.

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໃນໄລຍະທີ່ ສະພາແຫ່ງຊາດ ກຳລັງດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຊຸດທີ IX, ສະມາຊິກລັດ ຖະບານຈໍານວນໜຶ່ງ ກໍ່ຈະໄດ້ໄປລາຍງານຕໍ່ກອງປະຊຸມດັ່ງກ່າວ ແລະ ໃຫ້ສືບຕໍ່ກະກຽມເນື້ອໃນ ເພື່ອໄປຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ; ພ້ອມກັນນີ້, ທ່ານປະທານກອງປະຊຸມ ຍັງໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມ ກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.

Continue Reading

Previous: ສ່ອງແສງວຽກງານພັກ-ວຽກງານການເມືອງ ປະຈຳໄຕມາດ III ປີ 2024 ປກສ ເຂດ 3
Next: ສະພາແຫ່ງຊາດ ສະເໜີ 10 ບັນຫາ ໃຫ້ລັດຖະບານ ທີ່ຈະຕ້ອງໄດ້ເລັ່ງແກ້ໄຂການຈັດຕັ້ງປະຕິບັດວຽກງານ 3 ສ້າງ

ຂ່າວອື່ນໆທີ່ກ່ຽວຂ້ອງ

467760603_1114839020645355_8462961313288984275_n copy

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ປກສ

ກົມສື່ມວນຊົນ 22/11/2024
462605733_518529817740016_8791036696773817805_n copy

ລາວ-ອີຢູ ປຶກສາຫາລືການຮ່ວມມືສອງຝ່າຍ

ກົມສື່ມວນຊົນ 11/10/2024
462464322_518526571073674_586455032637207689_n (1) copy

ລາວ-ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືໃນວຽກງານປະຊາຄົມວັດທະນະທໍາ-ສັງຄົມ ອາຊຽນ

ກົມສື່ມວນຊົນ 11/10/2024

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.