Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ລາວ-ໄທ ລົງນາມເອກະສານຮ່ວມມືສອງຝ່າຍຫຼາຍສະບັບ

ລາວ-ໄທ ລົງນາມເອກະສານຮ່ວມມືສອງຝ່າຍຫຼາຍສະບັບ

ກົມສື່ມວນຊົນ 09/10/2024
462369986_517777371148594_7214030819516572692_n copy

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພະນະທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 8 ຕຸລາ 2024 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບ ໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງຊາດ ລາວ-ໄທ.

ໃນຕອນບ່າຍຂອງວັນດຽວກັນ, ທີ່ສຳນັກງານນາຍົກລັດ ຖະມົນຕີ ກໍໄດ້ຈັດພິທີຕ້ອນຮັບຢ່າງເປັນທາງ ຫຼັງຈາກນັ້ນກໍມີການພົບປະສອງຝ່າຍ, ສອງນາຍົກລັດຖະມົນຕີ ລາວ ແລະ ໄທ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 06 ສະບັບ ຄື:

1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືທາງດ້ານການບໍລິຫານຈັດການຊັບພະຍາກອນນໍ້າ ແບບບູລະນາການ ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ສໍານັກງານຊັບພະຍາກອນແຫ່ງຊາດ ຣາຊະອານາຈັກໄທ;

2) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສ້າງຕັ້ງແຂວງມິດຕະພາບ ລະຫວ່າງ ນະຄອນຫຼວງວຽງຈັນ, ສປປ ລາວ ແລະ ຈັງຫວັດຂອນແກ່ນ, ຣາຊະອານາຈັກໄທ;

3) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືຂົງເຂດວຽກງານຄຸ້ມຄອງລັດຖະກອນ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ສໍານັກງານຄະນະກໍາມະການຂ້າຣາຊະການພົນລະເຮືອນ ແຫ່ງ ຣາຊະອານາຈັກໄທ;

4) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກົມການຄ້າພາຍໃນ, ກະຊວງການຄ້າ ແຫ່ງ ຣາຊະອານາຈັກໄທ ພາຍໃຕ້ໂຄງການຮ່ວມມືການຊ່ວຍເຫຼືອທາງດ້ານວິຊາການດ້ານເຕັກນິກ ລະຫວ່າງໜ່ວຍງານວັດແທກທາງດ້ານກົດໝາຍ ສປປ ລາວ ກັບ ຣາຊະອານາຈັກໄທ;

5) ສັນຍາ ກ່ຽວກັບ ການດໍາເນີນການທາງດ້ານເຕັກນິກ ສໍາລັບການຂົນສົ່ງສິນຄ້າທາງລົດໄຟ ລະຫວ່າງ ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ການລົດໄຟແຫ່ງປະເທດໄທ;

6) ໜັງສືສະແດງເຈດຈໍານົງ ວ່າດ້ວຍ ການເສີມແຮງຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ລະຫວ່າງ ກົມຂົວທາງ, ກະຊວງໂຍ ທາທິການ ແລະ ຂົນສົ່ງ, ສປປ ລາວ ແລະ ກົມທາງຫຼວງ, ກະຊວງຄົມມະນາຄົມ, ຣາຊະອານາຈັກໄທ. ຫຼັງຈາກນັ້ນ, ກໍ່ໄດ້ມີພິທີ ມອບ-ຮັບ ຜົນການສຶກສາ ແລະ ລາຍລະອຽດການອອກແບບ ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ຊຽງແມນ-ຫຼວງພະບາງ, ຊຶ່ງເປັນກຽດມອບໂດຍ ພະນະທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ເປັນກຽດຮັບໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

Continue Reading

Previous: ລັດຖະມົນຕີຕ່າງປະເທດອາຊຽນ ປຶກສາຫາລືຫຼາຍບັນຫາ ພ້ອມຮັບຮອງເອົາ 3 ເອກະສານສຳຄັນ
Next: ຫຼາຍພາກສ່ວນມອບເງິນ ແລະ ເຄື່ອງ ປະກອບສ່ວນວຽກ ງານປ້ອງກັນກອງປະຊຸມສຸດຍອດອາຊຽນ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກົມຄົ້ນຄ້ວາວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ສະຫຼຸບວຽກງານ ປະຈຳປີ 2024

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ສະຫຼຸບວຽກງານ ປະຈຳປີ 2024

ກົມສື່ມວນຊົນ 17/01/2025
471454178_1139903924805531_5006962262624476510_n copy

ແຂວງຫົວພັນ ປະກາດອະໄພຍະໂທດ

ກົມສື່ມວນຊົນ 25/12/2024
471260377_1139250288204228_7205445748412038556_n copy

ຄຳມ່ວນ ປະກາດອະໄພຍະໂທດໃຫ້ນັກໂທດ 195 ຄົນ

ກົມສື່ມວນຊົນ 25/12/2024

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.