Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ແຂວງບໍ່ແກ້ວ ສຸມໃສ່ 6 ແຜນວຽກສໍາຄັນເພື່ອແກ້ໄຂບັນຫາຢາເສບຕິດ

ແຂວງບໍ່ແກ້ວ ສຸມໃສ່ 6 ແຜນວຽກສໍາຄັນເພື່ອແກ້ໄຂບັນຫາຢາເສບຕິດ

ກົມສື່ມວນຊົນ 13/11/2024

ໃນວັນທີ 12 ພະຈິກ 2024, ແຂວງບໍ່ແກ້ວ ຈັດກອງປະຊຸມຕີລາຄາການຈັດຕັ້ງປະຕິບັດການແກ້ໄຂບັນຫາຢາເສບຕິດ, ເຊິ່ງຕິດພັນກັບ 2 ວາ ລະແຫ່ງຊາດ ແຕ່ປີ 2021-2024 ແລະ ທິດທາງແຜນການປີ 2024-2025 ໂດຍການເປັນປະທານຂອງ ທ່ານ ພົຕ ສາຍໃຈ ກົມມະສິດ ຮອງເຈົ້າແຂວງໆບໍ່ແກ້ວ ທັງເປັນຫົວໜ້າຄະນະກຳມະ ການແກ້ໄຂບັນຫາຢາເສບຕິດຂັ້ນແຂວງ. ມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ ທັງເປັນປະທານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບແຂວງ ພ້ອມດ້ວຍບັນດາຄະນະກຳມະການ ແກ້ໄຂບັນຫາຢາເສບຕິດຂັ້ນແຂວງ, ຂັ້ນເມືອງ, ແລະ ສອງກອງບັນຊາການ ປກຊ-ປກສ ເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນໃນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຕິດພັນກັບແຜນດຳເນີນງານວາລະແຫ່ງຊາດ ໂດຍສະ ເພາະແຜນແມ່ບົດໃນການແກ້ໄຂບັນຫາຢາເສບຕິດ ທີ່ເປັນສິ່ງທ້າທາຍທຸກບັນຫາໃນສັງຄົມ. ພ້ອມນີ້, ບັນດາຄະນະກຳມະການ ແກ້ ໄຂບັນຫາຢາເສບຕິດທຸກຂັ້ນ ເປັນເອກະພາບກັນສຸມໃສ່ແກ້ບັນຫາຕ່າງໆຕາມ 6 ແຜນວຽກຈຸດສຸມ ເປັນຕົ້ນການສ້າງຄວາມຮັບຮູ້ໃນທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ສ້າງ ແລະ ປັບປຸງກົດໝາຍ-ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດ ໃນການເຄື່ອນໄຫວເຮັດໜ້າທີການເມືອງ ຂອງອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການປະຕິບັດຄຳຕັດສິນຂອງສານ ແລະ ພາກສ່ວນທີ່ກ່ຽວ ຂ້ອງຕໍ່ການແກ້ໄຂບັນຫາຢາເສບຕິດ, ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນຳໃນການຈັດຕັ້ງປະຕິບັດຮອບດ້ານ ໃນການແກ້ໄຂບັນຫາຢາເສບ ຕິດ, ປັບປຸງຂີດຄວາມສາມາດ ໃນການເຄື່ອນໄຫວເຮັດໜ້າ ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອນຳພາ-ຊີ້ນຳ ການແກ້ໄຂບັນຫາຢາເສບ ຕິດໃນຂອບເຂດຂອງຕົນຮັບຜິດຊອບຢ່າງຕັ້ງໜ້າ.

ໂອກາດນີ້, ທ່ານ ທອງຈັນ ມະນີໄຊ ໄດ້ເນັ້ນໃຫ້ຄະນະກຳມະການ ແກ້ໄຂບັນຫາຢາເສບຕິດທຸກຂັ້ນ ຈົ່ງພ້ອມກັນເປັນເຈົ້າການໃນການປັບປຸງແຜນແມ່ບົດໃນການຈັດຕັ້ງປະຕິບັດວຽກ ງານ ແນໃສ່ເຮັດໃຫ້ແຂວງບໍ່ແກ້ວ ປອດຈາກຢາເສບຕິດ ແລະ ມີຄວາມສະຫງົບປອດໄພ, ເຊິ່ງສິ່ງສຳຄັນແມ່ນເອົາໃຈໃສ່ຕິດຕາມ ການລັກລອບຄ້າ-ຂາຍເຖື່ອນທີ່ເປັນຜິດກົດໝາຍ, ເພີ່ມກຳລັງແຮງທຸກດ້ານ ໂດຍສຸມໃສ່ໃນການແກ້ໄຂຕ້ານ ແລະ ສະກັດກັ້ນບັນຫາຢາເສບ ຕິດ, ເນັ້ນໃສ່ຈຸດສຸມຂອງແຂວງ ໃນການຕ້ານ ແລະ ສະກັດກັ້ນ-ອັດປ່ອງຂ້າມລອຍ, ເພີ່ມຄວາມເອົາໃຈໃສ່ແກ້ ໄຂທຳລາຍ ທັບມ້າງກຸ່ມຄ້າ-ຂາຍເຖື່ອນ ແລະ ອື່ນໆ.

Continue Reading

Previous: ກົມສື່ມວນຊົນ ປກສ ເລົ່າມູນເຊື້ອວັນປະກາດເອກະລາດຄົບຮອບ 79 ປີ
Next: ຈະລາຈອນນະຄອນຫຼວງພ້ອມຮອບດ້ານໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກົມຄົ້ນຄ້ວາວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ສະຫຼຸບວຽກງານ ປະຈຳປີ 2024

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ສະຫຼຸບວຽກງານ ປະຈຳປີ 2024

ກົມສື່ມວນຊົນ 17/01/2025
471454178_1139903924805531_5006962262624476510_n copy

ແຂວງຫົວພັນ ປະກາດອະໄພຍະໂທດ

ກົມສື່ມວນຊົນ 25/12/2024
471260377_1139250288204228_7205445748412038556_n copy

ຄຳມ່ວນ ປະກາດອະໄພຍະໂທດໃຫ້ນັກໂທດ 195 ຄົນ

ກົມສື່ມວນຊົນ 25/12/2024

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.