Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ພົບປະແລກປ່ຽນມິດຕະພາບ ວຽກງານປ້ອງກັນຊາດ ເຂດຊາຍແດນ ລາວ-ຫວຽດນາມ ຄັ້ງທີ 2

ພົບປະແລກປ່ຽນມິດຕະພາບ ວຽກງານປ້ອງກັນຊາດ ເຂດຊາຍແດນ ລາວ-ຫວຽດນາມ ຄັ້ງທີ 2

ກົມສື່ມວນຊົນ 25/10/2024
464200038_529077530018578_5158952527240137574_n copy

ງານພົບປະແລກປ່ຽນມິດຕະພາບ ວຽກງານປ້ອງກັນຊາດ ເຂດຊາຍແດນ ລະຫວ່າງລັດຖະ ມົນຕີກະຊວງປ້ອງກັນປະເທດ​ແຫ່ງ​ ສປປ ລາວ​ ແລະ​ ສສ​ ຫວຽດນາມ ຄັ້ງທີ 2 ໄດ້ຈັດຂຶ້ນໃນວັນທີ 22 ຕຸລາ 2024 ນີ້, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນເອກ ຟານວັນຢາງ​ ກໍາມະການກົມການເມືອງສູນ ກາງພັກກອມມູນິດຫວຽດນາມ,​ ລັດຖະມົນຕີກະຊວງປ້ອງ ກັນປະເທດຫວຽດນາມ ແລະ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ປະຊາ ຊົນ ປະຕິວັດລາວ,​ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ມີຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະເທດທັງສອງ ຝ່າຍເຂົ້າຮ່ວມ.

ກ່ອນການພົບປະດັ່ງກ່າວ,​ ທັງສອງຝ່າຍ ໄດ້ຈັດກິດຈະກຳຮ່ວມກັນ​ຢູ່ຂອບເຂດບໍລິເວນຫຼັກໝາຍຊາຍແດນ 255 ເບື້ອງຫວຽດນາມ ດ່ານສາກົນລ້ອງເຊີບ ເມືອງມົກເຈົາ ແຂວງເຊິນລາ ສສ ຫວຽດນາມ, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ​ ແລະ​ຫວຽດນາມ ໄດ້ຮ່ວມກັນປູກຕົ້ນໄມ້ມິດຕະພາບເບື້ອງຫວຽດນາມ, ຮັບຊົມການສະແດງຊ້ອມຮົບຮ່ວມ ກ່ຽວກັບການສະກັດກັ້ນ ຈັບກຸມອາຊະຍາກໍາຢາເສບຕິດຂ້າມຊາຍແດນ, ເຄື່ອນໄຫວຢ້ຽມ ຢາມຄ້າຍປ້ອງກັນຊາຍແດນ ດ່ານລ້ອງເຊີບ ເມືອງມົກເຈົາ ແຂວງເຊິນລາ ສສ ຫວຽດນາມ, ເຂົ້າຮ່ວມພິທີເປີດການນໍາໃຊ້ໂຄງການເຂດໂຮງຮຽນປະຖົມ-ມັດຖະຍົມ ລ້ອງເຊີບ ເມືອງມົກເຈົາ ແຂວງເຊິນລາ.

ກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ໄດ້ຈັດຂຶ້ນທີ່ໂຮງແຮມ ເມືອງແທ໋ງ ເມືອງມົກເຈົາ ແຂວງເຊິນລາ ສສ ຫວຽດ ນາມ. ໃນພິທີ, ສະຫາຍ ພົນເອກ ຟານວັນຢາງ ໄດ້ຕີ ລາຄາສູງຕໍ່ຜົນສໍາເລັດຂອງການປະຕິບັດເນື້ອໃນອະນຸສັນຍາການຮ່ວມ ມືຊ່ວຍເຫຼືອ ລະ ຫວ່າງ ສອງກະຊວງປ້ອງກັນປະເທດຫວຽດນາມ -ລາວ, ລາວ-ຫວຽດນາມ ໃນຊຸມປີຜ່ານມາ. ຈາກນັ້ນ, ສະ ຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນວ່າ: ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ເປັນນິມິດໝາຍສໍາຄັນຍິ່ງ ໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນແຜນການຮ່ວມມື​ ທັງເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາ ມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຫວຽດ ນາມ ໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.​ ພ້ອມກັນນັ້ນ, ຍັງໄດ້ຕີລາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງກອງທັບໃນໄລຍະຜ່ານມາ ເປັນຕົ້ນແມ່ນ​ ໄດ້ພົບປະແລກ ປ່ຽນກ່ຽວກັບແຜນການຮ່ວມມືຍຸດທະສາດປ້ອງກັນຊາດເປັນປະຈໍາ, ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອອຸປະກອນການທະຫານ, ໂຄງການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ, ການຮ່ວມມືໃນການກໍ່ສ້າງກໍາລັງ, ການຮ່ວມມືຊອກຄົ້ນ, ທ້ອນໂຮມ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ​ ແລະ​ ການຮ່ວມມືທາງດ້ານເສດຖະກິດ ກັບການປ້ອງກັນຊາດ. ໂດຍສັງລວມແລ້ວ,​ ໃນຊຸມປີຜ່ານມາ ການປະຕິບັດອະນຸ ສັນຍາຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດລາວ- ຫວຽດນາມ ໄດ້ບັນລຸໝາກຜົນຢ່າງໜ້າພາກພູມໃຈ, ກົນໄກການຈັດຕັ້ງປະຕິບັດອະນຸສັນຍາ​ ໄດ້ມີຄວາມກົມກຽວກັນ, ມີການປະສານສົມທົບກັນແໜ້ນແຟ້ນ ແລະ ມີປະສິດທິຜົນດີ, ບົນຈິດ ໃຈຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງ​ ສອງຊາດ, ສອງກອງທັບ​ ລາວ-ຫວຽດນາມ ອັນແທ້ຈິງ, ເຊິ່ງເປັນພື້ນຖານອັນໜັກແໜ້ນ ໃນການສືບຕໍ່ເສີມຂະຫຍາຍການຮ່ວມມືກັນໃນຊຸມປີຕໍ່ໜ້າ.​ ສະຫາຍ ລັດຖະ ມົນຕີກະຊວງ ປ້ອງກັນປະເທດລາວ ຍັງໄດ້ແລກປ່ຽນບົດຮຽນຫຼາຍຂົງເຂດສໍາຄັນກ່ຽວກັບວຽກງານປ້ອງກັນຊາດ ເພື່ອສືບຕໍ່ເສີມຂະຫຍາຍ, ຮັດແໜ້ນຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດ ນາມ-ລາວ​ ໃຫ້ນັບມື້ແຕກດອກອອກຜົນຂຶ້ນເລື້ອຍໆ.​ ພາຍຫຼັງສໍາເລັດພິທີພົບປະສອງຝ່າຍ ສະຫາຍ ພົນເອກ ຟານວັນຢາງ ແລະ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມ ດ້ວຍຄະນະຜູ້ແທນທັງສອງຝ່າຍ ໄດ້ເຂົ້າຮ່ວມຊົມການຖ່າຍ ທອດສົດງານສະແດງສິລະປະ,​ ງານພົບປະແລກປ່ຽນວຽກງານການເມືອງ ແລະ ນາຍທະຫານໜຸ່ມ ສອງກອງທັບ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ຄວາມເຊື່ອໝັ້ນທີ່ບໍລິສຸດ ຢ່າງສະເໝີຕົ້ນສະເໝີປາຍ”​ ຕື່ມອີກ.

ກ່ອນຈັດງານພົບປະແລກປ່ຽນມິດຕະພາບ ວຽກງານປ້ອງ ກັນຊາດ ເຂດຊາຍແດນ​ ຂັ້ນລັດຖະມົນຕີ ລາວ-ຫວຽດນາມ ຄັ້ງທີ 2,​ ໄດ້ເຄື່ອນໄຫວຫຼາຍກິດຈະກຳທີ່ປິ່ນອ້ອມ​ ເຮັດໃຫ້ງານດັ່ງກ່າວມີເນື້ອໃນຄວາມໝາຍເລິກເຊິ່ງ ເປັນຕົ້ນແມ່ນ​ກິດຈະກຳແຂ່ງຂັນກິລາແລ່ນມາລາທອນນາຍທະຫານໜຸ່ມ, ມອບແນວພັນງົວ ໃຫ້ຄອບຄົວທີ່ທຸກຍາກ,​ ເຄື່ອນໄຫວ​ກວດ​ສຸຂະພາບ,​ ປິ່ນປົວ​ພະຍາດ​ ແລະ​ ຈ່າຍ​ຢາ​ໂດຍບໍ່​ເສຍ​ຄ່າ​ ໃຫ້ປະຊາຊົນ​ເມືອງ​ສົບເບົາ​ ແຂວງ ຫົວພັນ ສ ປ ປ ລາວ ແລະ​ ປະຊາຊົນ​ບໍລິເວນດ່ານລ້ອງເຊິບ​ເມືອງມົກເຈົາ ແຂວງ ເຊີນລາ ສສ ຫວຽດນາມ, ເຄື່ອນໄຫວສະແດງແລກປ່ຽນ ສິລະປະ-ວັດທະນະທໍາ ຢູ່​ເມືອງແອດ,​ ເມືອງຊຽງຄໍ້, ເມືອງ​ສົບເບົາ​ແຂວງຫົວພັນ​ ແລະ​ ເມືອງມົກເຈົາ​ ແຂວງເຊິນລາ.​

Continue Reading

Previous: ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ຮ່ວມກິດຈະກຳຢູ່ດ່ານຊາຍແດນ ລາວ-ຫວຽດນາມ
Next: ກະກຽມຄວາມພ້ອມ ໃຫ້ແກ່ການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.