Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ກົມສື່ມວນຊົນ 08/10/2024
462347536_517514791174852_6675469427181161174_n copy

ຕອນເຊົ້າຂອງວັນທີ 8 ຕຸລາ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ໃນນາມປະທານອາຊຽນ ປີ 2024 ພາຍ ໃຕ້ຄຳຂວັນ : “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ເປັນປະທານກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍແລັດສະເຕ ແລະ ບັນດາຜູ້ແທນ ເຂົ້າ ຮ່ວມ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຊາບ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ການຈັດຕັ້ງປະຕິ ີບັດ 9 ບູລິມະສິດສຳລັບການເປັນປະທານອາຊຽນຂອງ ສປປ ລາວ ແນໃສ່ສ້າງປະຊາຄົມອາຊຽນໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫລາຍຂື້ນ ເພື່ອໃຫ້ອາຊຽນສາມາດຮັບມືໄດ້ກັບສິ່ງທ້າທາຍຕ່າງໆ ແລະ ນຳໃຊ້ກາລະໂອກາດ ເພື່ອນຳຜົນປະໂຫຍດມາສູ່ປະຊາຊົນອາຊຽນ ໃນທ່າມກາງສະພາບ ພູມສາດ-ການເມືອງ ແລະ ພູມສາດ-ເສດຖະກິດແລະ ທີ່ພວມຜັນແປຢ່າງສະຫລັບຊັບຊ້ອນ.

ກອງປະຊຸມໄດ້ຍິນດີຕໍ່ຄວາມຄືບໜ້ານນນາາຂອງການສ້າງບັນດາແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດປະຊາ ຄົມອາຊຽນ 2045 ແລະ ຊຸກຍູ້ໃຫ້ຫນ່ວຍງານກ່ຽວຂ້ອງສຳເລັດການສ້າງບັນດາແຜນຍຸດທະສາດດັ່ງກ່າວ ໃຫ້ສຳ ເລັດ ແລະ ສາມາດຮັບຮອງເອົາ ພ້ອມກັບວິໄສທັດປະຊາ ຄົມອາຊຽນ 2045 ໃນປີໜ້າພາຍໃຕ້ການເປັນປະທານຂອງມາເລເຊຍ.

ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ພິຈາລະນາ ກ່ຽວກັບການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ໂດຍບັນດາປະເທດນອກພາກພື້ນ. ໃນນີ້, ກອງປະຊຸມເຫັນດີຕໍ່ການສະໝັກເຂົ້າເປັນພາຄີ TAC ຂອງຮັງກາລີ ແລະ ໄດ້ມອບໃຫ້ກອງເລຂາອາຊຽນດຳເນີນການປະເມີນການສະໜັກເຂົ້າເປັນພາຄີ TAC ຂອງ ໂປໂລຍ, ຮູມານີ ແລະ ອູຣູກວາຍ. ກອງປະຊຸມໄດ້ສະແດງຄວາມຍິນດີທີ່ ລຸກຊໍາບວກ ຈະໄດ້ລົງນາມເຂົ້າເປັນພາຄີສົນທິ ສັນຍາດັ່ງກ່າວໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຄັ້ງນີ້ ແລະ ຫວັງວ່າ ອານເຊຣີ, ແຟງລັງ, ແອັດສະປາຍ, ເມັກຊິກ ແລະ ຮັງກາລີ ຈະເຂົ້າເປັນພາຄີ TAC ໃນເວລາອັນໃກ້ນີ້.

ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການພົວພັນລະ ຫວ່າງອາຊຽນ ແລະ ຄູ່ຮ່ວມມືພາຍນອກ; ເຊິ່ງໃນນີ້, ກອງປະຊຸມໄດ້ຢໍ້າຄືນຄວາມສໍາຄັນໃນການຮັດແໜ້ນການຮ່ວມມື ແລະ ຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນແປໄປ. ພ້ອມນີ້, ສປປ ລາວ ໃນນາມປະເທດປະສານງານການພົວພັນຮ່ວມມືອາຊຽນ-ການາດາ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນການຈັດກອງປະຊຸມສຸດຍອດພິເສດອາຊຽນ-ການາດາ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊກອງປະຊຸມ ໄດ້ຮັບຮອງ 3 ເອ ກະສານ ເພື່ອສຶບຕໍ່ສະເໜີໃຫ້ຜູ້ນຳອາຊຽນພິຈາລະນາເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ຄື: 1) ຖະແຫຼງການຜູ້ນຳອາຊຽນ ກ່ຽວກັບ ການສ້າງບັນດາແຜນຍຸດ ທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045; 2) ຖະແຫຼງການຜູ້ນຳອາຊຽນ ວ່າດ້ວຍ ແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກໃນໂຄງສ້າງພາກພື້ນທີ່ມີອາຊຽນເປັນແກນກາງ ແລະ ມີຄວາມກຽມພ້ອມສຳລັບອະນາຄົດ; ແລະ 3) ເອກະສານທົບທວນ ແລະ ຄຳຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບ ການຈັດ ຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ.

Continue Reading

Previous: ສະໜາມຝຶກຊ້ອມ ກິລາຍິງປືນ 5 ເມສາ ມອບນໍ້າດື່ມຊຸກຍູ້ວຽກງານປ້ອງກັນຄວາມສະຫງົບ
Next: ລັດຖະມົນຕີຕ່າງປະເທດອາຊຽນ ປຶກສາຫາລືຫຼາຍບັນຫາ ພ້ອມຮັບຮອງເອົາ 3 ເອກະສານສຳຄັນ

ຂ່າວອື່ນໆທີ່ກ່ຽວຂ້ອງ

463113143_522872897305708_3839775397144490199_n copy

ສໍາເລັດການຮັບປະກັນດ້ານພະລາທິການ ໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45

ກົມສື່ມວນຊົນ 16/10/2024
463123851_521429660783365_4440303747263003550_n copy

ນາຍົກລັດຖະມົນຕີ ລາວ ແລະ ຈີນ ເຂົ້າຮ່ວມເປີດປ້າຍສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ

ກົມສື່ມວນຊົນ 15/10/2024
462933549_520816174178047_5066129940112211692_n copy

ລາວ-ສິງກະໂປ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ກົມສື່ມວນຊົນ 15/10/2024

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.