Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມວຽກງານປ້ອງກັນຄວາມສະຫງົບການເມືອງພາຍໃນ ທົ່ວປະເທດ ຄັ້ງທີ III

ກອງປະຊຸມວຽກງານປ້ອງກັນຄວາມສະຫງົບການເມືອງພາຍໃນ ທົ່ວປະເທດ ຄັ້ງທີ III

ກົມສື່ມວນຊົນ 15/11/2024
466973548_978297237628350_9015450465366001519_n copy

ກອງປະຊຸມວຽກງານປ້ອງກັນຄວາມສະຫງົບການເມືອງພາຍໃນ ທົ່ວປະເທດ ຄັ້ງທີ III ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2024 ທີ່ກະ ຊວງປ້ອງກັນຄວາມສະຫງົບ, ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະພັກ-ຄະນະນໍາ, ຄະນະປ້ອງກັນພາຍໃນສຳນັກງານ-ອົງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

+ ກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງເຄື່ອນໄຫວເຮັດໜ້າທີ່ວຽກງານປ້ອງກັນຄວາມສະຫງົບການເມືອງພາຍໃນ, ປ້ອງກັນການນຳ, ປ້ອງກັນພັກ-ພະນັກງານ ແລະ ພ້ອມກຳນົດທິດທາງແຜນການໃນຕໍ່ໜ້າ, ຜ່ານຮ່າງຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍລະບຽບການປ້ອງກັນປົກປັກຮັກສາຄວາມລັບຂອງຊາດ ແລະ ໄດ້ຮັບຟັງການລາຍງານຂອງກົມວິຊາສະເພາະກ່ຽວກັບສະພາບການ, ການເຄື່ອນໄຫວເຮັດໜ້າທີ່ວຽກງານ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ແລະ ການປະກອບຄໍາຄິດ-ຄໍາເຫັນຂອງບັນດາສະຫາຍຄະນະພັກ-ຄະນະນໍາ ແລະ ຄະນະປ້ອງກັນພາຍໃນ ທີ່ມາຈາກບັນດາກະ ຊວງ-ອົງການທຽບເທົ່າກະຊວງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດ. ໃນໄລຍະຜ່ານມາ, ສາມາດຮັກສາໄດ້ຄວາມສະຫງົບ-ປອດໄພ, ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ເຊິ່ງເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ໄດ້ຮັບໝາກຜົນຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

+ ໂອກາດນີ້, ພົທ ກົງທອງ ພົງວິຈິດ ໄດ້ໂອ້ລົມຕໍ່ພິທີເຊິ່ງທ່ານໄດ້ມີຄຳເຫັນໃຫ້ຄະນະພັກ-ຄະນະນໍາ ຢູ່ແຕ່ລະຂົງເຂດ ນັບທັງສູນກາງລົງຮອດທ້ອງຖິ່ນ ຈະຕ້ອງໄດ້ຍົກສູງຄວາມຮັບຜິດຊອບຂອງຕົນໃນການນໍາພາ-ຊີ້ນໍາຕໍ່ວຽກງານປ້ອງກັນຄວາມສະຫງົບການເມືອງພາຍໃນ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານປ້ອງກັນພັກ-ພະນັກງານ ໃນສະພາບການໃໝ່ ກໍຄື ປັດຈຸບັນ ຕ້ອງເພີ່ມທະວີເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ເປັນກົກ, ເອົາໃຈໃສ່ກຳແໜ້ນສະພາບພາຍໃນ, ກົນອຸບາຍການເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນບໍ່ດີ, ຍົກສູງສະຕິໃນການເຄົາລົບລະບຽບຂອງພັກ, ກົດໝາຍຂອງລັດທີ່ວາງອອກ ແລະ ກົມປ້ອງກັນພາຍ ໃນ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບ ຄະນະປ້ອງກັນພາຍໃນ ຂອງສຳນັກງານ-ອົງການ ຕ້ອງເຮັດໜ້າທີ່ເປັນເສນາທິການໃຫ້ແກ່ສູນກາງພັກ, ລັດຖະບານ ແລະ ຄະນະພັກ-ຄະນະນໍາຂັ້ນເທິງຂອງຕົນ ໃນວຽກງານປ້ອງກັນການເມືອງພາຍໃນ, ເພີ່ມທະວີເຮັດວຽກງານປ້ອງກັນພະນັກງານການນໍາ, ແຂກມາຢ້ຽມຢາມເຮັດວຽກ, ບັນດາເຫດການການເມືອງ ແລະ ວັນສໍາຄັນຕ່າງໆ ໃຫ້ມີຄວາມສະຫງົບ-ປອດໄພ, ປ້ອງກັນເວນຍາມຢູ່ບັນດາສໍານັກງານ-ອົງການ, ແນໃສ່ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ເປັນຕົ້ນສະພາບການຂີ້ລັກງັດແງະ, ອັກຄີໄພ ໃຫ້ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ ເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບການເມືອງພາຍໃນ ໄດ້ຮັບການຈັດຕັ້ງເຄື່ອນໄຫວເປັນຮູບປະທຳນັ້ນ ແຕ່ລະສຳນັກງານ-ອົງການ ຕ້ອງໄດ້ສະຫຼຸບຕີລາຄາບັນດາສະພາບການ, ການເຄື່ອນໄຫວເຮັດໜ້າທີ່ ແລະ ວາງທິດທາງແຜນການຂອງຕົນ ສົ່ງໃຫ້ກົມວິຊາສະເພາະ ຫຼື ພະແນກວິຊາສະເພາະປ້ອງກັນພາຍໃນ ໃຫ້ເປັນແຕ່ລະເດືອນ, 3 ເດືອນ, 6 ເດືອນ ແລະ ປີ ໃຫ້ເປັນປົກ ກະຕິ.

Continue Reading

Previous: ປກສ ແຂວງອັດຕະປື ປະກາດບົ່ງຕົວແຕ່ງຕັ້ງຫົວໜ້າ ແລະ ຮອງ ກອງບັນຊາການ ປກສ ຜູ້ໃໝ່
Next: ກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມກອງປະຊຸມປາໄສ ວ່າດ້ວຍການຮ່ວມມືດ້ານກົດໝາຍ ຈີນ-ອາຊຽນ ຄັ້ງທີ 6

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.