Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ປກສ ແຂວງອັດຕະປື ປະກາດບົ່ງຕົວແຕ່ງຕັ້ງຫົວໜ້າ ແລະ ຮອງ ກອງບັນຊາການ ປກສ ຜູ້ໃໝ່

ປກສ ແຂວງອັດຕະປື ປະກາດບົ່ງຕົວແຕ່ງຕັ້ງຫົວໜ້າ ແລະ ຮອງ ກອງບັນຊາການ ປກສ ຜູ້ໃໝ່

ກົມສື່ມວນຊົນ 15/11/2024
467036127_545363561723308_6682810209029238972_n (1) copy

ໃນວັນທີ 14 ພະຈິກ 2024 ນີ້, ປກສ ແຂວງອັດຕະປື ໄດ້ຈັດພິທີປະກາດນາຍຕຳຫຼວດພັກການຮັບອຸດໜູນບຳນານ ແລະ ປັບປຸງຄະນະນຳກອງບັນຊາການ ປກສ, ໂດຍການເປັນປະທານຂອງ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປກສ, ມີ ພົທ ວັນທອງ ກອງມະນີ ກຳມະທີການສູນກາງພັກ ເຈົ້າແຂວງອັດຕະປື, ມີຄະນະນຳຈາກກະຊວງປ້ອງກັນຄວາມສະຫງົບ, ຄະນະນຳຂອງແຂວງ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດທົ່ວແຂວງເຂົ້າຮ່ວມ.

ພົຈວ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຜ່ານດຳລັດຂອງລັດຖະມົນຕີ ວ່າດ້ວຍໃຫ້ນາຍຕຳຫຼວດ ອອກພັກການ-ຮັບອຸດໜູນບຳນານ ແລະ ຜ່ານຂໍຕົກລົງກ່ຽວຂ້ອງຂອງກະຊວງປ້ອງກັນຄວາມສະຫງົບຕາມລະບຽບການຢ່າງລະອຽດ. ໃນນີ້, ໄດ້ປະກາດອະນຸມັດໃຫ້ ພົຈວ ສີເວີນ ແກ້ວສີວົງສາ ກຳມະການພັກແຂວງ ຫົວໜ້າກອງບັນຊາ ການ ປກສ ແຂວງອັດຕະປື ແລະ ພັອ ປອ ບຸນຊູ ສຸລິພັນທອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ພັກການ -ຮັບອຸດໜູນບໍານານ; ປະກາດແຕ່ງຕັ້ງ ພັອ ສັກສິດ ສີພັນດວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຂຶ້ນເປັນ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ຜູ້ໃໝ່, ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ ເປັນຮອງຫົວໜ້າກອງບັນຊາ ການ ປກສ ແຂວງ ຄື: 1. ພັທ ບຸນເລີດ ແກ້ວພຸດທະວົງ ຫົວໜ້າກອງບັນຊາການເມືອງສະໜາມໄຊ ຂຶ້ນເປັນຮອງຫົວໜ້າກອງບັນຊາການ ປກສ ແຂວງ, 2. ພັທ ວົງສັກ ແກ້ວວົງພິມ ຫົວໜ້າຫ້ອງພະລາ ປກສ ແຂວງ ຂຶ້ນເປັນຮອງຫົວໜ້າກອງບັນຊາການ ປກສ ແຂວງ, 3. ພັທ ສີອຸດົມ ອາລົມຈິດ ຂຶ້ນເປັນຮອງຫົວໜ້າ ປກສ ແຂວງ ທັງເປັນຫົວໜ້າຄະນະຄຸ້ມຄອງດ່ານ ຕມ ສາກົນພູເກືອ; ສ່ວນຮອງຫົວໜ້າທີ່ມີຢູ່ແລ້ວແມ່ນຍັງຮັກສາໄວ້ຄືເກົ່າ.

ພ້ອມດຽວກັນນັ້ນ, ຄະນະຈັດຕັ້ງແຂວງ ກໍໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍບົ່ງຕົວແຕ່ງຕັ້ງເລຂາຄະນະ ພັກ, ຄະນະປະຈໍາພັກ ແລະ ຄະນະ ພັກກອງບັນຊາການ ປກສ ແຂວງຄື: ບົ່ງຕົວແຕ່ງຕັ້ງ ສະ ຫາຍ ພັອ ສັກສິດ ສີພັນດວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫົງບແຂວງ, ກຳມະການປະຈຳພັກ, ປະທານຄະນະກວດກາພັກ ແລະ ເປັນເລຂາຄະນະພັກກອງບັນຊາການປ້ອງກັນຄວາມສະຫງົບແຂວງ.

ໃນໂອກາດນີ້, ພົອ ວິໄລ ຫຼ້າຄໍາຟອງ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການນໍາພາ-ຊີ້ນໍາ ແລະ ການປະກອບສ່ວນທາງດ້ານເຫື່ອແຮງ, ຄວາມຮູ້ຄວາມສາມາດ, ສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງອັດຕະປືຂອງສະຫາຍຫົວໜ້າກອງບັນຊາການ ປກສ ແຂວງຜູ້ເກົ່າ ເຊິ່ງການທີ່ໄດ້ຮັບນະໂຍບາຍນັ້ນແມ່ນເປັນລະບຽບການທີ່ໄດ້ກໍານົດໄວ້ໃນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແມ່ນວຽກງານປົກກະຕິຢູ່ໃນແບບແຜນການນໍາພາຂອງພັກເຮົາ; ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ກໍ່ຄືຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ສືບຕໍ່ເປັນຄັນທຸງນໍາໜ້າຢ່າງໜັກແໜ້ນ, ຮັກສາໄດ້ຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງກວ້າງຂວາງ, ການແບ່ງງານ, ແບ່ງຄວາມຮັບ ຜິດຊອບໃຫ້ກັນຢ່າງຈະແຈ້ງຂາດຕົວ, ຕິດຕາມກວດກາ, ຊຸກຍູ້ວຽກ ງານແຕ່ລະໄລຍະ, ເປັນຫົວຈັກຫຼັກແຫຼ່ງເປັນແບບຢ່າງນໍາໜ້າຮອບດ້ານ, ສິ່ງສໍາຄັນຕ້ອງພ້ອມກັນປັບປຸງແກ້ໄຂຊິວິດການເປັນຢູ່ພາຍກົມກອງສ້າງລາຍຮັບຫຼຸດຜ່ອນລາຍຈ່າຍ, ສ້າງລາຍຮັບໃຫ້ແກ່ກົມກອງ ແລະ ສ້າງຄວາມແຂງໃຫ້ກົມກອງດີຂຶ້ນ, ສືບຕໍ່ມີທັດສະນະຫຼັກໝັ້ນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້, ບໍາລຸງສ້າງໃຫ້ພະນັກງານ-ນັກຮົບໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ປະຕິ ບັດໜ້າທີ່ວຽກງານຂອງຕົນທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດຢ່າງເຂັ້ມງວດ.

Continue Reading

Previous: ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງຫົວໜ້າຄະນະກົດລັບ ສສ ຫວຽດນາມ
Next: ກອງປະຊຸມວຽກງານປ້ອງກັນຄວາມສະຫງົບການເມືອງພາຍໃນ ທົ່ວປະເທດ ຄັ້ງທີ III

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.