Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມກອງປະຊຸມປາໄສ ວ່າດ້ວຍການຮ່ວມມືດ້ານກົດໝາຍ ຈີນ-ອາຊຽນ ຄັ້ງທີ 6

ກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມກອງປະຊຸມປາໄສ ວ່າດ້ວຍການຮ່ວມມືດ້ານກົດໝາຍ ຈີນ-ອາຊຽນ ຄັ້ງທີ 6

ກົມສື່ມວນຊົນ 15/11/2024
467004233_1117035197098962_4496156057583749085_n copy

ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມປາໄສ ວ່າດ້ວຍການຮ່ວມມື້ດ້ານກົດ ໝາຍຈີນ-ອາຊຽນ ຄັ້ງທີ 6 ໂດຍການນໍາພາຂອງ ທ່ານ ພົນຕີ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທີ່ນະຄອນສົງຊິ້ງ ສປ ຈີນ; ເຊິ່ງເປັນຄັ້ງທຳອິດທີ່ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2024, ເຊິ່ງຈັດໂດຍສູນຄົ້ນຄວ້າກົດໝາຍ ຈີນ -ອາຊຽນ, ມະຫາວິທະຍາໄລ ລັດຖະສາດ ແລະ ນິຕິສາດ ຕາເວັນຕົກສຽງໃຕ້ ໄດ້ຈັດກອງປະຊຸມປາໄສ ວ່າດ້ວຍການຮ່ວມມືດ້ານກົດໝາຍ ຈີນ-ອາຊຽນ ຄັ້ງທີ 6 ພາຍໃຕ້ຫົວຂໍ້: “ການສົ່ງເສີມການຮ່ວມມືທາງດ້ານກົດໝາຍ ລະຫວ່າງຈີນ ແລະ ອາຊຽນ” ແລະ ອີກ 4 ກອງປະຊຸມຍ່ອຍຄູ່ຂະໜານ ໂດຍມີການນໍາຂອງບັນດາປະເທດສະມາຊິກອາຊຽນ, ສປ ຈີນ ແລະ ບັນດາໜ່ວຍງານ, ຜູ້ຊ່ຽວຊານ ແລະ ນັກຄົ້ນຄວ້າດ້ານກົດໝາຍ ເປັນຈໍານວນຫຼາຍກວ່າ 200 ທ່ານ ເຂົ້າ ຮ່ວມ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອອໍານວຍຄວາມສະດວກໃຫ້ແກ່ການແລກປ່ຽນທັດສະນະ, ຄວາມຮູ້ ແລະ ປະສົບການດ້ານກົດໝາຍ, ລວມທັງຊຸກຍູ້ການຮ່ວມມືຂອງບັນດາອົງ ການກົດໝາຍ ຈາກ ສປ ຈີນ ແລະ ອາຊຽນ ທີ່ຕິດພັນກັບວຽກງານ ເປົ້າໝາຍການພັດທະນາຮ່ວມກັນ, ຫຼັກນິຕິທໍາ, ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ແລະ ການສ້າງປະຊາຄົມຮ່ວມຊະຕາກໍາ ຈີນ-ອາຊຽນ. ພິເສດແມ່ນເພື່ອ ຊຸກຍູ້ການຮ່ວມມືດ້ານກົດໝາຍເພື່ອແກ້ໄຂບັນຫາອາຊະຍາກໍາຂ້າມຊາດ.

ໃນໂອກາດນີ້, ທ່ານ ພົນຕີ ສົມວັນ ສາຍລ້ອງພາ ກໍໄດ້ໃຫ້ກຽດມີຄໍາເຫັນໃນພິທີເປີດກອງປະຊຸມປາໄສ ວ່າດ້ວຍການຮ່ວມມືດ້ານກົດໝາຍ ຈີນ-ອາຊຽນ ຄັ້ງທີ 6 ເຊິ່ງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ຈີນ-ອາຊຽນ ຕະຫຼອດໄລຍະ 30 ປີ ທີ່ຜ່ານມາ ໃນທຸກຂົງເຂດ ເປັນຕົ້ນແມ່ນ ຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ ແລະ ວັດທະນະທໍາ-ສັງຄົມ.

ຕໍ່ກັບການພົວພັນຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ຂອງ ສປ ຈີນ ແມ່ນນັບມື້ນັບມີຄວາມເຕີບໃຫຍ່. ສອງຝ່າຍໄດ້ມີກົນໄກການຮ່ວມມືລະດັບລັດຖະມົນຕີ, ມີສັນຍາ ແລະ ອະນຸສັນຍາຮ່ວມມືສະເພາະໃນຂົງ ເຂດທີ່ມີຄວາມສໍາຄັນ, ມີກົນໄກການຮ່ວມມືຂັ້ນທ້ອງຖິ່ນ ລະຫວ່າງກໍາລັງປ້ອງກັນຄວາມສະຫງົບສອງຝ່າຍ; ໃນແຕ່ລະປີໄດ້ມີການຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ໂດຍສະເພາະແມ່ນການແກ້ໄຂບັນຫາອາຊະຍາກໍາທີ່ພົວພັນເຖິງພົນລະ ເມືອງຂອງສອງປະເທດ, ສາມາດແກ້ໄຂໄດ້ຫຼາຍກໍ ລະນີໃນແຕ່ລະປີ. ນອກນັ້້ນ, ສປ ຈີນ ກໍໄດ້ຊ່ວຍເຫຼືອດ້ານວຽກງານວິຊາສະເພາະ ແລະ ຍຸດ ໂທປະກອນ, ຈັດສໍາມະນາ ແລະ ການຝຶກອົບຮົມ ຜ່ານກົນໄກສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະແມ່ນຜ່ານກົນໄກອາຊຽນ, ກົນໄກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ອື່ນໆ ເພື່ອຍົກສູງຂີດຄວາມອາດສາມາດຂອງເຈົ້າໜ້າທີ່ ບັງຄັບໃຊ້ກົດໝາຍໃຫ້ສາມາດປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນສູງຂຶ້ນ.

ສປປ ລາວ ຍາມໃດກໍສະໜັບສະໜູນການຮ່ວມມືຕ້ານກົດໝາຍ ຈີນ-ອາຊຽນ ເພື່ອຮັບປະ ກັນຄວາມຍຸດຕິທໍາ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ພ້ອມດຽວກັນກໍຮຽກ ຮ້ອງໃຫ້ ເພີ່ມທະວີການຮ່ວມມືດ້ານກົດໝາຍຢ່າງໃກ້ຊິດ ໂດຍຜ່ານການປຶກສາຫາລື, ແລກປ່ຽນຂໍ້ມູນ, ບົດຮຽນທີ່ດີ, ຄວາມຮູ້ ແລະ ປະສົບການ ຈະຊ່ວຍປະກອບສ່ວນຍົກສູງປະສິດ ທິພາບຂອງລະບົບກົດໝາຍ ໃຫ້ມີຄວາມສອດຄ່ອງກັບສະພາບການຕົວຈິງ, ຮັບປະກັນຄວາມຍຸຕິທໍາ, ຄວາມປອດໃສ ແລະ ການເຄົາລົບກົດໝາຍ ອັນເປັນພື້ນຖານອັນສໍາຄັນໃຫ້ແກ່ການສ້າງຄວາມເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ຕໍ່ໜ້າສະພາບການຂອງໂລກ ທີ່ນັບມື້ນັບມີຄວາມສະຫຼັບສັບຊ້ອນ ແລະ ຜັນແປຢ່າງໄວວາ, ເຊິ່ງມີທັງເງື່ອນໄຂເອື້ອອໍານວຍ ແລະ ສິ່ງທ້າທາຍທີ່ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງບັນ ດາປະເທດໃນພາກພື້ນ ແລະ ສາກົນ.

ໃນໂອກາດດຽວກັນ, ທ່ານ ພົຈວ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງ ກັນຄວາມສະຫົງບ ກໍໄດ້ໃຫ້ກຽດເຂົ້າຮ່ວມກອງປະ ຊຸມຍ່ອຍຫົວຂໍ້: ການຮ່ວມມືເພື່ອຕ້ານອາຊະຍາກໍາຂ້າມຊາດ, ພ້ອມທັງໄດ້ກ່າວມີຄໍາເຫັນຕາມການເຊື້ອເຊີນຂອງເຈົ້າພາບ. ທ່ານ ພົຈວ ອະນຸເດດ ຄູນຄໍາ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ສາຍພົວພັນອັນດີງາມລະຫວ່າງ ຈີນ-ອາຊຽນ ໃນຫຼາຍດ້ານ, ໂດຍສະເພາະແມ່ນການຮ່ວມມືດ້າຍການຕ້ານອາຊະຍາກໍາຂ້າມຊາດ ພາຍໃຕ້ກົນໄກການຮ່ວມມືອາຊຽນ-ຈີນ ເຊັ່ນ: ບົດບັນທຶກຄວາມເຂົ້າໃຈລະຫວ່າງ ອາຊຽນ-ຈີນ ວ່າດ້ວຍການຮ່ວມມືໃນບັນຫາຄວາມໝັ້ນຄົງຮູບແບບໃໝ່ ປີ 2017-2023, ແຜນວຽກກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ວ່າດ້ວຍການຮ່ວມມືຕ້ານອາຊະຍາກໍາຂ້າມຊາດ ປີ 2024-2028.

Continue Reading

Previous: ກອງປະຊຸມວຽກງານປ້ອງກັນຄວາມສະຫງົບການເມືອງພາຍໃນ ທົ່ວປະເທດ ຄັ້ງທີ III
Next: ປກສ ແຂວງອັດຕະປື ປະກາດບົ່ງຕົວແຕ່ງຕັ້ງຫົວໜ້າ ແລະ ຮອງ ກອງບັນຊາການ ປກສ ຜູ້ໃຫມ່

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.