Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງຫົວໜ້າຄະນະກົດລັບ ສສ ຫວຽດນາມ

ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງຫົວໜ້າຄະນະກົດລັບ ສສ ຫວຽດນາມ

ກົມສື່ມວນຊົນ 15/11/2024
467158690_1109357784526812_1395037385860699051_n copy

ພົຈວ ສີວັນທາ ເພຍສະຂາ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ຄະນະຜູ້ແທນ ພົຈວ ຫງວຽນ ດັງ ລຶກ ຮອງຫົວໜ້າຄະນະກົດລັບ ລັດຖະບານ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 13 ພະຈິກ 2024 ໃນໂອກາດທີ່ທ່ານເດີນມາທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ພົຈວ ສີວັນທາ ເພຍສະຂາ ໄດ້ຕ້ອນຮັບຢ່າງອົບອຸ່ນຕໍ່ຜູ້ແທນຄະນະກົດລັບ ລັດຖະບານ ສສ ຫວຽດນາມ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກນໍາ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ໃນຄັ້ງນີ້ ພ້ອມທັງຝາກຄວາມຢ້ຽມຢາມຖາມຂ່າວຄວາມສາມັກຄີຮັກແພງອັນອົບອຸ່ນມາຍັງບັນດາສະຫາຍ ໃນຄະນະຜູ້ແທນ, ການນໍາທຸກຂັ້ນ ໃນຂະແໜງການກົດລັບ ແລະ ການນໍາກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ບົນພື້ນຖານສາຍພົວພັນມິດຕະພາບ, ມູນເຊື້ອ, ຄວາມເຊື່ອໝັ້ນແບບພິເສດ ແລະ ຮ່ວມມືຊ່ວຍ ເຫຼືອເຊິ່ງກັນແລະກັນ ກ່ຽວກັບການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ທີ່ມີມູນເຊື້ອສາມັກຄີແບບພິເສດທີ່ມີມາແຕ່ຍາວນານ ເວົ້າລວມ, ເວົ້າສະເພາະ ແມ່ນຂົງເຂດວຽກງານກົດລັບ ລະຫວ່າງ ສອງຂະແໜງການກົດລັບ ລາວ ແລະ ກົດລັບ ສສ ຫວຽດນາມ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານກົດລັບ ໃນກໍາລັງປ້ອງກັນຄວາມສະຫງົບ ໃນໄລຍະໃໝ່ ໃຫ້ຮັບປະ ກັນໃນການຮັກສາຄວາມລັບ ໃນການນໍາພາ-ຊີ້ນໍາຂອງການນໍາແຕ່ລະຂັ້ນ ໃນກໍາລັງປ້ອງກັນຄວາມສະຫງົບ ທັງຮັບປະກັນຄວາມລັບ, ປອດໄພ, ຊັດເຈນ, ທັນເວລາ ໃນຂົງເຂດວຽກງານດັ່ງກ່າວ.

ໃນໄລຍະຜ່ານມາ, ໝາກຜົນຂອງການຮ່ວມມືລະຫວ່າງ ສອງຂະແໜງການກົດລັບ ລາວ ແລະຫວຽດນາມ ໂດຍສະເພາະ ແມ່ນກົດລັບລະຫວ່າງສອງກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຫວຽດນາມ ໄດ້ບັນລຸຄາດໝາຍການພົວພັນຊ່ວຍເຫຼືອເຊິ່ງກັນແລະກັນ ທີ່ວາງອອກ ສະແດງເຖິງສາຍພົວພັນແບບພິເສດ ການຮ່ວມມືຮອບດ້ານລະຫວ່າງສອງຝ່າຍ, ເຊິ່ງໄລຍະຜ່ານມາ ຄະນະກົດລັບ ລັດ ຖະບານ ສສ ຫວຽດນາມ, ກົມໂທລະຄົມ ແລະ ກົດລັບ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ກໍໃຫ້ການຊ່ວຍເຫຼືອ, ສະ ໜັບສະໜູນແກ່ ກົມກົດລັບ ກະຊວງປ້ອງກັນຄວາມສະຫງົບ ລາວ ໃນຫຼາຍດ້ານ ເຊັ່ນ: ຊ່ວຍເຫຼືອທາງດ້ານບຳລຸງ, ກໍ່ສ້າງພະນັກງານນໍາພາ, ພະນັກງານວິຊາການ ແລະ ຊ່ວຍເຫຼືອທາງດ້ານອຸປະກອນເຕັກນິກກົດລັບ ພ້ອມສົ່ງພະນັກງານວິຊາການ ມາຊ່ວຍແນະນໍາການນໍາໃຊ້ເຕັກນິກໃໝ່ໃຫ້ ແກ່ ກົມກົດລັບ ກະຊວງປ້ອງກັນຄວາມສະຫງົບ ລາວ, ນັ້ນແມ່ນໝາກຜົນຂອງການຮ່ວມມືແບບພິເສດຮອບດ້ານ ຖານອ້າຍນ້ອງທີ່ບັນລຸຜົນສໍາເລັດທີ່ໜ້າເພິ່ງພໍໃຈທີ່ສຸດ.

ໃນໂອກາດດັ່ງກ່າວ, ພົຈວ ຫງວຽນ ດັງ ລຶກ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ເຊິ່ງຜ່ານທັງສອງພາກສ່ວນ ກໍໄດ້ໃຫ້ການຮ່ວມມືໃນການຊ່ວຍເຫຼືອດ້ານອຸປະກອນເຕັກນິກ, ກໍ່ສ້າງຊັບພະຍາກອນມະນຸດ ເຊິ່ງມີຄວາມສໍາຄັນທີ່ສຸດຕໍ່ການພັດທະນາໃນຂະແໜງການກົດລັບ ລາວ ແລະ ຫວຽດນາມ ໂດຍການກໍ່ສ້າງພະນັກງານໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ໃນໂຄງການອື່ນທີ່ກ່ຽວຂ້ອງ, ໃນເມື່ອສໍາເລັດການກໍ່ສ້າງບໍາລຸງແລ້ວ ບັນດານັກສຶກສາ, ນັກສໍາມະນາກອນ ກໍມີຄວາມຮູ້ຄວາມສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໄດ້ເປັນຢ່າງດີ.

Continue Reading

Previous: ກະຊວງປ້ອງກັນຄວາມສະຫງົບ ມອບລົດຕູ້ຍີ່ຫໍ້ GAC ຈຳນວນ 1 ຄັນ ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈຳປາສັກ
Next: ປກສ ແຂວງອັດຕະປື ປະກາດບົ່ງຕົວແຕ່ງຕັ້ງຫົວໜ້າ ແລະ ຮອງ ກອງບັນຊາການ ປກສ ຜູ້ໃໝ່

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.