Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ປະກາດການແຕ່ງຕັ້ງນາຍຕໍາຫຼວດ

ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ປະກາດການແຕ່ງຕັ້ງນາຍຕໍາຫຼວດ

ກົມສື່ມວນຊົນ 07/11/2024
465852361_539339485659049_5406412328821154667_n copy

ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ຈັດພິທີປາຖະກະຖາວັນປະກາດເອກະລາດ 12 ຕຸລາ ຄົບຮອບ 79 ປີ ແລະ ປະກາດການຈັດຕັ້ງຂັ້ນພະແນກ ແລະ ພາກວິຊາທີ່ຂຶ້ນກັບວິທະຍາຄານການເມືອງ ໃນວັນທີ 5 ພະຈິກ 2024, ໂດຍການເປັນປະທານຂອງ ພັອ ຊາຍຄອງ ເພັດຊະວົງ ຫົວໜ້າອໍານວຍການ ວກປສ, ມີຮອງຫົວໜ້າອໍານວຍການ, ພະແນກ, ຫ້ອງ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ພັທ ສຸລິເດດ ສັງຄະທິບ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດແຕ່ງຕັ້ງນາຍຕໍາຫຼວດ. ໃນນີ້, ໄດ້ແຕ່ງຕັ້ງ ພັທ ໄຊຍະເລດ ປະຖໍາມະວົງ ເປັນຮອງຫົວໜ້າຫ້ອງການ ແລະ ພັທ ປັນຍາ ພິລາວັນ ເປັນຮອງຫົວໜ້າຫ້ອງພະລາທິການ; ແຕ່ງຕັ້ງບັນດານາຍຕໍາຫຼວດຂຶ້ນເປັນຫົວໜ້າພະແນກ, ຮອງພະແນກ, ຫົວໜ້າພາກວິຊາ ແລະ ຮອງຫົວໜ້າພາກວິຊາ; ເຊິ່ງປະກອບມີ 24 ພະແນກ ແລະ 12 ພາກວິຊາ ທີ່ຂຶ້ນກັບວິທະຍາຄານຄານເມືອງປ້ອງກັນຄວາມສະຫງົບ.

ໂອກາດນີ້, ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການ ວກປສ ໄດ້ຍົກໃຫ້ເຫັນເຖິງຂະບວນການເຄື່ອນໄຫວວັນປະກາດເອກກະລາດໃນວັນທີ 12 ຕຸລາ 1945 ແລະ ການປະກາດເອກະລາດ ໄດ້ເຮັດໃຫ້ຊາວໂລກໄດ້ຮັບຮູ້ກ່ຽວກັບຄວາມເປັນຊາດລາວຂອງພວກເຮົາ ກໍຄືຮັບຮູ້ອະທິປະໄຕ ແລະ ເຂດນ້ຳແດນດິນຂອງປະເທດລາວ.

ພ້ອມດຽວກັນນັ້ນ, ຍັງໄດ້ຮັບຮູ້ລັດຖະບານຊົ່ວຄາວຂອງລາວ ແລະ ຮັບຮູ້ວ່າຊາດລາວ, ຄົນລາວ ກໍເປັນຄົນທີ່ມີກຽດ, ມີສັກສີຄືກັບຄົນຊາດອື່ນໆ ແລະ ມີອິດສະຫຼະພາບເປັນເຈົ້າສະຕາກຳຂອງຕົນເອງ ແລະ ມີການພັດທະນາຕົນເອງ ເພື່ອຄວາມຢູ່ດີກິນດີ ແລະ ມີການພັດ ທະນາຈະເລີນກ້າວໜ້າ.

ຍ້ອນແນວນັ້ນ, ພວກເຮົາຈຶ່ງກຳນົດເອົາວັນທີ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ມີຄວາມສໍາຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ບົນຈິດໃຈຍອມຕາຍດີກວ່າຍອມເປັນຂ້ອຍຂ້າ, ຕາຍເພື່ອຄວາມເປັນເອກະລາດ ດີກວ່າຢູ່ພາຍໃຕ້ການປົກຄອງຂອງຕ່າງຊາດ.

ຈາກນັ້ນ, ວັນທີ 12 ຕຸລາ 1945 ຈຶ່ງກາຍເປັນມູນເຊຶ້ອແຫ່ງການຕໍ່ສູ້ມີໄຊຂອງຄົນລາວຜູ້ຮັກ ຊາດ, ເຊິ່ງໄຊຊະນະດັ່ງກ່າວລ້ວນແຕ່ຢູ່ພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນ ປະຕິວັດ ລາວ.ໃນການຈັດຕັ້ງປາຖະກະຖາຄັ້ງນີ້ກໍເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ, ນາຍ ແລະ ພົນທະຫານ ທົ່ວກົມກອງມີຄວາມຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບວັນສຳ ຄັນດັ່ງກ່າວ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ລັດ, ຕໍ່ປະເທດຊາດ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ແລະ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ກາຍເປັນພະນັກງານຜູ້ສືບທອດທີ່ດີຂອງພັກ ແລະ ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບໃບກຽດຕິຄຸນ ແລະ ໃບຊົມເຊີຍໃຫ້ພະນັກງານທີ່ອຸປະຖໍາ ແລະ ປຸກລະດົມຊົນຂວາຍບັນດາບໍລິສັດຕ່າງໆມາອຸປະຖໍາໃຫ້ວິທະຍາຄານອີກດ້ວຍ.

Continue Reading

Previous: ພິທີຖະແຫຼງຂ່າວບຸນນະມັດສະການພະທາດຫຼວງ
Next: ກອງປະຊຸມຄົບຄະນະຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະພາແຫ່ງ ຊາດ ປະຈໍາປີ 2024

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.