Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມຄົບຄະນະຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະພາແຫ່ງ ຊາດ ປະຈໍາປີ 2024

ກອງປະຊຸມຄົບຄະນະຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະພາແຫ່ງ ຊາດ ປະຈໍາປີ 2024

ກົມສື່ມວນຊົນ 07/11/2024
465786867_539482332311431_2476480595324493398_n copy

ກອງປະຊຸມຄົບຄະນະຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ກປຊສ) ປະຈຳປີ 2024 ໄດ້ຈັດຂຶ້ນເມື່ອວັນ ທີ 4 ພະຈິກຜ່ານມາ, ທີ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງ ທ່ານ ພົຕ ປອ ວົງສັກ ພັນທະວົງ ຄະນະປະຈຳສະພາແຫ່ງຊາດ, ປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ມີບັນດາທ່ານປະທານ-ຮອງປະທານກໍາມາທິການພາຍໃນ ສພຊ, ສະມາຊິກສະພາແຫ່ງ ຊາດທີ່ເປັນກຳມະການສັງກັດ ກປຊສ, ຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດ, ຫົວໜ້າຫ້ອງການຄະນະກຳ ມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ສູນກາງ, 2 ກອງບັນຊາການທະຫານ ແລະ ປກສ ນະຄອນຫຼວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງບົດສະຫຼຸບ, ຕີລາຄາການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການເຄື່ອນ ໄຫວວຽກງານປະຈໍາປີ 2025 ຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບົດລາຍງານຂອງກະຊວງປ້ອງກັນປະເທດພາຍໃຕ້ຫົວຂໍ້ “ສະພາບ ແລະ ການປົກປັກຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ”, ບົດລາຍງານຂອງກະຊວງປ້ອງກັນຄວາມສະຫງົບ ພາຍໃຕ້ຫົວຂໍ້ “ການແກ້ໄຂບັນຫາຢາເສບຕິດ ແລະ ປາກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມປັດຈຸບັນ”, ບົດລາຍງານຂອງສະຫະພັນນັກຮົບເກົ່າແຫ່ງຊາດ ພາຍໃຕ້ຫົວຂໍ້ “ການສຶກສາອົບຮົມຄົນຮຸ່ນໃໝ່ ແລະ ການປະຕິບັດນະໂຍບາຍຕໍ່ສາມະຊິກນັກຮົບເກົ່າ”, ບົດລາຍງານຂອງຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບສູນກາງ ພາຍໃຕ້ຫົວຂໍ້ “ສະພາບການພົ້ນເດັ່ນຂອງໂລກ ແລະ ພາກພຶ້ນໃນປັດຈຸບັນ ແລະ ກົນອຸບາຍຂອງອິດທິກຳ ລັງປໍລະປັກ ຕໍ່ ສປປ ລາວ”; ຈາກນັ້ນ, ບັນດາຜູ້ແທນກອງປະຊຸມກໍໄດ້ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບ ແລະ ແຜນການຂອງ ກປຊສ, ຕໍ່ບັນດາບົດລາຍງານຂອງ 4 ພາກສ່ວນ ແລະ ບັນຫາທີ່ພົວພັນເຖິງຄວາມໝັ້ນຄົງໃນສະເພາະໜ້າ ແລະ ຍາວນານເພື່ອນຳສະເໜີລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດໃຫ້ທິດຊີ້ນຳໃນການແກ້ໄຂພ້ອມທັງຮັບຮອງເອົາຮ່າງມະຕິກອງປະຊຸມຄົບຄະນະປະຈໍາປີ 2024 ຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

Continue Reading

Previous: ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ປະກາດການແຕ່ງຕັ້ງນາຍຕໍາຫຼວດ
Next: ຮອງລັດຖະມນຕີ ກະຊວງ ປກສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານເອກອັກຄະລັດຖະທູດ ຢີ່ປຸ່ນ ປະຈໍາລາວ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.