Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ສະຫຼຸບຜົນສໍາເລັດການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45

ສະຫຼຸບຜົນສໍາເລັດການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45

ກົມສື່ມວນຊົນ 31/10/2024
464929253_1097349875727603_3514711914751105890_n copy

ໃນວັນທີ 30 ຕຸລາ 2024 ກະຊວງປ້ອງກັນຄວາມສະຫງົບ ໄດ້ສະຫຼຸບຜົນສໍາເລັດການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 1-12 ຕຸລາ 2024; ເປັນປະທານໂດຍ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະປະຈໍາພັກ, ຄະນະພັກກະຊວງ, ຫ້ອງວ່າການ, ກົມໃຫຍ່, ກອງບັນຊາການ, ວິທະຍາຄານ ແລະ ອະນຸກໍາມະການປ້ອງກັນເຂົ້າຮ່ວມ.

ພົຈວ ເຄນທະວີໄຊ ເພັດພະນາ ຮອງຫົວນ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ຕະຫຼອດໄລຍະກອງປະ ຊຸມ ຄະນະຮັບຜິດຊອບໄດ້ຈັດວາງກໍາລັງປ້ອງກັນນໍາໃຊ້ກຳລັງປ້ອງກັນທັງໝົດ 5.968 ສະຫາຍ, ປ້ອງກັນຢູ່ 82 ຈຸດ, ນໍາໃຊ້ພາຫະນະ 1.848 ຄົນ, ເຮືອ 10 ລຳ ແລະ ໜາວິຊາສະເພາະ 20 ໂຕ, ເຂົ້າປິດພື້ນທີ່ປ້ອງກັນນັບແຕ່ວັນທີ 1-12 ຕຸລາ 2024 (ຈັດຕັ້ງປະຕິບັດເປັນ 3 ໄລຍະໃນການຢຶດພື້ນທີ່ຕາມສະພາບການຕົວຈິງ). ໃນນີ້, ນໍາໃຊ້ກຳລັງ 903 ສະຫາຍ ແລະ ພາຫະ ນະວິຊາສະເພາະ 292 ຄັນ ໃນການເຮັດວຽກງານເປີດທາງ-ຄຸມແຫ່ໃຫ້ຄະນະຜູ້ແທນຈາກ ຕ່າງປະເທດ.

ອີງໃສ່ວາລະການເຄື່ອນໄຫວຂອງຄະນະຜູ້ແທນທີ່ເພີ່ມຂຶ້ນ ໄດ້ຈັດຕັ້ງກໍາລັງປ້ອງກັນຄວາມສະຫງົບ ຈັດວາງເພີ່ມອີກ 18 ຈຸດ, ນຳໃຊ້ກຳລັງ 757 ສະຫາຍ ແລະ ພາຫະນະ 108 ຄັນ, ປະສານສົມທົບກັບກຳລັງປ້ອງກັນຊາດໃນການປ້ອງກັນ ໂດຍມີການແບ່ງໜ້າທີ່ຄວາມຮັບຜິດຊອບຕາມ ພາລະບົດບາດ ແລະ ຂອບເຂດສິດຂອງ 2 ກະຊວງ, ໄດ້ມີຄວາມເອກະພາບແຕ່ເທິງລົງລຸ່ມ ແຕ່ຂັ້ນບັນຊາສູງສຸດຈົນເຖິງຂັ້ນສູ້ຮັບຂອງສອງກຳລັງ ທີ່ປະຈຳຢູ່ແຕ່ລະຈຸດ, ໄດ້ມີສູນບັນຊາຂອງສອງກຳລັງ ປກຊ-ປກສ ແລະ ມີການສ່ອງແສງແລກປ່ຽນສະພາບການໃນແຕ່ລະວັນ ເພື່ອລາຍງານຂໍທິດຊີ້ນໍາຈາກຂັ້ນເທິງ.

ສັງລວມແລ້ວການປ້ອງກັນກອງປະຊຸມສຸດອຍອດອາຊຽນ ຄັ້ງນີ້ 2 ກຳລັງປ້ອງກັຊາດ-ປ້ອງກັນຄວາມ ສະຫງົບ ສາມາດເຮັດຫຼ້ອນໜ້າທີ່, ຮັບປະກັນໄດ້ຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍຮອບດ້ານ, ນີ້ແມ່ນໄຊຊະນະອັນຫນຶ່ງໃຫຍ່ຂອງກຳລັງປະກອບອາວຸດພວກເຮົາ.

Continue Reading

Previous: ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ( ກົມ 512)
Next: ສອງພາກສ່ວນ ລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຕ້ານການຟອກເງິນ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.