Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກຮາຖານ ກົມສື່ມວນຊົນ ປກສ

ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກຮາຖານ ກົມສື່ມວນຊົນ ປກສ

ກົມສື່ມວນຊົນ 29/10/2024
464838554_533670762892588_1425596963760382426_n copy

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກຮາຖານ ກົມສື່ມວນຊົນ ປກສ, ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະ ຫງົບ ໄດ້ຈັດຂຶ້ນໃນວັນທີ 29 ຕຸລາ 2024 ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ (ສະໜາມມ້າ), ພາຍໃຕ້ການເປັນປະທານຂອງ ສະຫາຍ ພັອ ເພີນຄຳ ແສງດາລາ ຄະນະພັກກົມໃຫຍ່ ເລຂາຄະນະພັກຮາກຖານ ຫົວໜ້າກົມສື່ມວນຊົນ ປກສ, ໃຫ້ກຽດເຂົ້າຮ່ວມໂດນ ສະຫາຍ ພົຈວ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ ຮອງເລຂາຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກຮາກຖານກົມ, ໜ່ວຍພັກ ພະແນກ-ກອງທີ່ຂຶ້ນກັບ ພ້ອມດ້ວຍແຂກຖືກເຊີນອ້ອມຂ້າງກົມໃຫຍ່ ແລະ ຜູ້ແທນສົມບຸນ 127 ສະຫາຍ. ຍິງ 51 ສະຫາຍ ເຂົ້າຮ່ວມ.

ໃນກອງປະຊຸມ, ພັອ ເພີນຄຳ ແສງດາລາ ໄດ້ກ່າວວ່າ ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍສຳຄັນ ເປັນການປະຕິບັດກົດລະບຽບຫຼັກການຂອງພັກ, ເປັນການທົບທວນຄືນໝາກຜົນແຫ່ງການນຳພາ-ຊີ້ນຳຂອງຄະນະພັກໃນຊຸມປີຜ່ານມາ, ໂດຍກາຍເປັນຂະບວນການ, ບັ້ນດຳເນີນຊີວິດການເມືອງເລີ່ມຈາກຮາກຖານພັກ, ເປັນການປົວແປງພາຍໃນ, ປັບປຸງທັດສະນະຫຼັກໝັ້ນຂອງພັກ ຕິດພັນກັບການດຳເນີນທາບທາມບຸກຄະລາກອນ ແລະ ການປະກອບຄຳເຫັນຕໍ່ຮ່າງບົດລາຍງານການເມືອງຢ່າງມີປະຊາທິປະໄຕ.

ພ້ອມກັນນັ້ນ, ພັອ ພອນພິລຸນ ປັນຍາສິລິ ຮອງປະທານກວດກາພັກ ຮອງຫົວໜ້າກົມສື່ມວນຊົນ ປກສ ໄດ້ຜ່ານບົດລາຍງານການເມືອງ ສະຫຼຸບຜົນງານການນຳພາ-ຊີ້ນຳຂອງຄະນະພັກຕະລອດໄລຍະ 5 ປີຜ່ານມາ ມີຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນດ້ານວຽກງານວິຊາສະເພາະ ໄດ້ນຳພາປັບປຸງຍົກລະດັບໜັງສືພີມຄວາມສະຫງົບ ໃຫ້ມີເນື້ອໃນອຸດົມສົມບູນມີສິນລະປະ ແລະ ທັງຮັບປະກັນດ້ານເຕັກນິກ, ນຳພາອອກແບບ-ຈັດໜ້າໜັງສືພີມໄດ້ທັງໝົດ 1.320 ຄັ້ງ, ມີ 15,840 ໜ້າ, ເກັບກໍາຂໍ້ ມູນໄດ້ 1,980,000 ສະບັບ; ຂຽນຂ່າວ, ຂຽນບົດ, ແປພາສາ ແລະ ຮຽບຮຽງຂ່າວໄດ້ 30,360 ຂ່າວ-ບົດ, ກວດ ໜ້າໜັງສືພີມ 15,840 ໜ້າ, ເຜີຍແຜ່ຂ່າວຜ່ານເພຈເຟສະບຸກ- ເວບໄຊກະຊວງ ແລະ ເວບໄຊໜັງສືພີມໄດ້ 26,400 ເທື່ອຂ່າວ, ປະຈຳການກວດໜ້າໜັງສືພີມ 1,320 ຄັ້ງ ມີ 5,280 ເທື່ອຄົນ; ວຽກງານວາລະສານ ໄດ້ນໍາພາປັບປຸງທາງດ້ານຮູບແບບ, ສີສັນ ໃຫ້ມີລັກສະນະກະທັດຮັດ ແລະ ເນື້ອໃນແຫຼມຄົມ, ມີວິທະຍາສາດ, ມີທັງທິດສະດີ ແລະ ພຶດຕິກຳ ເປັນທີ່ຍອມຮັບຂອງນັກຄົ້ນຄວ້າໃນສະຖາບັນສຶກສາຕ່າງໆ, ສາມາດຜະລິດວາລະສານອອກແຈກຢາຍໃຫ້ກໍາລັງປ້ອງກັນຄວາມສະຫງົບ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ໃນຈຳນວນ 36,000 ກວ່າສະບັບ, ໄດ້ຈັດບົດ, ກວດແກ້ບົດ 720 ບົດ ແລະ ຈັດພີມບົດລົງໜ້າວາລະສານຕົວຈິງ 681 ບົດ, ຂຽນບົດໄດ້ 144 ບົດ, ຂຽນຂ່າວ-ປັບປຸງຂ່າວທ້ອງຖິ່ນ ແລະ ອັບໂຫຼດຂ່າວລົງເວບໄຊ ແລະ ເຟສບຸກໄດ້ 4,608 ຂ່າວ, ພິເສດ ແມ່ນໄດ້ສ້າງວາລະສານສະບັບພິເສດ ກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ອອກແຈກຢາຍໃນກຳລັງປ້ອງກັນຄວາມສະຫງົບ 1;550 ຫົວ; ວຽກງານວິທະຍຸ ໄດ້ນໍາພາ ຜະລິດລາຍການ ອອກອາກາດເລີ່ມແຕ່ເວລາ 5 ໂມງເຊົ້າ ແລະ ປິດເວລາ 24:00 ໂມງ, ລວມແລ້ວມື້ໜຶ່ງອອກອາກາດ 19 ຊົ່ວໂມງ, ມີລາຍການທັງໝົດ 24 ລາຍການ, ອອກອາກາດສົດມີ 5 ລາຍການ, ຜະລິດເອງມີ 11 ລາຍການ, ຜະລິດລາຍການຮ່ວມກັບພາກສ່ວນນອກມີ 13 ລາຍການ, ສາມາດຂຽນຂ່າວໄດ້ 13,528, ໃນນັ້ນຂ່າວອ້ອມຂ້າງກະຊວງ 5,486 ຂ່າວ, ຂ່າວສຳພາດ136 ຂ່າວ, ຂຽບົດ ແລະ ດັດແປງບົດໄດ້ 4,388 ບົດ, ກວດຂ່າວໄດ້ 18,142ຂ່າວ ແລະ ກວດບົດໄດ້ທັງໝົດ 4,388 ບົດ, ອອກອາກາດໄດ້ 40,368 ຄັ້ງ; ລົງໜ້າເວບໄຊ້ (ເຟດບຸກ) ໄດ້4,614 ຂ່າວ, ອ່ານຂ່າວ ແລະ ບົດ ອອກລາຍການຂ່າວ ແລະ ລາຍການຕ່າງໆໄດ້ 15,948 ຂ່າວ-ບົດ; ວຽກງານໂທລະພາບ ອອກອາກາດຕະຫຼອດ 24 ຊົ່ວໂມງ, ມີທັງໝົດ 14 ລາຍການ, ລາຍການທີ່ສະຖານີຜະລິດເອງມີ 5 ລາຍການ, ຮ່ວມມືກັບພາກສ່ວນນອກມີ 9 ລາຍການ: ລາຍການທີ່ໄດ້ຮັບຄວາມນິຍົມຊົມຊອບກວ່າໝູ່ແມ່ນລາຍການຂ່າວ, ອອກອາກາດໄດ້ທັງໝົດ 54, 300 ຂ່າວ.

ຕະຫຼອດໄລຍະ 5 ຜ່ານມາ ວຽກງານສື່ມວນຊົນ ປກສ ໄດ້ຮັບການພັດທະນາໃຫ້ເຕີບໃຫຍ່ຂະຫຍາຍຕົວຕາມທິດແຕ່ນ້ອຍຫາໃຫຍ່, ແຕ່ງ່າຍຫາຍາກ ແລະ ຍົກລະດັບດ້ານປະລິມານ ແລະ ຄຸນນະພາບ, ກາຍ ເປັນກະບອກສຽງອັນສໍາຄັນໃນວຽກ ງານການເມືອງ-ແນວຄິດ ຂອງກຳລັງປ້ອງກັນຄວາມສະຫງົບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ເຮັດໃຫ້ແຜນພັດທະນາເສດຖະກິດຂອງຊາດເຮົາໄດ້ຮັບການຈັດຕັ້ງປະຕິບັດແລະ ມີຜົນສຳເລັດເປັນກ້າວ.

ກອງປະຊຸມ ຍັງໄດ້ປ່ອນບັດເລືອກເອົາຄະນະພັກຮາກຖານກົມສື່ມວນຊົນ ຊຸດໃໝ່ ເຊິ່ງມີຜູ້ສະໝັກ 9 ສະຫາຍ, ເລືອກເອົາ 7 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກ ໄດ້ປະຊາມິຕິເລືອກເອົາ ສະຫາຍ ພັອ ເພີນຄຳ ແສງດາລາ ເປັນເລຂາຄະນະພັກຮາກ ຖານ, ພັອ ພອນພິລຸນ ປັນຍາສິລິ ເປັນຮອງເລຂາ, ພັອ ວັນຄຳ ສາຍຕາແກ້ວ ເປັນປະທານກວດກາ, ພັທ ນາງ ຄຳແສງ ທຳ ມະວົງ, ພັທ ສຸດຕາ ວົງສົມພູ, ພັທ ອຸໄທ ພັນທະວົງ ແລະ ພັທ ບຸນດີ ສຸລິຍະຄານ ເປັນຄະນະພັກ, ກອງປະຊຸມຍັງໄດ້ ເລືອກ ສະຫາຍ ພັຕ ບຸນລ້ຽງ ມາໄລສີ ເປັນຮອງປະທານກວດກາພັກ, ພ້ອມດຽວກັນຍັງໄດ້ ປ່ອນບັດເລືອກຜູ້ແທນສົມບຸນໄປຮ່ວມກອງປະຊຸມໃຫຍ່ອົງຄະນະພັກກົມໃຫຍ່ການເມືອງ ປກສ ຕື່ມອີກ.

Continue Reading

Previous: ຜົ້ງສາລີ-ດຽນບຽນ ເສີມຂະຫຍາຍວຽກງານ ປກສ
Next: ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ( ກົມ 512)

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.