Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ຜົ້ງສາລີ-ດຽນບຽນ ເສີມຂະຫຍາຍວຽກງານ ປກສ

ຜົ້ງສາລີ-ດຽນບຽນ ເສີມຂະຫຍາຍວຽກງານ ປກສ

ກົມສື່ມວນຊົນ 28/10/2024
464636492_532051663054498_4390143310051616358_n copy

ກອງປະຊຸມພົບປະລະຫວ່າງ ກອງບັນຊາການ ປກສ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ກັບ ກອງບັນຊາ ການ ປກສ ແຂວງຜົ້ງສາລີ ຈັດຂຶ້ນຂຶ້ນເມືີອບໍ່ດົນມານີ້ທີ່ກອງບັນຊາການ ປກສ ແຂວງດຽນບຽນ ສສ ຫວຽດນາມ. ຝ່າຍຫວຽດນາມນໍາໂດຍ ສະຫາຍ ພັນເອກ ຢາງ ປ້າວ ສິ້ງ ຮອງຫົວໜ້າກອງບັນຊາ ການ ປກສ ແຂວງດຽນບຽນ. ຝ່າຍລາວນໍາໂດຍ ສະຫາຍ ພັນເອກ ຢິນວັນນະສຸກ ບຸດຕະນະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ.

ສອງຝ່າຍ ໄດ້ຜັດປ່ຽນກັນລາຍງານສະພາບການຕ່າງໆຂອງແຂວງຕົນ ໃນໄລຍະຜ່ານມາ ໃຫ້ກັນຊາບ ໂດຍສະເພາະ ສະພາບ ການທາງດ້ານການເມືອງ, ດ້ານເສດຖະກິດ- ສັງ ຄົມ, ການເຄື່ອນ ໄຫວຂອງກຸ່ມຄົນບໍ່ດີ ແລະ ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ເປັນຕົ້ນແມ່ນ: ບັນຫາຢາເສບ ຕິດ, ການຄ້າຂາຍເຖື່ອນ, ການລັກລອບສ້າງຄອບ ຄົວແບບຜິດກົດໝາຍ ແລະ ການລັກລອບເຂົ້າ-ອອກເມືອງຂອງປະຊາຊົນສອງແຂວງ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ, ບັນຫາສາສະໜາ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ຜິດຕໍ່ລະບຽບກົດໝາຍ ທີ່ມັກເກີດ ຂຶ້ນຢູ່ບໍລິເວນຊາຍແດນທັງສອງປະເທດ, ອັນເປັນສາເຫດທີ່ສົ່ງຜົນກະທົບຕໍ່ສອງຝ່າຍ ໂດຍສະເພາະ ກໍຄື ຕາມເຂດຊາຍແດນລະຫວ່າງ ແຂວງຜົ້ງສາລີ ແຫ່ງ ສປປ ລາວ ແລະ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ.

ສອງຝ່າຍ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືຕີລາຄາຊອກຫາວິທີແກ້ໄຂຮ່ວມກັນຕໍ່ກັບບັນຫາກົນອຸບາຍ ແລະ ການ ເຄື່ອນ ໄຫວຂອງກຸ່ມຄົນທີ່ບໍ່ຫວັງດີ ທີ່ເຄື່ອນໄຫວກໍ່ການກະທຳ ຜິດ, ອັນເປັນບັນຫາອັນສຳຄັນໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການພັດທະນາຂອງທັງ ສອງປະເທດ.

ສອງຝ່າຍຈະເອົາໃຈໃສ່ເພີ່ມທະວີຮັດແໜ້ນສາຍພົວພັນແລກປ່ຽນຂໍ້ມູນຂ່າວສານ ເພື່ອຈັດຕັ້ງຜັນຂະຫຍາຍສາຍພົວ ພັນແບບພິເສດຂອງສອງພັກ-ສອງລັດ ເຂົ້າໃນການຮ່ວມມືເພື່ອປ້ອງກັນ ແລະ ສະກັດກັ້ນສະພາບການຕ່າງໆທີ່ອາດຈະເກີດຂຶ້ນ.

ນອກນັ້ນ, ຍັງເພີ່ມທະວີວຽກງານໂຄສະນາສຶກສາອົບຮົມໃຫ້ພົນລະເມືອງຂອງສອງປະເທດ ໃຫ້ເຄົາລົບປະຕິບັດລະບຽບກົດໝາຍ ແລະ ຕາມຮີດຄອງປະເພນີຂອງແຕ່ລະປະເທດໃຫ້ເລິກເຊິ່ງ ໂດຍສະເພາະການປະຕິບັດການເຂົ້າ-ອອກເມືອງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງສອງປະເທດ ທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.

ໃນກໍລະນີມີເຫດການເກີດຂຶ້ນ ເຊິ່ງພົວພັນເຖິງຄວາມບໍ່ສະືຫງົບຂອງສອງແຂວງ ຕ້ອງກຽມພ້ອມຕອບສະໜອງຢ່າງທັນການຕາມການສະເໜີຂອງອີກຝ່າຍ ໂດຍສອດຄ່ອງກັບບັນດາກົດໝາຍຂອງສອງປະເທດ. ທັງນີ້, ກໍເພື່ອຮັບປະກັນໃຫ້ທັງສອງປະ ເທດມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ໄດ້ພ້ອມກັນລົງນາມເຊັນບົດບັນທຶກຊ່ວຍຈຳ ໃນການຮ່ວມມືຮັກສາຄວາມສະ ຫງົບ ລະຫວ່າງ ສະຫາຍ ພັນເອກ ຢາງ ປ້າວ ສິ້ງ ຮອງຫົວ ໜ້າກອງບັນຊາການ ປກສ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ກັບ ສະຫາຍ ພັນເອກ ຢິນວັນນະສຸກ ບຸດຕະນະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ໂດຍມີຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

Continue Reading

Previous: ນະຄອນຫຼວງວຽງຈັນ ຈູດທຳລາຍຢາເສບຕິດຈຳນວນ ຫຼາຍ
Next: ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກຮາຖານ ກົມສື່ມວນຊົນ ປກສ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.