Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກະກຽມຄວາມພ້ອມ ໃຫ້ແກ່ການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ

ກະກຽມຄວາມພ້ອມ ໃຫ້ແກ່ການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ

ກົມສື່ມວນຊົນ 28/10/2024
464441023_530743003185364_1747049412057704625_n copy

ວັນທີ 25 ຕຸລາ 2024 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມກຽມຄວາມພ້ອມ ໃຫ້ແກ່ການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 ແລະ ອາຊຽນ – ບວກ ຄັ້ງທີ 11 ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີຕາງໜ້າບັນດາກົມ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນຂອງ ສປປ ລາວ ໄດ້ລາຍງານຫຍໍ້ກ່ຽວກັບ ຜົນສໍາເລັດຂອງກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ໃນລະຫວ່າງວັນທີ 4-7 ກັນຍາ 2024 ທີ່ນະຄອນ ຫຼວງວຽງຈັນ; ຜົນສໍາເລັດຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງ ກັນປະເທດອາຊຽນ ແລະ ອາຊຽນ-ບວກ ໃນລະຫວ່າງວັນທີ 24-27 ກັນຍາຜ່ານມາ ແລະ ລາຍງານຄວາມຄືບໜ້າກ່ຽວກັບການກະກຽມຄວາມພ້ອມ ໃຫ້ແກ່ການເປັນເຈົ້າພາບ ແລະ ປະທານ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18, ອາຊຽນ-ບວກ ຄັ້ງທີ 11 ແລະ ກອງປະຊຸມປິ່ນອ້ອມ ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 19-22 ພະຈິກ ນີ້. ຈາກນັ້ນບັນດາຄະນະອະນຸກຳມະການແຕ່ລະພາກສ່ວນ ໄດ້ປະ ກອບຄຳຄິດຄຳເຫັນໃສ່ກອງປະຊຸມຢ່າງກົງໄປກົງມາ ເພື່ອແນ່ໃສ່ເຮັດໃຫ້ແຕ່ລະໜ້າວຽກມີຄວາມຮັດກຸ້ມ ແລະ ເນື້ອໃນມີຄວາມຄົບຖ້ວນ.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍ້ອງຍໍຊົມ ເຊີຍຕໍ່ຜົນສໍາເລັດບັນດາກອງປະຊຸມທີ່ປິ່ນອ້ອມໃນໄລຍະຜ່ານ ມາ, ພ້ອມທັງໄດ້ໃຫ້ທິດຊີ້ນຳຕໍ່ຄະນະຮັບຜິດຊອບວຽກ ງານດ້ານວຽກງານຕ່າງໆ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ມອບໝາຍ ຈົ່ງພ້ອມກັນກະກຽມ ແລະ ສືບຕໍ່ດຳເນີນຕາມແຜນການ ເປັນຕົ້ນແມ່ນ ດ້ານງົບປະມານ, ພາຫະນະເຕັກນິກ, ສະຖານທີ່ພັກ ແລະ ເຄື່ອງຮັບໃຊ້ວຽກງານຕ່າງໆ, ປະສານສົມທົບກັບບັນດາປະເທດອາ ຊຽນໃນການພົວພັນວຽກງານ ເພື່ອເຮັດໃຫ້ການເປັນເຈົ້າພາບ ໃນຄັ້ງນີ້ໃຫ້ໄດ້ຮັບໝາກຜົນສູງ.

Continue Reading

Previous: ພົບປະແລກປ່ຽນມິດຕະພາບ ວຽກງານປ້ອງກັນຊາດ ເຂດຊາຍແດນ ລາວ-ຫວຽດນາມ ຄັ້ງທີ 2
Next: ນະຄອນຫຼວງວຽງຈັນ ຈູດທຳລາຍຢາເສບຕິດຈຳນວນ ຫຼາຍ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.