Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ຜົນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກຳລັງປ້ອງກັນຄວາມສະຫງົບ 2020-2025

ຜົນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກຳລັງປ້ອງກັນຄວາມສະຫງົບ 2020-2025

ກົມສື່ມວນຊົນ 25/10/2024
464320760_529861706606827_6645240076277182719_n copy

ໃນວັນທີ 24 ຕຸລາ 2024 ທີ່ກະຊວງປ້ອງກັນຄວາມສະ ຫງົບ ໄດ້ຈັດກອງປະຊຸມ ກະຊວງພາຍໃນຕິດຕາມຊຸກຍູ້ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກະຊວງປ້ອງກັນຄວາມສະຫງົບ, ໂດຍການເປັນປະທານຮ່ວມຂອງທ່ານ ພົນຕີ ສົມວັນ ສາຍລ້ອງພາ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະກົມແຂ່ງຂັນຍ້ອງຍໍ, ມີບັນດາຕາວໜ້າກົມໃຫຍ່, ຫ້ອງວ່າການກະຊວງ, ກົມ, ກອງບັນຊາການ, ວິທະຍາ ຄານ, ປກສ ນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກ ງານຫຼັກແຫຼ່ງ ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ໃນກອງປະຊຸມ, ພົນຈັດຕະວາ ໜູໃບ ອິນທິສານ ຮອງຫົວ ໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ລາຍ ງານໃຫ້ຮູ້ຜົນການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກຳລັງປ້ອງກັນຄວາມສະຫງົບ ໄລຍະ 2020-2025, ເພື່ອປະຕິບັດລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 011/ປປທ, ລົງວັນທີ 20 ມັງກອນ 2010 ວ່າດ້ວຍການເປີດຂະບວນການແຂ່ງ ຂັນ ຮັກຊາດ ແລະ ພັດທະນາ ທົ່ວປະເທດ ໃນໄລຍະໃໝ່ ແລະ ໄດ້ຮັບຄໍາສັ່ງ ແນະນໍາກ່ຽວກັບການຈັດຕັ້ງຜັນຂະ ຫຍາຍຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ສະບັບເລກທີ 233/ຄລສພ, ລົງວັນທີ 7 ພະຈິກ 2022; ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງອະນຸກຳມະການກະກຽມເປີດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງ, ວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະ ນາ ສະບັບເລກ ທີ 619/ປກສ, ລົງວັນທີ 04 ເມສາ 2023; ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນ ສະແດງອອກໃນບົດສະຫຼຸບ ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຄົບຮອຍ 5 ປີ (2016- 2020) ແລະ ເປັນໄລຍະເວລາທີ່ກະຊວງປ້ອງກັນຄວາມສະຫງົບ ໄດ້ສ້າງຂະບວນການສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ໃນຄັ້ງນີ້ ຈຶ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກ ພັກ-ລັດຖະບານ ຫຼາຍຂັ້ນ, ຫຼາຍລະດັບ; ໃນນີ້ ມີຍ້ອງຍໍບຸກຄົນ 34,793 ສະຫາຍ ແລະ 504 ກົມກອງ; ນອກຈາກນີ້ ຍັງໄດ້ປະດັບຍ້ອງຍໍ ຫຼຽນໄຊພິລະອາດຫານ ໃຫ້ນາຍ ແລະ ພົນຕຳຫຼວດ ທີ່ລົງກໍ່ສ້າງຮາກຖານ ກຳນົດ 5 ປີ ຈໍານວນ 1,230 ທ່ານ, 25 ກົມກອງ ແລະ ໃບຍ້ອງຍໍກະຊວງ 183 ທ່ານ; ຜ່ານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະ ນາ ຂອງກຳລັງປ້ອງກັນຄວາມສະຫງົບ ປະຈຳປີ 2023 ສາມາດຕີລາຄາຈັດແບ່ງປະເພດໄດ້ດັ່ງນີ້: ປະເພດແຂງ: 54,395 ສະຫາຍ, ຍິງ 10,558 ສະຫາຍ; ປະເພດກາງ: 3,317 ສະຫາຍ, ຍິງ 548 ສະຫາຍ.

ທ່ານຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ກ່າວຕື່ມວ່າ: ຜົນງານການຍ້ອງຍໍດັ່ງກ່າວ ແມ່ນສະແດງເຖິງຄວາມເປັນຫ່ວງ, ເປັນໄຍ, ຄວາມເຊື່ອໝັ້ນໄວ້ວາງໃຈ ຈາກ ພັກ-ລັດ; ດັ່ງນັ້ນ, ນາຍ ແລະ ພົນຕຳຫຼວດທຸກເຫຼົ່າລົບວິຊາສະເພາະໃນກຳລັງປ້ອງກັນຄວາມສະຫງົບ ຕ້ອງໄດ້ ເພີ່ມທະວີຄວາມບຸກບືນ, ຫ້າວຫັນ, ອົດທົນຍອມເສຍສະຫຼະທຸກສິ່ງຢ່າງ ເພື່ອປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສຳເລັດ ສືບຕໍ່ຊຸກຍູ້ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ ປ້ອງກັນຄວາມສະຫງົບ ໄດ້ຮັບການພັດທະນາ ຮອດປີ 2025 ກໍຄືໃນຕໍ່ໜ້າ ແລະ ຍາວນານ.

44

Continue Reading

Previous: ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຂັ້ນສູງແຂວງຮ່າຕິ້ງ
Next: ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ຮ່ວມກິດຈະກຳຢູ່ດ່ານຊາຍແດນ ລາວ-ຫວຽດນາມ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.