Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ກົມໂຄສະນາອົບຮົມ ປກສ

ກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ກົມໂຄສະນາອົບຮົມ ປກສ

ກົມສື່ມວນຊົນ 24/10/2024
Capture copy

ກອງປະຊຸມໃຫຍ່ ຄັ້ງທີ 8 ຂອງຄະນະພັກຮາກຖານ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາ ນີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ພັອ ສອນພະຈັນ ທໍາມະວົງ ຄະນະພັກກົມໃຫຍ່ ເລຂາຄະນະ ພັກຮາກຖານ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພົຈວ ຄອນສະ ຫວັນ ສົມພາໄຊ ຄະນະພັກກະຊວງ ຮອງເລຂາຄະນະພັກກົມໃຫຍ່ການເມືອງ ປກສ ມີບັນດາສະຫາຍສະມາຊິກພັກສົມບູນ-ສຳຮອງພາຍໃນກົມດັ່ງກ່າວ ເຂົ້າຮ່ວມ.


ສະຫາຍ ພັອ ສອນພະຈັນ ທໍາມະວົງ ໄດ້ຜ່ານຮ່າງບົດລາຍງານການເມືອງ ເພື່ອສະຫຼຸບຕີລາຄາການນໍາ-ຊີ້ນໍາວຽກງານ ຂອງຄະນະພັກ ໃນໄລຍະ ຜ່ານມາ: ໄດ້ນໍາພາສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ ນາຍ ແລະ ພົນຕຳຫຼວດ ເປັນວຽກງານທີ່ນໍາໜ້າຂອງທຸກວຽກງານ ໂດຍຖືເອົາທິດທາງແຜນການຂອງຄະນະພັກກະຊວງ, ກົມໃຫຍ່, ມະຕິ, ຄໍາສັ່ງ ຂອງຄະນະພັກຂັ້ນເທິງ ແລະ ແຜນການວຽກງານວິຊາສະເພາະຂອງກົມໂຄສະນາອົບຮົມມາເປັນເນື້ອໃນສຶກສາອົບຮົມ, ໂດຍສະເພາະແມ່ນໄດ້ເຂົ້າຮ່ວມຄົ້ນຄ້ວາເຊື່ອມຊຶມບັນດາເອກະສານມະຕິຕ່າງໆ ຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ແລະ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ເອກະສານມູນເຊື້ອຂອງພັກ, ຂອງຊາດ, ຂອງກໍາລັງປ້ອງກັນຄວາມສະຫງົບ ຢ່າງເປັນປົກກະຕິຕໍ່ເນື່ອງ; ເອົາໃຈໃສ່ປັບປຸງກໍ່ສ້າງພັກ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງບົນພື້ນຖານ ແລະ ປະຕິບັດຕາມ 5 ຫຼັການ ແລະ 3 ທິດນໍາຂອງພັກ ຢ່າງຖືກຕ້ອງ ແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງໃນແຕ່ລະໄລຍະ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ VII ມາຮອດປັດຈຸບັນ ສາມາດຍາດໄດ້ມູນເຊື້ອນາມມະຍົດ: “ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ” 3 ປີ; ພ້ອມນີ້ ພາຍໃນພັກ, ກໍຍັງໄດ້ມີການປັບປຸງ ແລະ ປະຕິບັດລະບອບຮ່ວມຊີວິດພັກຢ່າງເປັນປົກກະຕິ, ເອົາໃຈໃສ່ຕິດຕາມ-ກວດກາ ຂຶ້ນແຜນພະນັກງານສືບທອດໃນແຕ່ລະປີຕາມແຜນການ, ຕິດຕາມ-ກວດກາ ປ້ອງກັນສະມາຊິກພັກ, ນາຍ ແລະ ພົນຕຳ ຫຼວດ, ເອົາໃຈໃສ່ຄົ້ນຄ້ວາຄັດເລືອກນາຍ ແລະ ພົນຕໍາຫຼວດ ໃຫ້ໄປບຳລຸງ-ກໍ່ສ້າງ ທາງດ້ານທິດສະດີ, ວິຊາສະເພາະ, ທັງພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດມີຈໍານວນ 24 ສະຫາຍ; ຄົ້ນຄ້ວາສະເໜີປັບປຸງບຸກຄະລາກອນ ກົງຈັກແຕ່ລະຂັ້ນ ຈໍານວນ 19 ສະຫາຍ.


ພ້ອມດຽວກັນນີ້ ໃນກອງປະຊຸມ ກໍໄດ້ມີການປ່ອນບັດເລືອກເອົາຄະນະພັກຮາກຖານ ກົມໂຄສະນາອົບຮົມ ປກສ ຊຸດໃໝ່ ໂດຍມີຜູ້ລົງສະໜັກທັງໝົດ 9 ສະຫາຍ ເລືອກເອົາ 7 ສະຫາຍ, ຜ່ານການປ່ອນບັດສາມາດເລືອກໄດ້ ສະຫາຍ ພັອ ສອນພະຈັນ ທໍາມະວົງ ເປັນເລຂາ, ສະຫາຍ ພັທ ກັນນະສຸກ ດວງພະຈັນ ເປັນຮອງເລຂາ, ສະຫາຍ ພັທ ແກ້ວອຸດອນ ວິໄລທອງ ເປັນປະທານກວດກາ ແລະ ອີກ 4 ສະຫາຍ ເປັນຄະນະ.

Continue Reading

Previous: ກົມສື່ມວນຊົນ ປກສ ລາວ ພົບປະ-ເຮັດວຽກ ກັບ ຄະນະຮູບເງົາ ກົມສື່ມວນຊົນ ປກສ ຫວຽດນາມ
Next: ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຂັ້ນສູງແຂວງຮ່າຕິ້ງ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.