Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກົມສື່ມວນຊົນ ປກສ ລາວ ພົບປະ-ເຮັດວຽກ ກັບ ຄະນະຮູບເງົາ ກົມສື່ມວນຊົນ ປກສ ຫວຽດນາມ

ກົມສື່ມວນຊົນ ປກສ ລາວ ພົບປະ-ເຮັດວຽກ ກັບ ຄະນະຮູບເງົາ ກົມສື່ມວນຊົນ ປກສ ຫວຽດນາມ

ກົມສື່ມວນຊົນ 22/10/2024
Capture02 copy

ໃນວັນທີ 21 ຕຸລາ 2024, ທີ່ນະຄອນຫຼວງວຽງຈັນ, ກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ພົບປະ-ເຮັດວຽກ ກັບ ຄະນະຮູບເງົາ ກົມສື່ມວນຊົນ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ, ຝ່າຍລາວນຳໂດຍ ພັນເອກ ພອນພິລຸນ ປັນຍາສີລິ ຮອງຫົວໜ້າກົມສື່ມວນຊົນ ປ້ອງກັນຄວາມສະຫງົບລາວ, ຝ່າຍຫວຽດນາມນຳໂດຍ ພັນຈັດຕະວາ ວູ ລຽມ ຮອງຜູ້ອຳນວຍການຮູບເງົາ ກົມສື່ມວນຊົນ ປ້ອງກັນຄວາມສະຫງົບຫວຽດນາມ, ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມ.

ໃນພິທີ, ພັນເອກ ພອນພິລຸນ ປັນຍາສີລິ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຄະນະດັ່ງກ່າວ ແລະ ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງກົມສື່ມວນຊົນປ້ອງກັນຄວາມສະຫງົບລາວ ໂດຍຍົກໃຫ້ຮູ້ໂດຍສັງເຂບເປັນຕົ້ນ: ພາລະບົດບາດຂອງກົມສື່ມວນຊົນປ້ອງກັນຄວາມສະຫງົບລາວ ໃຫ້ທາງຄະນະດັ່ງກ່າວໄດ້ຮັບຮູ້.

ໂອກາດດຽວກັນ, ພັນຈັດຕະວາ ວູ ລຽມ ກໍໄດ້ລາຍງານແຜນການເຄື່ອນໄຫວຂອງຄະນະທີ່ເດີນທາງມາເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ແມ່ນເລີ່ມແຕ່ວັນທີ 20-30 ຕຸລາ 2024 ເຊິ່ງການລົງມາພົບປະຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເພື່ອມາຖ່າຍທຳຮູບເງົາ ໜ້າກາກ ແລະ ຂໍຄວາມຊ່ວຍເຫຼືອມາຍັງກົມສື່ມວນຊົນປ້ອງກັນຄວາມສະຫງົບລາວ ອຳນວຍຄວາມສະດວກທາງດ້ານສະພາບ ເປັນຕົ້ນ: ສະຖານທີ່ທາງປະຫວັດສາດທີ່ຍັງຫຼົງເຫຼືອຮັກສາໄວ້ໃນໄລຍະເວລາ ແຕ່ປີ 1957-1977; ອຸປະກອນສະແດງເປັນຕົ້ນ: ພາຫະນະ, ອຸປະກອນເຄື່ອງໃຊ້ຂອງລາວທີ່ນຳໃຊ້ແຕ່ປີ 1957-1977; ເສື້ອຜ້າ ແລະ ເຄື່ອງປະດັບ ແຕ່ປີ 1957-1977; ນັກສະແດງປະກອບຢູ່ທ້ອງຖິ່ນບ່ອນຈັດຕັ້ງຖ່າຍທຳ (ຖ້າມີ) ແລະ ອຳນວຍຄວາມສະດວກປະສານສົມທົບກັບບັນດາແຂວງເປັນຕົ້ນ: ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ແຂວງສະຫວັນນະເຂດ ເພື່ອໃຫ້ການຮ່ວມມີໃນການລົງຖ່າຍທຳຮູບເງົາດັ່ງກ່າວ ກໍຄືຮູບເງົາ ໜ້າກາກ ໃຫ້ໄດ້ຕາມຈຸດປະສົງ ແລະ ເປົາໝາຍທີ່ວາງໄວ້.

ຈາກນັ້ນ, ຄະນະທັງສອງຝ່າຍກໍໄດ້ພົບປະແລກປ່ຽນຄຳຄິດຄວາມເຫັນເຊິ່ງກັນແລະກັນ ພ້ອມທັງເປັນເອກະພາບກັນສ້າງແຜນການຈັດຕັ້ງປະຕິບັດວຽກງານຖ່າຍທຳຮູບເງົາ ໜ້າກາກ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງຄະນະຮູບເງົາ ກົມສື່ມວນຊົນ ປ້ອງກັນຄວາມສະຫງົບຫວຽດນາມ ມີປະສິດທິຜົນ, ແທດເໝາະ ແລະ ສອດຄ່ອງກັບຄວາມເປັນຈິງ.

Continue Reading

Previous: ທ່ານ ປະທານປະເທດ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ບົດບາດຂອງໄອປາ
Next: ກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ກົມໂຄສະນາອົບຮົມ ປກສ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.