Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ທ່ານ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມ, ຊຸກຍູ້ການຟື້ນຟູຜົນກະທົບຈາກໄພພິ ບັດນໍ້າຖ້ວມ ຢູ່ແຂວງບໍ່ແກ້ວ

ທ່ານ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມ, ຊຸກຍູ້ການຟື້ນຟູຜົນກະທົບຈາກໄພພິ ບັດນໍ້າຖ້ວມ ຢູ່ແຂວງບໍ່ແກ້ວ

ກົມສື່ມວນຊົນ 08/10/2024
462423403_516854071240924_1439890204923675821_n copy

ໃນວັນທີ 5 ຕຸລາ 2024, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການຟື້ນຟູຜົນກະທົບ ຈາກໄພພິບັດນໍ້າຖ້ວມ ພາຍຫຼັງທີ່ເກີດໄພພິບັດນໍ້າຖ້ວມຢູ່ ແຂວງບໍ່ແກ້ວ ຕອນຮັບໂດຍທ່ານ ປອ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.

ການເຄື່ອນໄຫວຕິດຕາມຊຸກຍູ້ການຟື້ນຟູຜົນກະທົບຈາກໄພພິບັດນໍ້າຖ້ວມຄັ້ງນີ້ ເພື່ອເປັນການຕິດຕາມຊຸກຍູ້ການຟື້ນຟູ ແລະ ແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມ ພາຍຫຼັງທີ່ເກີດໄພພິບັດນໍ້າຖ້ວມຢູ່ແຂວງບໍ່ແກ້ວ ໂດຍສະເພາະການຊ່ວຍເຫຼືອປະຊາຊົນໃນດ້ານເຄື່ອງອຸປະ ໂພກ-ບໍລິໂພກ, ການຕິດຕາມເບິ່ງແຍງດູແລສຸຂະພາບ ແລະ ສຸຂະອານາໄມຂອງປະຊາຊົນ ກໍ່ຄືຜູ້ປະສົບໄພ; ການປັບປຸງ-ສ້ອມແປງໂຄງລ່າງພື້ນຖານ ເປັນຕົ້ນແມ່ນ ລະບົບເສັ້ນທາງ, ຂົວ, ລະບົບຊົນລະປະທານ, ລະບົບນໍ້າປະປາ, ສຳນັກງານຫ້ອງການ ແລະ ອື່ນໆ ທີ່ເປ່ເພເສຍຫາຍ ໃຫ້ສາມາດກັບມານໍາໃຊ້ໄດ້ເປັນປົກກະຕິໂດຍໄວ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ລົງເຄື່ອນໄຫວໄປຢ້ຽມຢາມ, ພົບປະໂອ້ລົມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບ ຈາກໄພພິບັດ ຄັ້ງນີ້ ຢູ່ເທດສະບານເມືອງຜາອຸດົມ ແລະ ເມືອງປາກທາ ແຂວງບໍ່ແກ້ວ ພ້ອມທັງໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ, ຄວາມເປັນຫ່ວງເປັນໄຍ ແລະ ເຫັນອົກເຫັນໃຈຈາກສູນກາງພັກ, ລັດຖະ ບານ ແລະ ກະຊວງປ້ອງກັນຄວາມສະຫງົບ ມາຍັງປະຊາຊົນບັນດາເຜົ່າ ພາຍໃນແຂວງບໍ່ແກ້ວ ໂດຍສະເພາະ ຜູ້ປະສົບໄພນໍ້າຖ້ວມ.

ໂອກາດນີ້, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ໄດ້ມອບເຄື່ອງບັນເທົາທຸກ ໃຫ້ພາກສ່ວນທີ່ໄດ້ຮັບຜົນກະທົບຈາກໄພພິບັດ. ໃນນີ້, ມອບເງິນສົດໃຫ້ອົງການປົກຄອງແຂວງບໍ່ແກ້ວຈໍານວນ 1.000.000.000 ກີບ (ໜຶ່ງຕື້ກີບ), ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາກສ່ວນລະ 100.000.000 ກີບ(ໜຶ່ງຮ້ອຍລ້ານກີບ), ເມືອງຜາອຸດົມ 200.000.000 ກີບ (ສອງຮ້ອຍລ້ານກີບ), ພ້ອມດ້ວຍເຂົ້າສານ ສອງໂຕ່ນ, ຜ້າຫົ່ມ 50 ຜືນ, ເຄື່ອງນຸ່ງຫົ່ມ 26 ເປົາ ແລະ ເຄື່ອງບໍລິໂພກຈຳນວນ 4 ແກັດ; ມອບໃຫ້ເມືອງປາກທາ ເງິນສົດຈໍານວນ 100 ລ້ານກີບ, ເຂົ້າສານ 2 ໂຕ່ນ, ຜ້າຫົ່ມ 50 ຜືນ, ເຄື່ອງນຸ່ງຫົ່ມ 13 ເປົາ ແລະ ເຄື່ອງບໍລິໂພກຈໍານວນໜຶ່ງ.

Continue Reading

Previous: ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະຫະພັນແມ່ຍິງຮາກຖານ ກອງບັນຊາການ ປກສ ແຂວງບໍລິຄຳໄຊ
Next: ບໍລິສັດ ເທບສຸດາການຄ້າຂາເຂົ້າ-ຂາອອກ ແລະ ບໍລິການຂົນສົ່ງ ພາຍໃນ-ຕ່າງປະເທດ ຈຳກັດຜູ້ດຽວ ມອບເຄື່ອງໃຫ້ກະຊວງ ມູນຄ່າ 60 ລ້ານກີບ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.