Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ນາຍ-ພົນຕຳຫຼວດທີ່ຈົບການສຶກສາຈາກຕ່າງປະເທດ ສຳເລັດການຝຶກອົບຮົມວຽກງານການເມືອງ

ນາຍ-ພົນຕຳຫຼວດທີ່ຈົບການສຶກສາຈາກຕ່າງປະເທດ ສຳເລັດການຝຶກອົບຮົມວຽກງານການເມືອງ

ກົມສື່ມວນຊົນ 25/09/2024
461255431_1066889208773670_7335930399076718548_n copy

ນາຍ ແລະ ພົນຕຳຫຼວດ ທີ່ສໍາເລັດການສຶກສາຈາກຕ່າງປະເທດ ໄດ້ສຳເລັດການຝຶກອົບຮົມວຽກງານການເມືອງ ໃນວັນທີ 20 ກັນຍາ 2024 ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 3 ວັນ ໂດຍການເປັນປະທານ ແລະ ປະດັບຊັ້ນຂອງ ພົຕ ປອ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ມີຄະນະພັກ, ຄະນະກົມໃຫຍ່, ຄະນະຮັບຜິດຊອບການຈັດຊຸດຝຶກອົບຮົມ, ພ້ອມດ້ວຍວິທະຍາກອນ ແລະ ນັກສຶກສາເຂົ້າຮ່ວມ.

ພັທ ໂພຄຳ ໄຊຍະປະເສີດ ຮອງຫົວໜ້າກົມກໍ່ສ້າງກຳລັງ ປກສ ກ່າວວ່າ: ນັກສຶກສາທີ່ສໍາເລັດການ ສຶກສາລະດັບປະລິນຍາຕີຈາກຕ່າງປະເທດມີທັງໝົດ 30 ສະຫາຍ ຍິງ 11 ສະຫາຍ ແລະ ຜ່ານການຝຶກອົບຮົມເຫັນໄດ້ວ່າ ແຕ່ລະສະຫາຍ ແມ່ນມີແນວຄິດໜັກແໜ້ນຕໍ່ອຸດົມການສັງຄົມນິຍົມ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນຢ່າງຕັ້ງໜ້າໃນການເຊື່ອມຊຶມບັນດາມະຕິຄຳສັ່ງ, ລບຽບກົດໝາຍຄຸນສົມບັດສິນທຳປະຕິວັດ ແລະ ມູນເຊື້ອອັນດີງາມ ເວົ້າລວມ ເວົ້າສະເພາະກໍຄືລະບຽບຂອງກຳລັງປ້ອງກັນຄວາມສະຫງົບວາງອອກຢ່າງເຂັ້ມງວດ ພ້ອມນີ້, ຕະຫຼອດໄລຍະທີ່ສຶກສາຢູ່ຕ່າງປະເທດ ກໍໄດ້ສຸມໃສ່ຮໍ່າຮຽນຢ່າງຫ້າວຫັນເຂົ້າໃນການຄົ້ນຄວ້າຮໍ່າຮຽນ, ຖືເອົາການຮຽນເປັນໜ້າທີ່ສໍາຄັນຕົ້ນຕໍ, ເປັນເຈົ້າການຊອກຮູ້ຮໍ່າຮຽນດ້ານພາສາ ແລະ ວິຊາສະ ເພາະ ກໍຄືຄວາມຮູ້ທາງດ້ານຂະແໜງການຮຽນ, ເອົາໃຈໃສ່ຮັບຟັງເວລາຄູ-ອາຈານຂຶ້ນຫ້ອງສິດສອນ, ສາມາດສະຫຼຸບຄະ ແນນສະເລ່ຍໄດ້ຄະແນນ 8.00 ຂຶ້ນໄປ ມີ 11 ສະຫາຍ ຍິງ 3 ສະຫາຍ, ຈັດເປັນປະເພດເກັ່ງ ກວມ 3,3 %; ຄະແນນສະເລ່ຍໄດ້ຄະແນນ 7.00 ຂຶ້ນໄປ ມີ 15 ສະຫາຍ ຍິງ 6 ສະຫາຍ ຈັດເປັນປະເພດດີກວມ 4,5%; ໄດ້ຄະແນນ 7.00 ລົງມາ ມີ 4 ສະ ຫາຍ ຍິງ 2 ສະຫາຍ ຈັດເປັນປະເພດກາງ ກວມ 1,2%. ຈາກຜົນງານດັ່ງກ່າວເຮັດໃຫ້ນັກສຶກສາໄດ້ຮັບການຍ້ອງຍໍຂັ້ນຕ່າງໆຄື ຍ້ອງຍໍຂັ້ນສະຖານທູດ, ຂັ້ນໂຮງຮຽນຈໍານວນໜຶ່ງ.

ໂອກາດນີ້, ພັອ ວິຊຽນ ຫານວິໄລ ຮອງຫົວໜ້າກົມພະນັກງານ ຍັງໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ວ່າດ້ວຍການປະດັບຊັ້ນໃຫ້ນັກສຶກສາທີ່ສຳເລັດການສຶກຈາກຕ່າງປະເທດ ໃນນີ້, ປະດັບຊັ້ນ ຮ້ອຍໂທ ຈໍານວນ 29 ສະຫາຍ ຍິງ 11 ສະຫາຍ ແລະ ຮັກສາຊັ້ນ ຮອ 1 ສະຫາຍ ພ້ອມທັງ, ປະກາດສັບຊ້ອນບ່ອນປະຈຳການຢູ່ບັນດາກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງໃນຂອບເຂດທົ່ວປະເທດ.

Continue Reading

Previous: ຮັບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ແລະ ຮັບໃຊ້ວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນ
Next: ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.