Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກົມໃຫຍ່ການເມືອງ ປກສ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ, ຄະນະເຄື່ອນໄຫວສຸກເສີນ ແລະ ແຜນການເຄື່ອນໄຫວປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45

ກົມໃຫຍ່ການເມືອງ ປກສ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ, ຄະນະເຄື່ອນໄຫວສຸກເສີນ ແລະ ແຜນການເຄື່ອນໄຫວປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45

ກົມສື່ມວນຊົນ 20/09/2024
460167134_936161291841945_2687477576308485046_n copy

ໃນວັນທີ 18 ກັນຍາ 2024, ຢຸູ່ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດ ກອງປະຊຸມ ຜ່ານຂໍ້ຕົກລົງ ແຕ່ງ ຕັ້ງຄະນະຮັບຜິດຊອບ ແລະ ແຜນປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ຂອງກົມໃຫຍ່ການເມືອປ້ອງກັນຄວາມສະຫງົບ ຂຶ້ນ, ໂດຍການເປັນປະທານຂອງ ພົຈວ ປອ ຫຸມພັນ ຜິວເຂັມພອນ ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ມີຄະນະຮັບຜິດຊອບຊີ້ນໍາລວມ, ຄະນະເຄື່ອນໄຫວສຸກເສີນປ້ອງກັນ ແລະ ນັກຂ່າວ ເຂົ້າຮ່ວມ.

ໃນກອງປະຊຸມ, ພັອ ນີວອນ ບຸນວັນມາ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຜ່ານຂໍ້ຕົກ ລົງ ຂອງກັມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ, ຄະນະເຄື່ອນໄຫວສຸກເສີນປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ຂັ້ນກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໃນນີ້ແຕ່ງຕັ້ງ ພົຈວ ປອ ຫຸມພັນ ຜິວເຂັມພອນ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບເປັນຫົວໜ້າຊີ່ນໍາລວມ, ພັອ ຈັນທາ ວັນນະແສງ ຫົວໜ້າກົມປ້ອງກັນກຳລັງ ເປັນຮອງ, ພັອ ນີວອນ ບຸນວັນມາ ຮອງຫົວໜ້າຫ້ອງການ, ພັອ ພອນພິລຸນ ປັນຍາສີລິ ຮອງຫົວໜ້າກົມສື່ມວນຊົນ, ພັອ ວິຊຽນ ຫານວິໄລ ຮອງຫົວໜ້າກົມພະນັກງານ, ພັອ ສຸພັນທອງ ໄຄຍະວົງ ຮອງຫົວໜ້າກົມກວດກາ ເປັນຄະນະ, ແຕ່ງຕັ້ງ ພັທ ສອນທະວີ ຂັນຕີ ຮອງຫົວໜ້າຫ້ອງການ ເປັນຫົວ ໜ້າຄະນະປ້ອງກັນແກ້ໄຂກໍລະນີສຸກເສີນ, ແຕ່ງຕັ້ງ ພັທ ສົມຫວັງ ນະວົງສິນ ຫົວໜ້າພະແນກບໍລິຫານ-ສັງລວມ ກົມສື່ມວນຊົນ ເປັນຫົວໜ້າ ນັກຂ່າວ ແລະ ແຜນການເຄື່ອນໄຫວປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44, 45 ຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ.

ທັງນີ້, ກໍເພື່ອປະຕິບັດຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ໃຫ້ປະກົດຜົນເປັນຈິງ, ສຸມໃສ່ວຽກງານໂຄສະນາ-ປຸກລະດົມຂົນຂວາຍທຸກພາກສ່ວນໃນສັງຄົມໄດ້ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄັ້ງນີ້ ໃຫ້ເປັນຂະບວນກວ້າງຂວາງ, ທັງເປັນການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ພາຍໃນກຳລັງ ປກສ, ຕ້ອງຮັບປະກັນໃຫ້ແກ່ການກະກຽມ ແລະ ດໍາເນີນກອງປະຊຸມ ໃນປີ 2024 ທີ່ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ມີການຈັດກອງປະຊຸມລະດັບສາກົນຕ່າງໆ ເຊິ່ງມີຜູ້ເຂົ້າຮ່ວມຫຼາຍລະດັບ ເປັນຕົ້ນ: ຂັ້ນປະມຸກລັດ, ປະທານປະເທດ, ນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງ, ເຈົ້າໜ້າທີ່ອາວຸໂສ ແລະ ວິຊາການຂັ້ນຕ່າງໆ ມາຈາກບັນດາປະເທດອາຊຽນ, ອາຊຽນບວກ ແລະ ປະເທດຄູ່ເຈລະຈາ ອາຊຽນ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບປອດໄພ ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມໝັ້ນຄົງ.

ໂອກາດດັ່ງກ່າວ, ພົຈວ ປອ ຫຸມພັນ ຜິວເຂັມພອນ ໄດ້ເນັ້ນຕື່ມວ່າ ການປ້ອງກັນຄັ້ງນີ້ ໃຫ້ຖືສໍາຄັນເປັນບັ້ນຮົບໜຶ່ງ ໂດຍນໍາເອົາຜົນສໍາເລັດ, ຈຸດດີ-ຈຸດຄົງຄ້າງໃນທຸກໆບັ້ນປ້ອງກັນ ມາເປັນບົດຮຽນ ໃນການຍົກລະດັບການເມືອງນໍາພາ-ແນວຄິດ, ການຈັດຕັ້ງນໍາພາ-ບັນຊາ ແລະ ວິຊາສະເພາະປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນຕື່ມອີກບາດກ້າວ, ຮັບປະກັນແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ທຸກພາກສ່ວນ, ທຸກຊັ້ນຄົນ, ມະຫາຊົນ ຕ້ອງໄດ້ເຂົ້າຮ່ວມການປ້ອງກັນໃນຄັ້ງນີ້ຢ່າງເປັນຂະບວນກວ້າງຂວາງ, ຕ້ອງຮັບປະກັນການພົວພັນປະສານສົມທົບກັບທຸກກໍາລັງ, ສ້າງຄວາມຕັດສິນໃຈເອກະພາບທຸກພາກສ່ວນໄດ້ມີສ່ວນຮ່ວມເຂົ້າໃນວຽກງານປ້ອງກັນ, ຮັກສາໄດ້ຄວາມສາມັກຄີ ແລະ ສ້າງບັນຍາ ກາດອັນດີ ໃນໄລຍະການກະກຽມ ແລະ ດໍາເນີນການປ້ອງກັນໃນແຕ່ລະຈຸດ.

Continue Reading

Previous: 3 ວິທະຍາຄານ ສົມທົບກົມກໍ່ສ້າງກໍາລັງ ຫາລືຄວາມເປັນເອກະພາບກ່ຽວວຽກງານການຮຽນ-ການສອນ
Next: ຮັບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ແລະ ຮັບໃຊ້ວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.