Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • 3 ວິທະຍາຄານ ສົມທົບກົມກໍ່ສ້າງກໍາລັງ ຫາລືຄວາມເປັນເອກະພາບກ່ຽວວຽກງານການຮຽນ-ການສອນ

3 ວິທະຍາຄານ ສົມທົບກົມກໍ່ສ້າງກໍາລັງ ຫາລືຄວາມເປັນເອກະພາບກ່ຽວວຽກງານການຮຽນ-ການສອນ

ກົມສື່ມວນຊົນ 19/09/2024
DSC_8333

ວິທະຍາຄານສັນຕິບານປະຊາຊົນ (ວສປ), ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ), ວິທະຍຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ແລະ ກົມກໍ່ສ້າງກໍາລັງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມປຶກສາຫາລືຄວາມເປັນເອກະພາບກ່ຽວກັບການຈັດຕັ້ງ ແລະ ເຄື່ອນໄຫວວຽກງານການຮຽນ-ການສອນ ໃນວັນທີ 13 ກັນຍາ 2024, ໂດຍການເປັນປະທານຂອງ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ ປກສ, ມີພົຈວ ຄອນສະຫວັນ ສົມພະໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ພ້ອມດ້ວຍຄະນະອໍານວຍການທັງ 3 ວິທະຍາຄານ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ພັອ ປອ ບຸນຊະນະ ສິມມາລາວົງ ຫົວໜ້າອໍານວຍການ ວສປ ໄດ້ລາຍງານວ່າ: ບັນດາວິທະຍາຄານໃນກຳລັງປ້ອງກັນຄວາມສະຫງົບແມ່ນສະຖານບັນການສຶກສາຊັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ ມີໜ້າທີ່ໃນການກໍ່ສ້າງຊັບພະຍາກອນມະ ນຸດ ໂດຍສະເພາະແມ່ນກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິ ວັດ, ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ. ພ້ອມນີ້, ໃນວັນທີ 15 ມິນາ 2024 ໂດຍການເຫັນດີຂອງຄະນະນໍາ 3 ວິທະຍາຄານ ພ້ອມວິຊາການທີ່ກ່ຽວຂ້ອງໄດ້ເປີດກອງປະຊຸມຮ່ວມກັນປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດການຮຽນ-ການສອນເປັນຕົ້ນແຜນການຈັດຕັ້ງປະຕິບັດສົ້ນເຂົ້າ-ສົ້ນອອກ, ການຮັບຮອງຈົບຊັ້ນໃນໄລຍະຜ່ານມາ ເພື່ອຄວາມເປັນເອກະ ພາບໃນແນວທາງການປະຕິບັດໃຫ້ສອດຄ່ອງ, ຖືກທິດ, ຖືກຕ້ອງຕາມຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາວາງອອກ. ສະນັ້ນ, ເພື່ອເປັນການແລກປ່ຽນ ແລະ ເອກະພາບກັນຕໍ່ໜ້າ ໂດຍສະເພາະແມ່ນວຽກງານສົ້ນເຂົ້າ ກໍຄືການຮັບເອົາພະນັກ ງານເຂົ້າມາສຶກສາ ຢູ່ວິທະຍາຄານແມ່ນຕ້ອງໃຫ້ຜ່ານການສອບເສັງຄັດຈ້ອນຢ່າງເຂັ້ມງວດ, ການແຍກຂະແໜງການຮຽນວິຊາສະເພາະໃນໄລຍະຜ່ານມາພາຍຫຼັງການຮັບພະນັກງານເຂົ້າມາສຶກສາຮໍ່າຮຽນຢູ່ແລ້ວ ຕ້ອງໄດ້ຄຸ້ມຄອງ, ຕິດຕາມການຮຽນໃນປີທີ 1, ປີທີ 2 ສາມາດເກັບກຳໄດ້ໝາກຜົນຮໍ່າຮຽນ, ທັດສະນະທ່າທີ, ບຸກຄະລິກກະພາບ, ຄວາມຮູ້ພື້ນຄານດ້ານພາສາຕ່າງປະເທດ ເພື່ອເປັນຟື້ນຖານໃຫ້ແກ່ການສັບຊ້ອນເຂົ້າຮຽນຕາມຂະແໜງການ.


ສໍາລັບວຽກງານສົ້ນອອກ ການປະເມີນຜົນທ້າຍຊຸດຮຽນຂອງນັກສຶກສາ ໃຫ້ອີງຕາມກົດໝາຍວ່າດ້ວຍການສຶກສາ ຊັ້ນສູງ ເລກທີ 87ສພຊ ວ່າດ້ວຍນການວັດ ແລະ ປະເມີນຜົນການຮຽນ-ການສອນວ່າດ້ວຍຮູບການຂຽນໂຄງການຈົບຊັ້ນ, ດ້ວຍວິທີການສອບເສັງທີ່ໄດ້ກຳນົດໄດ້ໃນຫຼັກສູດ ໝາຍວ່າ: ການປະເມີນຜົນທ້າຍຊຸດຮຽນ ແມ່ນຂອບເຂດສິດຂອງວິທະຍາຄານ ເປັນຜູ້ກຳນົດວ່າ: ການປະເມີນທ້າຍຊຸດຮຽນດ້ວຍຮູບການສອບເສັງ ຫຼື ຮູບການຂຽນບົດລາຍງານ ພາຍຫຼັງສໍາເລັດປິດຊຸດຮຽນວິທະຍາຄານ ເປັນຜູ້ລາຍງານໝາກຜົນການຈັດຕັ້ງໃນຊຸດຮຽນນັ້ນໆ.

ການຜະລິດໃບປະກາສະນີຍະບັດ ໃຫ້ອີງຕາມຂໍ້ຕົກລົງຂອງກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍປະກາສະນິຍາບັດການສຶກສາຊັ້ນສູງ ເລກທີ 4214 ສສກ ວ່າດ້ວຍການປະກາສະນີຍະບັດ ແລະ ໜັງສືຢັ້ງຢືນ, ມາດຕາ 11 ການລົງລາຍເຊັນ ແລະ ປະທັບກາປະກາສະນີຍະບັດ ຄວນໃຫ້ວິທະ ຍາຄານເປັນຜູ້ຜະລິດ, ການເກັບຄ່າທໍານຽມໃນການບູລະນະ, ຫ້ອງຮຽນ, ບຳລຸງຮັກສາຕຶກອາຄານ, ສະຖານທີ່ພັກເຊົາຂອງນັກສຶກສາແຕ່ລະປີ ມອບໝາຍໃຫ້ວິທະຍາຄານປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ປກສ ວ່າດ້ວຍການໃຊ້ຈ່າຍງົບປະມານຂອງລັດ ສະບັບເລກທີ 1109/ປກສ. ທັງນີ້, ກໍເພື່ອໃຫ້ສອດຄ່ອງກັບບັນດາກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງ ສາມາດຂັບເຄື່ອນໄຫວວຽກງານການສຶກສາຢູ່ບັນດາວິທະຍາຄານຂອງກໍາລັງປ້ອງກັນຄວາມສະຫງົບໃຫ້ມີບາດກ້າວໃໝ່ທີ່ໜັກແໜ້ນຂຶ້ນກວ່າເກົ່າ.


ໂອກາດນີ້, ພົທ ກົງທອງ ພົງວິຈິດ ຍັງໄດ້ເນັ້ນໜັກໃຫ້ຄະນະອໍານວຍການທັງ 3 ວິທະຍາຄານ ແລະ ກົມກໍ່ສ້າງກໍາລັງ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ: ປຶກສາຫາລື ແລະ ແລກປ່ຽນຄວາມຄິດ-ຄວາມເຫັນຢ່າງເຂັ້ມງວດ ໂດຍສະເພາະແມ່ນວຽກງານການຈັດຕັ້ງປະຕິບັດສົ້ນເຂົ້າ-ສົ້ນອອກໃນການຮຽນ-ການສອນ ຕ້ອງໃຫ້ມີຄວາມເປັນເອກະພາບກັັນ, ຖືກຕ້ອງ, ສອດຄ່ອງຕາມລັກສູດຂອງກະຊວງສຶກສາວາງອອກ ກໍຄືຖືກຕ້ອງຕາມຫຼັກສູດປະລິນຍາຕີຂອງກໍາລັງປ້ອງກັນຄວາມສະຫງົບ ເພື່ອເລືອກເຟັ້ນເອົານັກສຶກສາຜູ້ທີ່ມີຄວາມຮູ້-ຄວາມສາມາດເຂົ້າມາສຶກສາຮໍ່າຮຽນໃຫ້ຖືກຕ້ອງກັບເປົ້າໝາຍຂອງຂະແໜງທີ່ຮຽນ ແລະ ເມື່ອສໍາເລັດການສຶກສາອອກໄປກໍ ສາມາດນໍາເອົາຄວາມຮູ້ດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ທັງຮັບປະກັນໃຫ້ການກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ໜັກແໜ້ນດີຂຶ້ນເປັນກ້າວໆ.

Continue Reading

Previous: ພົອ ວິໄລ ຫຼ້າຄຳຟອງ ເນັ້ນ 5 ບັນຫາສຳຄັນໃນການຄົ້ນຄວ້າພິຈາລະນາສະເໜີຂໍໃຫ້ອະໄພຍະໂທດ ປະຈໍາປີ 2024
Next: ກົມໃຫຍ່ການເມືອງ ປກສ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ, ຄະນະເຄື່ອນໄຫວສຸກເສີນ ແລະ ແຜນການເຄື່ອນໄຫວປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.