Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ປະກາດແຕ່ງຕັ້ງ ປະທານ, ຮອງປະທານ ແລະ ກໍາມະການ ຄະນະກໍາມະການ ປກຊ-ປກສ ແຂວງບໍ່ແກ້ວ

ປະກາດແຕ່ງຕັ້ງ ປະທານ, ຮອງປະທານ ແລະ ກໍາມະການ ຄະນະກໍາມະການ ປກຊ-ປກສ ແຂວງບໍ່ແກ້ວ

ກົມສື່ມວນຊົນ 10/09/2024
458765995_493531386906526_4994654562816908448_n

ໃນວັນທີ 5 ກັນຍາ 2024, ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ, ຮອງປະ ທານ ແລະ ກຳມະການ ຄະນະກຳມະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ເປັນກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນ ກາງ ຮອງນາ ຍົກລັດຖະມົນຕີ ລັດຖະມົນຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ປອ. ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ, ມີບັນ ດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ທ່ານຜູ້ຕາງໜ້າຫ້ອງການຄະນະກໍາມະການ ປກຊ-ປກສ ສູນກາງ, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍຄະ ນະພັກ-ຄະນະບັນຊາ ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງດັ່ງກ່າວ ເຂົ້າຮ່ວມ.

ພົນຈັດຕະວາ ທອງບຸນ ຂຸນລະພິດ ຮອງຫົວໜ້າຫ້ອງການຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຕົກລົງແຕ່ງຕັ້ງ ສະຫາຍ ປອ ທອງຈັນ ມະນີໄຊ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ ເປັນປະທານຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ແຂວງບໍ່ແກ້ວ ເປັນຮອງປະທານຄະນະກຳມະການ ປກຊ-ປກສ ແຂວງບໍ່ແຂວງ ແລະ ສະຫາຍ ຫົງແກ້ວ ວິໄນວົງ ເປັນກໍາມະການ ຄະນະກໍາມະການ ປກຊ-ປກສ ແຂວງບໍ່ແກ້ວ.

ພ້ອມນີ້, ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳແຂວງບໍ່ແກ້ວ ກໍຄື ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ທີ່ໄດ້ນໍາພາ-ຊີ້ນຳ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ອັນໄດ້ສ້າງພື້ນຖານໃຫ້ແກ່ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າດີຂຶ້ນເທື່ອລະກ້າວ, ເສດຖະກິດ, ວັດທະນະທຳ-ສັງຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ສະພາບພາຍໃນແຂວງມີຄວາມສະຫງົບ. ພ້ອມນັ້ນ ຍັງໄດ້ເນັ້ນໜັກໃຫ້ການນໍາແຂວງ, ຄະນະ ພັກ-ຄະນະບັນຊາ ປກຊ-ປກສ ເພີ່ມທະວີຄວາມເປັນເຈົ້າການນໍາພາ-ຊີ້ນໍາຕໍ່ຂົງເຂດວຽກງານດັ່ງກ່າວ ໃຫ້ແຂງແຮງ, ມີຈຸດສຸມຕາມທິດຊີ້ນໍາຂອງຂັ້ນເທິງ, ເອົາໃຈໃສ່ຊີ້ນໍາກໍາລັງຫັນກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ເຄື່ອນ ໄຫວຕາມພາລະບົດບາດຂອງຕົນຢ່າງແຂງແຮງກວ່າເກົ່າ, ພະນັກງານແຕ່ລະຂັ້ນຕ້ອງເຊື່ອມຊຶມກໍາແໜ້ນໜ້າທີ່ພາລະບົດ ບາດຂອງຕົນ ຕິດພັນກັບວຽກງານ 3 ສ້າງ, ແກ້ໄຂສະ ພາບຄວາມບໍ່ສະຫງົບໃຫ້ຂາດຕົວ, ສ້າງໃຫ້ເປັນກໍາລັງຫລັກແຫລ່ງທີ່ເຂັ້ມແຂງ, ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ເອົາການພັດທະນາເສດຖະກິດ-ສັງຄົມເປັນໃຈກາງ ແລະ ເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນພື້ນຖານ ເພື່ອຮັບປະກັນໃນການປະຕິບັດວຽກງານໃຫ້ມີຄຸນ ນະພາບສູງສຸດ. ສໍາລັບບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງເປັນ ປະທານ, ຮອງປະທານ ແລະ ກຳມະການ ຄະນະກຳມະ ການ ປກຊ-ປກສ ແຂວງ; ເຊິ່ງເປັນຕຳແໜ່ງໜຶ່ງ ແລະ ໜ້າທີ່ໜຶ່ງທີ່ມີຄວາມສໍາຄັນໃນການນໍາພາ-ຊີ້ນຳ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ໃນຂັ້ນແຂວງ. ໃນນີ້, ປະທານ ແລະ ກຳມະການຄະນະກຳມະການ ປກຊ-ປກສ ແຂວງ ແມ່ນເປັນການຈັດຕັ້ງໜຶ່ງທີ່ມີບົດ ບາດສຳຄັນພາຍໃນແຂວງ ແລະ ເປັນເສນາທິການໃຫ້ແກ່ຄະນະກຳມະການ ປກຊ -ປກສ ສູນກາງ, ຄະນະພັກແຂວງ ເພື່ອຄົ້ນຄວ້າ, ກຳນົດບັນຫາຍຸດທະສາດກ່ຽວກັບວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງຂອງທ້ອງຖິ່ນ, ຂອງຊາດ; ຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ເຄື່ອນໄຫວເພື່ອຮັບປະກັນໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.

Continue Reading

Previous: ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ໂຮງຮຽນວັດທະນະທໍາ ປ້ອງກັນຄວາມສະຫງົບ
Next: ຫົວໜ້າກົມໃຫຍ່ພະລາທິການ ປກສ ຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະແພດໝໍ ໂຮງໝໍ 19.8 ກະຊວງ ປກສ ສສ ຫວຽດນາມ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.