Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກະຊວງ ປກສ ເຊື່ອມຊຶມເອກະສານ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ

ກະຊວງ ປກສ ເຊື່ອມຊຶມເອກະສານ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ

ກົມສື່ມວນຊົນ 06/02/2024
DSC_3907

ກະຊວງ ປກສ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດສໍາລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຢູ່ອົງຄະນະພັກກະຊວງ ປກສ ໃນວັນທີ 6 ກຸມພາ 2024 ເປັນປະທານໂດຍ ສະຫາຍ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ປກສ, ມີຄະນະປະຈໍາພັກກະຊວງ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າກົມໃຫຍ່, ຫ້ອງວ່າການ, ກອງບັນຊາການ, ວິທະຍາຄານ ແລະ ພະນັກ ງານຫຼັກແຫຼ່ງເຂົ້າຮ່ວມ.

ສະຫາຍ ພົທ ກົງທອງ ພົງວິຈິດ ໄດ້ກ່າວວ່າ: ບັນດາສະຫາຍໄດ້ຮັບຮູ້ແລ້ວວ່າ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແມ່ນມີຄວາມໝາຍສໍາຄັນຢ່າງ ຍິ່ງຕໍ່ຊີວິດການເມືອງຂອງພັກ, ເປັນການປະຕິບັດຫຼັກການນໍາພາ ແລະ ຫຼັກການຈັດຕັ້ງຂອງພັກ ແນໃສ່ປັບປຸງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນນຳພາ ແລະ ວິທີເຮັດວຽກ; ທັງເປັນບັ້ນດໍາເນີນດໍາເນີນຊີວິດການເມືອງພາຍໃນຄະນະພັກ ແລະ ສະມາຊິກພັກ; ຜ່ານການດໍາເນີນກອງປະຊຸມໃຫຍ່ ຈະເຮັດໃຫ້ຄຸນນະພາບ, ບົດບາດ ແລະ ຄວາມສາມາດນໍາພາຂອງຄະນະພັກແຕ່ລະຂັ້ນ ໄດ້ຮັບການເຊີດຊູສູງຂຶ້ນ; ສະ ນັ້ນ, ບັນດາເອກະສານທີ່ຈະເຊື່ອມຊຶມຄັ້ງນີ້ ລ້ວນແຕ່ຕິດພັນ ແລະ ມີຄວາມໝາຍຢ່າງເລິກເຊິ່ງສໍາລັບສະມາຊິກພັກ ໂດຍສະເພາະແມ່ນເປົ້າໝາຍທີ່ຈະກຽມສະໝັກຮັບເລືອກຕັ້ງເປັນຄະນະພັກແຕ່ລະຂັ້ນໄດ້ມີຄວາມຮັບຮູ້, ເຂົ້າໃຈຕໍ່ຄວາມໝາຍ, ຄວາມສໍາຄັນຂອງກອງປະຊຸມ 3 ຂັ້ນ.

ພ້ອມນັ້ນ, ທ່ານ ຍັງໄດ້ກ່າວອີກວ່າ: ການເຊື່ອມຊຶມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຕໍ່ກັບຊີວິດການເມືອງຂອງພັກ ກໍຄືການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ 3 ຂຶ້ນຂອງພັກ ໃຫ້ຖືກຕ້ອງຕາມບາດ ກ້າວ, ຂັ້ນຕອນ ແລະ ມີຜົນສຳເລັດຕາມລະດັບຄາດ ໝາຍ, ຮັບປະກັນເຮັດໃຫ້ບົດ ບາດການນຳພາຂອງພັກຢູ່ແຕ່ລະຂັ້ນໃນກຳລັງປ້ອງ ກັນຄວາມສະຫງົບ; ທັງແມ່ນຄວາມຮຽກ ຮ້ອງຕ້ອງການຢ່າງພາວະວິໄສ ເພື່ອໃຫ້ບັນດາສະຫາຍນໍາເອົາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຂອງແຕ່ລະກົມກອງໃຫ້ເກີດດອກອອກຜົນເປັນຮູບປະທຳຢ່າງແທ້ຈິງ ແລະ ທັງເປັນການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ບັນດາເຫດ ການການເມືອງທີ່ຈະເກີດຂຶ້ນໃນໄລຍະໃກ້ຈະມາເຖິງ, ເປັນຕົ້ນການຈັດຕັ້ງດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ເຫດການໜຶ່ງທີ່ສໍາຄັນຄື: ປະເທດພວກເຮົາໄດ້ຮັບກຽດເປັນປະທານອາຊຽນ; ສະນັ້ນ, ຕາມວາລະກອງປະຊຸມ ພວກເຮົາຈະໄດ້ຮັບຟັງການຂຶ້ນເຜີຍແຜ່ ແລະ ບັນຍາຍເອກະ ສານທີ່ສໍາຄັນ ຈຳນວນ 5 ບົດ, ແຕ່ລະບົດແມ່ນມີເນື້ອໃນຫຼາຍສົມຄວນ, ແຕ່ເວລາພວກເຮົາມີຈໍາກັດ; ສະນັ້ນ ຈຶ່ງຮຽກຮ້ອງ ໃຫ້ບັນດາສະຫາຍ ຈົ່ງຍົກສູງຄວາມຮັບຜິດ ຊອບການເມືອງໃນການເອົາໃຈໃສ່ຕິດຕາມ, ຄົ້ນຄວ້າເຊື່ອມຊຶມກຳແໜ້ນຢ່າງເລິກເຊິ່ງ ໃຫ້ລະອຽດຈະແຈ້ງ, ພ້ອມທັງນໍາເອົາເນື້ອໃນກອງປະຊຸມໄປເຜີຍແຜ່ຜັນຂະ ຫຍາຍຢູ່ກົມກອງໃຫ້ທົ່ວເຖິງ ແລະ ມີໝາກຜົນຕົວຈິງ.

ໂອກາດດັ່ງກ່າວ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ ຮອງລັດຖະ ມົນຕີກະຊວງ ປກສ ຫົວໜ້າກົມໃຫຍ່ຕໍາຫຼວດ ໄດ້ເຜີຍແຜ່ເອກະສານຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ເອກະສານຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ; ຈາກນັ້ນ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະປະຈໍາພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ເຜີຍແຜ່ເອກະສານ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກ ງານ, ສະມາກຊິກພັກ, ເອກະສານແຜນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຢູ່ອົງຄະ ນະພັກກະຊວງ ປກສ.

ຂ່າວ: ຄຳໂຖ

Continue Reading

Previous: ວິທະຍາຄານຕຳຫຼວດ ລາວ-ກໍາປູເຈຍ ພົບປະແລກປ່ຽນບົດຮຽນ
Next: ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ສະຫຼຸບວຽກງານ ປະຈຳປີ 2023 ແລະ ວາງທິດທາງແຜນການ ປີ 2024

ຂ່າວອື່ນໆທີ່ກ່ຽວຂ້ອງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.