Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ວິທະຍາຄານຕຳຫຼວດ ລາວ-ກໍາປູເຈຍ ພົບປະແລກປ່ຽນບົດຮຽນ

ວິທະຍາຄານຕຳຫຼວດ ລາວ-ກໍາປູເຈຍ ພົບປະແລກປ່ຽນບົດຮຽນ

ກົມສື່ມວນຊົນ 06/02/2024
DSC_1878

ວິທະຍາຄານຕຳຫຼວດປະຊາຊົນ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ກັບ ວິທະຍາຄານຕໍາຫຼວດກໍາປູເຈຍ ກະຊວງພາຍໃນ ແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ພົບປະແລກປ່ຽນບົດຮຽນ ໃນວັນທີ 6 ກຸມພາ 2024 ທີ່ວິທະຍາຄານຕຳຫຼວດປະຊາຊົນ ຝ່າຍລາວນຳໂດຍ ພົນຈັດຕະວາ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອຳນວຍການວິທະຍາຄານຕຳ ຫຼວດປະຊາຊົນ, ຝ່າຍກໍາປູເຈຍນໍາໂດຍ ພົນເອກ ເອກ ໂມໂນແສນ ຫົວໜ້າອຳນວຍການວິທະຍາຄານຕຳຫຼວດກໍາປູເຈຍ ໂດຍມີຄະນະທັງ ສອງຝ່າຍ ເຂົ້າຮ່ວມ.

ໂອກາດນີ້, ພົນຈັດຕະວາ ປອ ວົງເຊໂດນ ພັນທະແກ້ວ ກ່າວວ່າ: ວິທະຍາຄານຕໍາຫຼວດປະຊາຊົນລາວ ແມ່ນຂຶ້ນກັບການຊີ້ນໍາໂດຍກົງຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຊິ່ງມີໜ້າທີ່ກໍ່ສ້າງ, ບຳລຸງຍົກລະດັບດ້ານວິຊາສະເພາະໃຫ້ນາຍ ແລະ ພົນຕຳຫຼວດ ໃນກໍາລັງປ້ອງກັນຄວາມສະຫງົບ ຕາມໂຄງການຫຼັກສູດມະຫາວິທະຍາໄລ ແລະ ເໜືອມະຫາວິທະ ຍາໄລ; ເຊິ່ງມາຮອດປັດຈຸບັນໄດ້ດໍາເນີນການກໍ່ສ້າງມີ 5 ລະບົບ ຄື: ລະບົບປະລິນຍາໂທວິຊາສະເພາະ 2 ປີ, ລະບົບກໍ່ສ້າງປະ ລິນຍາຕີ 4 ປີ, ລະບົບຕໍ່ເນື່ອງປະລິນຍາຕີ 2 ປີ, ລະບົບປະລິນຍາຕີພາສາອັງກິດ 5 ປີ, ລະບົບອະນຸປະລິນຍາຕີພາສາຈີນ 3 ປີ, ພາຍຫຼັງສຳເລັດການຮຽນພາກທິດສະດີແລ້ວກໍລົງຝຶກຫັດຕົວຈິງຢູ່ບັນດາກົມວິຊາສະເພາະ, ບັນດາກອງບັນຊາການປ້ອງ ກັນຄວາມສະຫງົບແຂວງ, ແລ້ວຈັດຕັ້ງການປະເມີນດ້ວຍການຂຽນບົດລາຍງານໂຄງການຈົບຊັ້ນ, ບົດວິທະຍານິພົນ ຫຼື ສອບ ເສັງ ແລະ ຮັບໃບປະກາສະນີຍະບັດ, ນັກສຶກສາສະຖາ ບັນການສຶກສາແຫ່ງນີ້ແມ່ນກຳລັງຕຳຫຼວດອາຊີບທັງໝົດ, ເຊິ່ງໄດ້ຜ່ານການຄັດ ເລືອກມາຈາກບັນດາກົມ-ກອງອ້ອມຂ້າງກະຊວງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງທົ່ວປະ ເທດຕາມມາດຖານຂອງກະຊວງປ້ອງກັນຄວາມສະ ຫງົບ, ທັງສອດຄ່ອງກັບລະບຽບການຂອງກະຊວງສຶກສາທິການ ແລະ ກິລາວາງອອກ, ເມື່ອສໍາເລັດການສຶກສາແລ້ວກໍຈະໄດ້ກັບຄືນສູ່ກົມກອງເກົ່າ ເພື່ອສັບຊ້ອນໜ້າທີ່ວິຊາສະເພາະປະຈັນບານຕອບຕ້ານ ແລະ ຮັບມືກັບເລ່ລ່ຽມການເຄື່ອນໄຫວຂອງພວກກໍ່ອາຊະຍາກຳປະເພດຕ່າງໆ, ປະກອບສ່ວນດັດສົມສະຕິເຄົາລົບລະບຽບ, ກົດໝາຍຢ່າງເຂັ້ມງວດ; ເຊິ່ງໄລຍະຜ່ານມາ, ກໍໄດ້ຮັບຄໍາສັນລະເສີນຈາກຜູ້ຄຸ້ມຄອງ ແລະ ຜູ້ຊົມໃຊ້ຜະລິດຕະພັນຂອງວິທະຍາຄານ, ການພົບປະແລກປຽນບົດຮຽນຄັ້ງນີ້ຈະເສີມສ້າງສາຍພົວພັນຮ່ວມມື ໃນການພັດທະນາກໍາລັງຕຳຫຼວດ ໃຫ້ມີຄຸນນະພາບສູງຂຶ້ນ, ສາມາດຮັບມື-ປະເຊີນໜ້າຢ່າງຄ່ອງຕົວກັບທຸກສະຖານະການທີ່ເປັນໄພຂົ່ມ ຂູ່ຄວາມສະຫງົບ ແລະ ຄວາມໝັ້ນຄົງຂອງປະເທດ.

ໂອກາດດຽວກັນນີ້, ພົນເອກ ເອກ ໂມໂນແສນ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ພົນຈັດຕະວາ ປອ ວົງເຊໂດນ ພັນທະແກ້ວ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຍ້ອງຍໍຊົມເຊີຍຕໍ່ຜົນງານພົ້ນເດັ່ນຂອງວິທະຍາຄານໃນການກໍ່ສ້າງນາຍ ແລະ ພົນຕໍາຫຼວດ ໃຫ້ມີຄວາມຮູ້ຄວາມສາມາດໃນຂະແໜງການຕ່າງໆ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ. ຈາກນັ້ນ, ທັງສອງຝ່າຍ ກໍໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນແລະກັນ ດ້ານວຽກງານການສຶກສາ ໂດຍສະເພາະກໍຄືວຽກງານວິຊາສະເພາະ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ນາຍ ແລະ ພົນຕຳຫຼວດ, ກົນໄກການປະສານງານຂອງສອງວິທະຍາຄານ ເພື່ອສົ່ງເສີມວຽກງານການສຶກສາ ແລະ ວຽກງານວິຊາສະເພາະຂອງສອງຂະແໜງການໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.

ຂ່າວ: ແກ້ວ

Continue Reading

Previous: ທ່ານ ຮອງລັດຖະມົນຕີ ກະຊວງ ປກສ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ສປ ຈີນ
Next: ກະຊວງ ປກສ ເຊື່ອມຊຶມເອກະສານ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ

ຂ່າວອື່ນໆທີ່ກ່ຽວຂ້ອງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.