Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມເປີດກວ້າງຄະນະພັກຫ້ອງວ່າການ ກະຊວງ ປກສ

ກອງປະຊຸມເປີດກວ້າງຄະນະພັກຫ້ອງວ່າການ ກະຊວງ ປກສ

ກົມສື່ມວນຊົນ 20/11/2024
467665291_1113285004134090_8425582946664257362_n copy

ກອງປະຊຸມເປີດກວ້າງ ຄະນະພັກ ຫ້ອງວ່າການ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກ 2024, ເປັນປະທານໂດຍ ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າຫ້ອງວ່າການ ກະຊວງ ປກສ ມີຮອງເລຂາຄະນະ, ຄະນະປະຈໍາພັກ, ຄະນະພັກ ແລະ ພະນັກງານຫຼັກແຫຼ່ງຈາກກົມກອງທີ່ຂຶ້ນກັບ ຫ້ອງວ່າການ ກະຊວງ ປກສ ເຂົ້າຮ່ວມ.

ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ກ່າວວ່າ:ກອງປະຊຸມເປີດກວ້າງຂອງ ຄະນະພັກ ຫ້ອງວ່າການກະຊວງ ໃນຄັ້ງນີ້ ມີຄວາມໝາຍ, ຄວາມສໍາຄັນຍິ່ງ ທີ່ຕິດພັນກັບ ການຕີລາຄືນໃນການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມຂອງພັກ ໃນແຕ່ລະຂັ້ນ, ຂໍ້ກຳນົດ, ກົດລະບຽບຕ່າງໆ ທີ່ວາງອອກໃນແຕ່ລະໄລຍະ ເວົ້າລວມ, ເວົ້າສະເພາະ ໃນໄລຍະ 5 ປີຜ່ານມາ ເປັນຕົ້ນແມ່ນ ການນໍາພາ-ຊີ້ນໍາ ໃນແຕ່ ລະຂົງເຂດວຽກງານວິຊາສະເພາະ ຂອງແຕ່ລະກົມ-ຫ້ອງ ອ້ອມຂ້າງ ຫ້ອງວ່າການ ເຊັ່ນ: ການປະຕິບັດແຜນການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກຫ້ອງວ່າການ ເພື່ອເປັນການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກຫ້ອງວ່າການກະຊວງ ປກສ ໃຫ້ທັນກັບແຜນການຂອງຄະນະພັກກະຊວງ ປກສ ກຳນົດໄວ້. ສະນັ້ນ, ມີຄວາມຈໍາເປັນທີ່ຈະຕ້ອງໄດ້ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ກໍຄື ການເຜີຍແຜ່, ເຊື່ອມຊຶມບັນດາມະຕິ ແລະ ເອກະສານຕ່າງໆ ທີ່ຕິດພັນກັບການດໍາເນີນກອງປະຊຸມໃຫຍ່ຜູ້ແທນດັ່ງກ່າວ ໃຫ້ບັນດາອະນຸກຳມະການດ້ານຕ່າງໆ ເພື່ອເປັນການແບ່ງຄວາມຮັບຜິດຊອບດ້ານວຽກງານຕ່າງໆ ໃຫ້ຄະນະພັກ-ຄະນະກົມ-ຫ້ອງ ກໍຄື ບັນດາອະນຸກຳມະການດ້ານຕ່າງໆ ຮັບໃຊ້ກອງປະຊຸມ ເພື່ອສຸມໃສ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ຫ້ອງວ່າການ ກະຊວງ ປກສ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ສໍາເລັດຜົນຕາມຈຸດປະສົງທີ່ກຳນົດໄວ້.

ພ້ອມນີ້, ບັນຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄໍາເຫັນຕໍ່ຮ່າງບົດລາຍງານການເມືອງ ແລະ ຮ່າງບົດສຳຫຼວດການນໍາພາລວມຂອງ ຄະນະພັກ ຫ້ອງວ່າການ ກະຊວງ ປກສ ຊຸດເກົ່າ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ຮັບການປະຕິບັດຖືກຕ້ອງຕາມຈຸດປະສົງຄາດໝາຍ ແລະ ເນື້ອໃນທີ່ກຳນົດໄວ້.

Continue Reading

Previous: ສື່ມວນຊົນ ປ້ອງກັນຄວາມສະຫງົບ ລາວ ຫວຽດນາມ ພົບປະແລກປ່ຽນບົດຮຽນປະຈຳປີ 2024
Next: ຮອງລັດຖະມົນຕີ ກະຊວງ ປກສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານເອກອັກຄະຣາຊະທູດ ແຫ່ງຣາຊະອານາ ຈັກໄທ ປະຈໍາລາວ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.